ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກຝ່າຍຕ່າງໆ ໃນເຢເມັນ ​ທຳການ​ເຈລະຈາກັນ ຄືນໃໝ່

ຜູ້ປະທ້ວງ ຕໍ່ຕ້ານພວກ Houthi ຄົນນຶ່ງ ຮ້ອງໂຮ ຄຳຂວັນ ໃນຂະນະທີ່ຊູທຸງຊາດ ຂອງເຢເມັນຂຶ້ນ ທີ່ມີຄຳຂວັນວ່າ "Neither death nor humiliation" ໃນລະຫວ່າງ ການເດີນຂະບວນ ໃນເມືອງ Taiz ຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງເຢເມັນ, ວັນທີ 9 ກຸມພາ 2015.

ການ​ເຈລະຈາ​ກັນ​ທີ່​ໄກ່​ເກ່ຍ​ ໂດຍ​ອົງການ​ສະຫະ​ປະຊາ​ຊາດ ຫຼື
UN ທີ່​ແນ​ໃສ່​ເພື່ອ​ແກ້​ໄຂ ​ວິ​ກິດ​ການ​ທາງ​ການ​ເມືອງ ​ໃນ​ເຢ​ເມັນ​
​ໄດ້​ເລີ້​ມຂຶ້ນ ຄືນ​ໃໝ່ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ລະຫວ່າງ​ຜູ້ຕາງໜ້າ​ຈາກ​
ພັກ​ຝ່າຍ​ທີ່​ສຳຄັນ ອັນ​ໂຮມ​ທັງ ພວກ​ກະບົດ Houthi ທີ່​ໄດ້​ຍຶດ
​ເອົາອຳນາດ​ລັດຖະບານ ​ໃນ​ອາທິດ​ແລ້ວ​ນີ້.

ທູດ​ພິ​ເສດ​ຂອງ UN ທ່ານ Jamal Benomar ​ເປັນ​ຜູ້ຮື້​ຟື້ນ​ການ​
ເຈລະຈາດັ່ງກ່າວ ທີ່​ໄດ້​ແຕກ​ຫັກ​ລົງ​ເມື່ອ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້.
ທ່ານ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພັກ​ຝ່າຍ​ການ​ເມືອງ​ຕ່າງໆ ໄດ້
​ຕົກລົງເຂົ້າຮ່ວມການເຈລະຈາ ຄືນ​ອີກ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ແກ້​ໄຂ
​ ວິ​ກິດ​ການ​ທາງ​ການ​ເມືອງ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວຖະແຫລງ ທີ່ກອງປະຊຸມສື່ຂ່າວ ໃນນະຄອນຫລວງ Riyadh ປະເທດ Saudi Arabia, ວັນທີ 8 ກຸມພາ 2015.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວຖະແຫລງ ທີ່ກອງປະຊຸມສື່ຂ່າວ ໃນນະຄອນຫລວງ Riyadh ປະເທດ Saudi Arabia, ວັນທີ 8 ກຸມພາ 2015.

ນັກ​ຕໍ່ສູ້​ຊາວ Houthi ​ໄດ້​ຍຸ​ບສະພາ ​ແລະ ຈັດຕັ້ງລັດຖະບານ​
ຮັກສາ​ການ​ຊົ່ວຄາວ​ຂຶ້ນ ​ເພື່ອ​ຖົມ​ຊ່ອງ​ຫວ່າງ​ຂອງ​ອຳນາດ ທີ່​
ເປົ່າ​ຫວ່າງ​ລົງ ໂດຍ​ການ​ຂັບ​ໄລ່ ປະທານາ​ທິບໍດີ Abd Rabbuh
Mansour Hadi ທີ່​ໜຸນ​ຫຼັງ​ໂດຍປະ​ເທດ​ຕາ​ເວັນ​ຕົກ ອອກ​ໄປ​ນັ້ນ.

ທ່ານ Benomar ກ່າວ​ວ່າ “ຂ້າພະ​ເຈົ້າຂໍປະກາດ​ໃຫ້​ພວກ​ທ່ານ
ຊາບວ່າ ​ກອງ​ປະ​ຊຸມ​ສົນທະນາ ຈະເລີ້ມ​ຂຶ້ນອີກ ​ໃນ​ວັນ​ຈັນ​ທີ
9 ກຸມພານີ້. ແລະເຢ​ເມັນ​ໃນ​ມື້​ນີ້ ​ແມ່ນ​ຢູ່​ໃນ​ລະຫວ່າງ​ທາງ​
ແຍກ ​ແລະ ຜູ້ນຳ​ທາງ​ການ​ເມືອງ​ຕ້ອງ​ແບກ​ຫາບ​ຄວາມ​ຮັບ
ຜິດຊອບ​ຕ່າງໆ​ ຂອງ​ພວກ​ເຂົາ​ເຈົ້າ ​ແລະ ຕ້ອງ​ບັນລຸ​ຂໍ້​ຕົກ
ລົງ​ກັນ ​ເພື່ອ​ໃຫ້​ຂ້າມ​ຜ່ານ​ສະພາບ​ການ​ບໍ່​ໄປ​ບໍ່​ມາ ທາງ​ການ​
ເມືອງ ​ທີ່​ປະ​ເທດກຳລັງ​ປະສົບ​ຢູ່​ໃນ​ຂະນະ​ນີ້ ​ແລະ ​ເພື່ອ​ໃຫ້​ເຮັດສຳ​ເລັດ ຂັ້ນ​ຕອນ
ການຫັນປ່ຽນແບບເປັນປະຊາທິປະ​ໄຕ ​ແລະສັນຕິ ​ເວລາ​ເຢ​ເມັນ ​ເລີ້ມ​ຕົ້ນຂຶ້ນ​
ໃນ​ປີ 2011 ນັ້ນ.”

YEMEN TALKS VIDEO
please wait
Embed

No media source currently available

0:00 0:01:57 0:00

XS
SM
MD
LG