ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມກະບົດຮູຕີຂອງເຢເມນ ຍຶດເຮືອຂົນສົ່ງສິນຄ້າ ໃນທະເລແດງ 


ແຟ້ມພາບ - ເຮືອ 'Galaxy Leader' ທີ່ເຫັນຢູ່ທ່າເຮືອ ໂຄເປີ (Koper), ປະເທດສະໂລເວເນຍ (Slovenia) ໃນວັນທີ 16 ກັນຍາ 2008. ກຸ່ມກະບົດຮູຕີຂອງເຢເມນ ໄດ້ຍຶດເຮືອຂົນສົ່ງສິນຄ້າ ທີ່ກ່ຽວຂ້ອງກັບອິສຣາແອລ ໃນເສັ້ນທາງເດີນເຮືອທີ່ສຳຄັນໃນທະເລແດງ ໃນວັນທີ 19 ພະຈິກ 2023,​ເຈົ້າໜິ້າທີ່ກ່າວ.
ແຟ້ມພາບ - ເຮືອ 'Galaxy Leader' ທີ່ເຫັນຢູ່ທ່າເຮືອ ໂຄເປີ (Koper), ປະເທດສະໂລເວເນຍ (Slovenia) ໃນວັນທີ 16 ກັນຍາ 2008. ກຸ່ມກະບົດຮູຕີຂອງເຢເມນ ໄດ້ຍຶດເຮືອຂົນສົ່ງສິນຄ້າ ທີ່ກ່ຽວຂ້ອງກັບອິສຣາແອລ ໃນເສັ້ນທາງເດີນເຮືອທີ່ສຳຄັນໃນທະເລແດງ ໃນວັນທີ 19 ພະຈິກ 2023,​ເຈົ້າໜິ້າທີ່ກ່າວ.

ກຸ່ມຮູຕີຂອງເຢເມນ ຊຶ່ງເປັນກຸ່ມກະບົດທີ່ໄດ້ຮັບການສະໜັບສະໜູນຈາກອີຣ່ານ ໄດ້ຍຶດເອົາກຳປັ່ນບັນທຸກສິນຄ້ານຶ່ງລໍາຢູ່ໃນທາງພາກໃຕ້ຂອງທະເລແດງ ແລະເວົ້າວ່າ ພວກເຂົາເຈົ້າໄດ້ນຳເອົາເຮືອລໍາດັ່ງກ່າວ ໄປທີ່ທ່າເຮືອເຢເມນແລ້ວ.

"ພວກເຮົາປະຕິບັດຕໍ່ລູກເຮືອທີ່ຢູ່ເທິງເຮືອ ຕາມຫຼັກການແລະຄວາມເຊື່ອຂອງ ອິສລາມ," ໂຄສົກຂອງກອງກຳລັງຮູ​ຕີ ກ່າວໃນຖະແຫຼງການ. ກຸ່ມ​ດັ່ງກ່າວຍັງໄດ້​ກ່າວ​ວ່າ ກຳ​ປັ່ນ​ລຳ​ນີ້​ເປັນ​ກຳ​ປັ່ນ​ຂອງ​ອິສຣາ​ແອ​ລ.

ກອງທັບອິສຣາແອລ ກ່າວໃນວັນອາທິດວານນີ້ວ່າ ກຳປັ່ນບັນທຸກສິນຄ້າລໍາດັ່ງກ່າວ ຖືກຈີ້ເອົາ ໃນຂະນະທີ່ກຳລັງແລ່ນຈາກເທີກີ ໄປອິນເດຍ, ເຊິ່ງເຮັດໃຫ້ເກີດຄວາມກັງວົນວ່າ ຄວາມເຄັ່ງຕຶງໃນພາກພື້ນ ກ່ຽວກັບສົງຄາມ ອິສຣາແອລ ແລະ ກຸ່ມຮາມາສ ກຳລັງແຜ່ລາມ ໄປສູ່ແນວລົບທາງທະເລ.

​ໃນ​ການ​ປະກາດ​ທາງ​ສື່​ສັງຄົມ, ກອງທັບ​ອິສຣາ​ແອ​ລ ໄດ້​ເອີ້ນ​ການຈີ້ເອົາກຳປັ່ນຄັ້ງນີ້ວ່າ ເປັນ "ເຫດການ​ຮ້າຍ​ແຮງ​ໃນ​ລະດັບ​ໂລກ" ​ແຕ່​ກ່າວ​ວ່າ ກຳ​ປັ່ນ​ລຳ​ດັ່ງກ່າວ​ ບໍ່​ແມ່ນ​ຂອງ​ອິສຣາ​ແອລ.

ຫ້ອງການຂອງນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ກ່າວ​ວ່າ ກຳ​ປັ່ນ​ລຳນີ້​ເປັນ​ກຳ​ປັ່ນ​ຂອງ​ອັງກິດ ​ແລະ ບໍລິຫານງານໂດຍຍີ່ປຸ່ນ ​ໂດຍມີ​ລູກ​ເຮືອ 25 ຄົນ ທີ່ປະກອບມີຫຼາຍສັນຊາດ ​ແຕ່​ບໍ່​ແມ່ນ​ຊາວ ອິສຣາແອລ.

ຍີ່​ປຸ່ນ​ໄດ້​ຢືນ​ຢັນ​ວ່າ ກຳ​ປັ່ນ ທີ່ມີຊື່ວ່າ ກາແລັກຊີ ລີດເດີ (Galaxy Leader) ແມ່ນ​ກຳ​ປັ່ນ​ບັນ​ທຸກ​ລົດ ​ທີ່​ດຳ​ເນີນ​ການ​ໂດຍ ນິບປອນ ຢູເຊັນ (Nippon Yusen).

“ພວກ​ເຮົາ​ປະນາມ​ການ​ກະທຳ​ດັ່ງກ່າວ​ຢ່າງ​ແຮງ," ທ່ານຮິໂຣກາຊູ ມັດຊູໂນ (Hirokazu Matsuno), ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ ກ່າວ​. ທ່ານຍັງ​ກ່າວ​ວ່າ ຍີ່​ປຸ່ນກຳລັງ​ດຳ​ເນີນ​ການ ໃນການປ່ອຍ​ກຳ​ປັ່ນລຳນີ້. "ປະຈຸບັນ, ກະຊວງແລະໜ່ວຍງານຕ່າງໆ ລວມທັງກະຊວງຄົມມະນາຄົມ ແລະກະຊວງການຕ່າງປະເທດ ກໍາລັງເກັບກໍາຂໍ້ມູນ ແລະເຮັດວຽກກັບບັນດາປະເທດທີ່ກ່ຽວຂ້ອງ ເພື່ອປ່ອຍເຮືອ ແລະລູກເຮືອ ຢ່າງໄວ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG