ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ອາຣາເບຍ ເສັດສິ້ນການ​ປະຕິບັດ​ງານ​ສູ້​ລົບ ​ທີ່​ສຳຄັນ ​ໃນເຢເມນ


ຊາວເຢເມນ ພາກັນກວດເບິ່ງບ່ອນເພພັງ ຈາກການການຖີ້ມ ລະເບີດໂດຍແນວໂຮມ ຊາອຸດີ ໃນເມືອງ Sana'a ປະເທດ Yemen ວັນທີ 27 ກຸມພາ 2016.
ຊາວເຢເມນ ພາກັນກວດເບິ່ງບ່ອນເພພັງ ຈາກການການຖີ້ມ ລະເບີດໂດຍແນວໂຮມ ຊາອຸດີ ໃນເມືອງ Sana'a ປະເທດ Yemen ວັນທີ 27 ກຸມພາ 2016.

Saudi Arabia ກ່າວ​ວ່າ ​ຕົນ​ເສັດ​ສິ້ນ “ການ​ປະຕິບັດ​ງານ​ສູ້​ລົບ
​ທີ່​ສຳຄັນ” ຢູ່​ໃນ Yemen ໜຶ່ງ​ປີ ​ຫລັງ​ຈາກ​ໄດ້​ເລີ້ມ​ການໂຈມ​ຕີ​
ທາງ​ອາກາດ ຂອງ​ແນວ​ໂຮມ​ອາຣັບ ​ຕໍ່ພວກ​ກະບົດ Houthi ທີ່​
ໜູນ​ຫລັງ​ໂດຍ​ Iran.

​ໂຄສົກ​ກອງທັບ Saudi ນາຍ​ພົນ​ຈັດຕະວາ Ahmed al-Asiri
ກ່າວ​ຕໍ່ ອົງ ການ​ຂ່າວ AP ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ແນວ​ໂຮມ
​ຈະ​ສືບ​ຕໍ່ ​ໃຫ້ການສະໜັບສະໜຸນ​ ທາງ​ອາກາດ ​ແກ່ກຳລັງ​ທະ
ຫານ​ Yemen ​ແລະ​ຊ່ວຍ​ສ້າງ​ກອງທັບຂອງ​ປະເທດດັ່ງກ່າວ.

ນາຍ​ພົນ al-Asiri ກ່າວ​ວ່າ “​ເປົ້າ​ໝາຍຂອງ​ແນວ​ໂຮມ ​ແມ່ນ
​ການ​ສ້າງຕັ້ງ​ລັດຖະບານ​ທີ່ມີ​ຄວາມ​ເປັນ​ປຶກ​ແຜ່ນ ພ້ອມ​ກັບກອງທັບ​ແຫ່ງ​ຊາດ​ທີ່​ເຂັ້ມ​ແຂງ ​
ແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ທີ່​ສາມາດ​ປາບ​ປາມ ​ພວກ​ກໍ່​ການ​ຮ້າຍ ​ແລະ​ອອກກົດ​
ໝາຍ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຢູ່​ໃນ​ທົ່ວ​ປະ​ເທດ.”

Yemen
please wait
Embed

No media source currently available

0:00 0:00:37 0:00

ທ່ານ​ກ່າວ​ວ່າ ກຳລັງ​ທະຫານ​ແນວ​ໂຮມ ​ຈຳນວນ​ນ້ອຍໆ​ຈຸ​ນຶ່ງ ຍັງ​ຈະ​ຢູ່​ໃນ Yemen ຕໍ່​ໄປ
​ເພື່ອ​ໃຫ້ການ​ເຝິກ​ແອບ​ທະຫານ Yemen.

ທຳນຽບຂາວ​ກ່າວ​ວ່າ ຕົນ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີຕໍ່ຖະ​ແຫລ​ງການ​ຂອງ Saudi ​ແລະ
​ໄດ້ກ່າວ​ເພີ້​ມວ່າ ​ມີຄວາມ​ຕ້ອງ​ການ​ຢ່າງ​ຮີບດ່ວນ ​ຕໍ່​ການ​ແກ້​ໄຂ​ທາງດ້ານ​ການ​ເມືອງຢູ່​ໃນ
Yemen.

ພວກ​ກະບົດ Houthi ​ທີ່​ໜຸນ​ຫລັງ​ໂດຍ​ອີຣ່ານ ໄດ້​ເຂົ້າ​ຍຶດ ນະຄອນຫລວງ​ Sana’a ​ໃນ​ປີ
2014. ​ເຂົາ​ເຈົ້າ​ໄດ້​ຂັບ​ໄລ່​ລັດຖະບານ​ທີ່​ນາໆ​ຊາດ​ຮັບ​ຮູ້​ຂອງປະທານາທິບໍດີ Abdu Ra-
bu Mansour Hadi ​ໄປ​ລີ້​ໄພ​ຢູ່​ໃນ Saudi Arabia ກ່ອນ​ກັບຄືນ ​ໄປສູ່​ເມືອງ​ທ່າ Aden ​
ໃນພາກ​ໃຕ້ຂອງ​ປະ​ເທດ​ດັ່ງກ່າວ.

ເດັກນ້ອຍຜູ້ຊາຍຄົນໜຶ່ງເສຍຂາ ຈາກສົງຄາມຢູ່ໃນປະເທດເຢເມນ.
ເດັກນ້ອຍຜູ້ຊາຍຄົນໜຶ່ງເສຍຂາ ຈາກສົງຄາມຢູ່ໃນປະເທດເຢເມນ.

ການ​ສູ້​ລົບກັນ​ໃນ Yemen ພ້ອມກັບ​ການ​ໂຈມຕີ​ທາງ​ອາກາດ ​ທີ່​ນຳພາ​ໂດຍ Saudi ​ໄດ້​
ທຳລາຍ​ບັນດາ​ໝູ່​ບ້ານໃນ​ຫຼາຍໆ​ເຂດ ​ແລະ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຫຼາຍ​ກວ່າ 6,000 ຄົນ​
ສ່ວນໃຫຍ່​ແມ່ນ​ພົນລະ​ເຮືອນ. ຮວມທັງ 119 ຄົນ ​ທີ່ເສຍ​ຊີວິດ ​ຈາກ​ການ​ໂຈມ​ຕີ​ທາງອາ
ກາດ​ໃສ່​ຕະຫລາດ ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງ​ນະຄອນຫຼວງ Sana’a ​ໃນ​ວັນ​ອັງ
ຄານ​ທີ່​ຜ່ານ​ມາ.

ສະຫະ​ປະຊາ​ຊາດກ່າວ​ວ່າ 80 ​ເປີ​ເຊັນຂອງ​ພົນລະ​ເຮື​ອນ Yemen ແມ່ນຕ້ອງການຄວາມ​
ຊ່ວຍ​ເຫລືອ​ດ້ານອາຫານການ​ກິນ ​ແລະ​ຢາ​ປົວ​ພະຍາດຢ່າງ​ຮີບ​ດ່ວນ.

XS
SM
MD
LG