ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ກຸ່ມ​ສິ້ງ​ຊອມ​​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ​ລົງ​ສູ່ພື້ນຖານ​ໃນ​ເ​ມືອງ​ທ່າ​ໂຮ​ໄດ​ດາ​ຂອງເຢ​ເມນ


ທ່ານນາຍ​ພົນ ​ແພທ​ຣິກ ແຄມ​ມາ​ເອີ​ຣ໌ຕ (Patrick Cammaert), ກາງ, ເປັນ​ຜູ້​ນຳ​ພາ​ໃນ​ການ ​ຢຸດ​ຍິງ ໃນ​ເມືອງ​ທ່າ​ໂຮ​ໄດ​ດາ, ເຢ​ເມນ, 22 ທັນ​ວາ 2018.
ທ່ານນາຍ​ພົນ ​ແພທ​ຣິກ ແຄມ​ມາ​ເອີ​ຣ໌ຕ (Patrick Cammaert), ກາງ, ເປັນ​ຜູ້​ນຳ​ພາ​ໃນ​ການ ​ຢຸດ​ຍິງ ໃນ​ເມືອງ​ທ່າ​ໂຮ​ໄດ​ດາ, ເຢ​ເມນ, 22 ທັນ​ວາ 2018.

​ກຸ່ມ​ຊິ້ງ​ຊອມຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ລົງ​ສູ່ພື້ນຖານ​ໃນ​ເ​ມືອງ​ທ່າ​ໂຮ​ໄດ​ດາ
​ຂອງເຢ​ມັນ ເພື່ອ​ຊິ້ງ​ຊອມ​ເບິ່ງ ການ​ຍຸ​ຕິ​ການ​ສູ້​ລົບ​ກັນ ແລະ​ຂໍ້​ຕົກ​ລົງ​ຂອງ​ສອງ​ຝ່າຍ
ທີ່​ຈະ​ຖອນ​ກອງ​ກຳ​ລັງອອກ​ຈາກ​ເມືອງ​ດັ່ງ​ກ່າວ.

ໂຄ​ສົກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ ທ່ານນາຍ​ພົນ
​ພາ​ທ​ຣິກ ແຄມ​ມາ​ເອີ​ຣ໌ຕ ທີ່​ບຳ​ນານ ແມ່ນ​ຜູ້​ທີ່​ນຳ​ພາ​ໃນ​ກຸ່ມ​ນີ້ ໄດ້ “ຮຽກ​ຮ້ອງ​ໃຫ້​ມີ​
ຄວາມ​ກະ​ຕື​ລື​ລົ້ນຂອງ​ທາງ​ສອງ​ຝ່າຍ ທີ່​ຈະ​ປະ​ຕິ​ບັດ​ງານ​ໃນ​ທັນ​ທີ.”
ທ່ານ​ນາຍ​ພົນ
ຍັງ​ເປັນ​ປະ​ທານ​ຂອງຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ນຳອີກຊຶ່ງ​ຮວມ​ທັງ ພວກ​ຜູ້​ແທນ
ຂອງ​ທັງ​ສອງ ທີ່​ມີ​ທັງ​ລັດ​ຖະ​ບານ​ເຢ​ເມນ ທີ່​ໜຸນ​ຫຼັງ​ໂດຍ​ຊາອຸ​ດີ ແລະ ກຸ່ມ​ກະ​ບົດ​ຮູ​ຕີ
ທີ່​ໜຸນ​ຫຼັງ​ໂດຍ ອີ​ຣ່ານ​ນັ້ນ.

ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ ໃນ​ການ​ຢຸດ​ຍິງ ແລະ​ການ​ຖອນ​ຕົວ​ອອກ​ຈາກ ເ​ມືອງ ​ໂຮ​ໄດ​ດາ
ແລະ​ການ​ໂອ້​ລົມ​ສົນ​ທະ​ນາ​ໃນ​ສະ​ວີ​ເດັນ ໃນ​ຕົ້ນ​ເດືອນ​ນີ້. ຂໍ້​ຕົກ​ລົງດັ່ງ​ກ່າວ ໄດ້​ມີ​ຜົນ​
ບັງ​ຄັບ​ໃຊ້ ໃນ​ສັບ​ປະ​ດາ​ທີ່​ແລ້ວ​ນີ້, ແຕ່​ການ​ຕໍ່​ສູ້​ກັນ​ແບບ​ນ້ອຍໆ ຢູ່​ຂ້າງນອກນັ້ນ ຍັງ​ມີ​ຢູ່
ອີງ​ຕາມ​ລາຍ​ງານ.

ເ​ມືອງ​ໂຮ​ໄດ​ດາ ໄດ້​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ກຸ່ມ​ກະ​ບົດ. ເກືອບ​ວ່າ ອາ​ຫານ​ທັງ​ໝົດແລະ​ການ​
ຊ່ອຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ສຳ​ລັບ​ເຢ​ເມນ ແ​ມ່ນໄດ້​ລຳ​ລຽງຜ່ານ​ເມືອງທ່າ
ແລະ​ການກໍ່​ກວນ​ໃດໆ ​ຕໍ່ການ​ລຳລຽງ​ນີ້ ຍິ່ງ​ມີ​ການ​ອົດ​ຢາກ​ຂອງ​ປະ​ຊາ​ຊົນ​ພົນ​ລະ​ເຮືອນ
​ເພີ້ມຂຶ້ນ.

​ກອງ​ກຳ​ລັງ​ປະ​ສົມ​ເຢ​ເມນ ທີ່​ໜຸນ​ຫຼັງ​ໂດຍ​ຊາວ​ອຸ​ດີ ໄດ້​ກ່າວ​ຫາ ກຸ່ມ​ກະ​ບົດທີ່​ມີ​ອາ​ວຸດ
​ທີ່​ເຮັດ​ໂດຍ​ອີ​ຣ່ານ​ແລະ​ລູກ​ສອນ​ໄຟ ຜ່ານ​ເມືອງ​ທ່າ ຊຶ່ງ​ທາງອີ​ຣ່ານ ໄດ້​ປະ​ຕິ​ເສດ.

ກຸ່ມ​ກະ​ບົດ ໄດ້ຍິງ​ລູກ​ສອນ​ໄຟ ເຂົ້າ​ໄປ​ຍັງ​ເຂດ​ຊາວ​ອຸ​ດີ.

ໃນ​ອີກ​ຮອບ​ນຶ່ງ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ແມ່ນ​ຈະຈັດ​ໃຫ້​ມີ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້​ແລະ
ໃຫ້​ຄວາມ​ຫວັງ ແກ່ພວກ​ພົນ​ລະ​ເຮືອນ​ທີ່​ຖືກ​ກະ​ທົບທົນ​ທຸກນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG