ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກີດການສູ້ລົບກັນ ທີ່ນະຄອນຫຼວງ ຂອງເຢເມນ


ພວກປະທ້ວງຊາວເຢເມນ ຮ້ອງຄຳຂວັນ ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກໃນລະ ຫວ່າງ ການປະທ້ວງຕໍ່ຕ້ານລັດຖະບານ ທີ່ນະຄອນຫຼວງ Sana'a ໃນວັນທີ 27 ກັນຍາຜ່ານມານີ້.
ພວກປະທ້ວງຊາວເຢເມນ ຮ້ອງຄຳຂວັນ ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກໃນລະ ຫວ່າງ ການປະທ້ວງຕໍ່ຕ້ານລັດຖະບານ ທີ່ນະຄອນຫຼວງ Sana'a ໃນວັນທີ 27 ກັນຍາຜ່ານມານີ້.

ການສູ້ລົບກັນຢ່າງໜັກໄດ້ລະເບີດຂຶ້ນທີ່ະນອນຫຼວງ Sana’a ຂອງເຢເມນ ລະຫວ່າງກຳລັງ
ທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Ali Abdullah Saleh ແລະກຳລັງຊົນເຜົ່າປະກອບອາວຸດ
ທີ່ເຂົ້າຂ້າງພວກປະທ້ວງຕໍ່ຕ້ານທ່ານ Saleh ນັ້ນ.

ພວກທີ່ເຫັນເຫດການກ່າວວ່າ ມີລະເບີດແຕກຂຶ້ນຫຼາຍໆຄັ້ງ ແລະການຍິງຕໍ່ສູ້ກັນຢ່າງໜັກ
ໄດ້ເກີດຂຶ້ນຢູ່ທາງກໍ້າເໜືອຂອງນະຄອນຫຼວງໂດຍທີ່ກຳລັງທະຫານລັດຖະບານພວມທຳການ ສູ້ລົບກັບພວກລູກນ້ອງຂອງ Sheikh al-Ahmar ທີ່ເປັນຫົວໜ້າຊົນເຜົ່າ.

ໃນເວລານີ້ ຍັງບໍ່ທັນມີລາຍງານຂ່າວກ່ຽວກັບການບາດເຈັບລົ້ມຕາຍເທື່ອ.

ການໂຮມຊຸມນຸມປະທ້ວງຕໍ່ຕ້ານປະທານາທິບໍດີ Saleh ໄດ້ເພີ່ມທະວີຂຶ້ນໃນໄລຍະສອງອາ
ທິດຜ່ານມານີ້ ໂດຍໄດ້ເກີດການປະທະກັນລະຫວ່າງພັກຝ່າຍຕ່າງໆທີ່ເປັນປໍລະປັກ ທີ່ເຮັດ
ໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນແລ້ວ.

ລັດຖະມົນຕີການຕ່າງປະເທດເຢເມນ ໄດ້ຖິ້ມໂທດຄວາມວຸ້ນວາຍດັ່ງກ່າວນີ້ ໃສ່ຂະບວນການ
ຂອງພວກຝ່າຍຄ້ານ ທີ່ໄດ້ປະຕິເສດບໍ່ຍອມຮັບເອົາຜົນຂອງການເລືອກຕັ້ງປະທານາທິບໍດີໃນ
ປີ 2006. ທ່ານ Abu Bakr al-Qirbi ກ່າວໃນມື້ວັນອັງຄານຜ່ານມານີ້ວ່າປະທານາທິບໍດີ
Saleh ມີຄວາມໝາຍໝັ້ນຕັ້ງໃຈທີ່ຈະຊຸກຍູ້​ໃຫ້​ມີ​ການຈັດ​ຕັ້ງ​ປະຕິບັດ ແຜນການທີ່ຕົກຢູ່ໃນ
ສະພາບບໍ່ໄປບໍ່ມາເປັນ​ເວລາດົນນານແລ້ວ ກ່ຽວ​ກັບ​ການໂອນອຳນາດໃຫ້ແກ່ຮອງຂອງທ່ານ
ນັ້ນ.

XS
SM
MD
LG