ກຸ່ມກະບົດຮູຕີຂອງ ເຢເມນ ໃນວັນຈັນມື້ນີ້ໄດ້ອ້າງເອົາການໂຈມຕີໃສ່ກຳປັ່ນທີ່ຕິດທຸງຊາດ ເບລີສ໌ ທີ່ເດີນທາງຜ່ານຊ່ອງແຄບ ແບບ ແອລ-ແມນເດັບ.
ຖະແຫຼງການສະບັບນຶ່ງຂອງກຸ່ມຮູຕີ ໄດ້ລະບຸຊື່ກຳປັ່ນດັ່ງກ່າວວ່າ ຣູບີມາ (Rubymar), ເຊິ່ງແມ່ນກຳປັ່ນຂົນສົ່ງສິນຄ້າຂະໜາດໃຫຍ່ທີ່ອົງການຕິດຕາມການບໍລິການຂົນສົ່ງກ່າວວ່າໄດ້ເດີນທາງຈາກສະຫະລັດ ອາຣັບ ເອເມີເຣັສ ໄປ ບຸລກາເຣຍ.
ອົງການປະຕິບັດການການຄ້າທາງທະເລ ສະຫະຣາຊະອານາຈັກ ອັງກິດ ໄດ້ກ່າວໃນວັນຈັນມື້ນີ້ວ່າ ບັນດາເຈົ້າໜ້າທີ່ກອງທັບໄດ້ລາຍງານວ່າລູກເຮືອໄດ້ພາກັນໜີປະກຳປັ່ນລຳນັ້ນ, ເຊິ່ງໄດ້ມີສ່ວນຮ່ວມໃນເຫດການທີ່ຖືກລາຍງານໃນວັນອາທິດວານນີ້ ປະມານ 65 ກິໂລແມັດທາງພາກໃຕ້ຂອງເມືອງ ອາລ ມູຄາ, ປະເທດ ເຢເມນ.
ອົງການປະຕິບັດການການຄ້າທາງທະເລ ສະຫະຣາຊະອານາຈັກອັງກິດ ກ່າວວ່າ “ກຳປັ່ນໄດ້ຈອດຢູ່ ແລະ ລູກເຮືອທຸກຄົນແມ່ນປອດໄພ.”
ພວກຮູຕີໄດ້ດຳເນີນການໂຈມຕີຫຼາຍຄັ້ງນັບຕັ້ງແຕ່ເດືອນພະຈິກເປັນຕົ້ນມາ, ດ້ວຍການນຳໃຊ້ໂດຣນ, ລູກສອນໄຟ ແລະ ເຮືອທີ່ແນເປົ້າໃສ່ກຳປັ່ນໃນທະເລແດງ. ກຸ່ມກະບົດທີ່ໄດ້ຮັບການໜູນລັງໂດຍອີຣ່ານນັ້ນກ່າວວ່າ ພວກເຂົາດຳເນີນງານດ້ວຍຄວາມເປັນນ້ຳນຶ່ງໃຈດຽວກັບຊາວປາແລັສໄຕນ ໃນເຂດກາຊາ.
ກອງກຳລັງ ສະຫະລັດ ແລະ ອັງກິດ ໄດ້ດຳເນີນການໂຈມຕີແກ້ແຄ້ນໃນ ເຢເມນ, ໃນຂະນະດຽວກັນດຳເນີນການເພື່ອຍິງໂດຣນ ແລະ ລູກສອນໄຟຂອງກຸ່ມຮູຕີຕົກ ເພື່ອປົກປ້ອງເສັ້ນທາງຂົນສົ່ງທີ່ສຳຄັນໃນທະເລແດງ.
ກອງທັບ ສະຫະລັດ ໄດ້ປະກາດການດຳເນີນການຄັ້ງຫຼ້າສຸດຂອງເຂົາເຈົ້າໃນວັນອາທິດວານນີ້, ໂດຍເວົ້າວ່າການໂຈມຕີ 5 ຄັ້ງໃນວັນເສົາທີ່ຜ່ານມາໄດ້ຖືກລູກສອນໄຟນຳວິຖີເຄື່ອນທີ່ຕໍ່ຕ້ານກຳປັ່ນ ພ້ອມກັບໂດຣນໃຕ້ນ້ຳ ແລະ ເທິງໜ້ານ້ຳ.
ຟໍຣັມສະແດງຄວາມຄິດເຫັນ