ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການ ດ້ານມະນຸດສະທໍາ ຂອງເຢເມນ 'ຍັງຢູ່ໃນຄວາມຫຼໍ່ແຫຼມ'


ແຟ້ມຮູບພາບ-ແມ່ຍິງຊາວເຢເມນຄົນນຶ່ງກໍາລັງປ້ອນອາຫານເດັກນ້ອຍທີ່ຫິວໂຫຍຢູ່ ທີ່ຄຣີນິກຢູ່ໃນແຂວງໂຮໄດດາ ທາງພາກຕາເວັນຕົກ ຂອງປະເທດ ທີ່ໄດ້ຮັບຜົນກະທົບຈາກສົງຄາມກາງມເມືອງ, ວັນທີ 7 ສິງຫາ, ປີ 2021.
ແຟ້ມຮູບພາບ-ແມ່ຍິງຊາວເຢເມນຄົນນຶ່ງກໍາລັງປ້ອນອາຫານເດັກນ້ອຍທີ່ຫິວໂຫຍຢູ່ ທີ່ຄຣີນິກຢູ່ໃນແຂວງໂຮໄດດາ ທາງພາກຕາເວັນຕົກ ຂອງປະເທດ ທີ່ໄດ້ຮັບຜົນກະທົບຈາກສົງຄາມກາງມເມືອງ, ວັນທີ 7 ສິງຫາ, ປີ 2021.

ຫົວໜ້າດ້ານມະນຸດສະທໍາຂອງອົງການສະຫະປະຊາຊາດໃນເຢເມນກ່າວວ່າ ໃນລະຫວ່າງທີ່ຄວາມອົດຢາກໃນວົງກວ້າງພາຍໃນປະເທດສາມາດຫຼີກລ່ຽງໄດ້ເມື່ອຕົ້ນປີນີ້ ດ້ວຍການສະໜັບສະໜຸນຈາກຜູ້ບໍລິຈາກທີ່ເພີ້ມສູງຂຶ້ນ, ສະຖານະການຍັງມີຄວາມສ່ຽງຢູ່ ແລະໂຄງການທີ່ເປັນພື້ນຖານສໍາຄັນຈໍານວນຫຼວງຫຼາຍຍັງຄົງມີຄວາມສ່ຽງ ໃນການທີ່ຈະຖືກຕັດ ໃນຕໍ່ໜ້ານີ້.

ທ່ານເດວິດ ເກຣສລີ (David Gressly) ບອກກັບ VOA ວ່າ “ມັນບໍ່ພຽງພໍທີ່ພວກເຮົາໄດ້ຮັບການຊຸກຍູ້ ພຽງຢ່າງດຽວ, ພວກເຮົາຕ້ອງການການສະໜັບສະໜຸນຢ່າງຕໍ່ເນື່ອງໃນອາທິດຕໍ່ໆໄປຈົນເຖິງປີ 2022 ແລະຈົນກວ່າວິກິດການນີ້ຈະໄດ້ຮັບການແກ້ໄຂທາງການເມືອງ, ສະຖານະການຢູ່ທີ່ນີ້ ຍັງຄົງມີຢູ່ຕໍ່ໄປ.”

ສົງຄາມເປັນເວລາ 7 ປີ ລະຫວ່າງປະທານາທິບໍດີ ອັບດູ ຣາບູ ແມນຊົວ ຮາດີ (Abdu Rabu Mansour Hadi), ຜູ້ທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະບານຊາອຸດີແລະພວກກະບົດຮູທີ (Houthi), ທີ່ໄດ້ຮັບການສະໜັບສະໜຸນຈາກອີຣ່ານ ໄດ້ຜັກດັນໃຫ້ປະເທດທີ່ຍາກຈົນທີ່ສຸດໃນຕາເວັນອອກກາງດັ່ງກ່າວເກືອບຈະກ້າວໄປສູ່ວິກິດການທາງດ້ານມະນຸດສະທຳ.

ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງອົງການສະຫະປະຊາຊາດເພື່ອໄກ່ເກ່ຍໃຫ້ມີ
ການຢຸດຍິງໃນທົ່ວປະເທດ, ເປີດສະໜາມບິນຊານາອາ ຄືນອີກ, ຜ່ອນຜັນຂໍ້ຈໍາກັດໃນການນຳເຂົ້ານ້ຳມັນເຊື້ອໄຟ ແລະການນໍາເຂົ້າອື່ນໆ ຜ່ານທ່າເຮືອ ໂຮໄດດາ (Hodeidah) ແລະຄວາມພະຍາຍາມເພື່ອໃຫ້ເປີດການເຈລະຈາໂດຍກົງນັ້ນ ບໍ່ປະສົບຜົນສໍາເລັດ.

ປະຊາຊົນຊາວເຢເມນຫຼາຍກວ່າ 20 ລ້ານຄົນ ຂອງຈຳນວນປະຊາກອນທັງໝົດ 30 ລ້ານຄົນ ຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທໍາ. ໂຄງການອາຫານໂລກກ່າວວ່າ 16 ລ້ານຄົນ “ກໍາລັງກ້າວເຂົ້າສູ່ຄວາມອຶດຢາກ,” ອັນເນື່ອງມາຈາກສະຖານະການຂອງຄວາມຂັດແຍ້ງ ແລະວິກິດທາງດ້ານເສດຖະກິດທີ່ຊຸດໂຊມລົງ.

ສະພາບການຂອງເດັກນ້ອຍ ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງ: ອົງການສະຫະປະຊາຊາດກ່າວວ່າ ເດັກນ້ອຍນຶ່ງຄົນເສຍຊີວິດໃນທຸກໆ 10 ນາທີ ຈາກຫຼາຍສາເຫດທີ່ປ້ອງກັນໄດ້ ເຊິ່ງລວມມີ ການທີ່ຮ່າງກາຍຂາດສານອາຫານ ແລະຢາວັກຊີນປ້ອງກັນພະຍາດຕ່າງໆ.

ອົງການສະຫະປະຊາຊາດຮ້ອງຂໍເງິນຈໍານວນເກືອບ 4 ພັນລ້ານໂດລາ ເພື່ອຕອບສະໜອງຄວາມຕ້ອງການຈົນເຖິງເດືອນທັນວານີ້. ທ່ານເກຣສລີ ກ່າວວ່າພວກເຂົາເຈົ້າໄດ້ຮັບເງິນສົດ ແລະສິ່ງຂອງອື່ນໆພຽງແຕ່ 2 ພັນ 600 ລ້ານໂດລາ, ເຮັດໃຫ້ໂຄງການຄວາມຊ່ວຍເຫຼືອບາງຢ່າງ ບໍ່ມີຄວາມແນ່ນອນໃນອະນາ ຄົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG