ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຢເມນ ປະຕິເສດບໍ່ຮັບເອົາຂໍ້ສະເໜີ ສັນຕິພາບ ສະບັບໃໝ່


ເດັກນ້ອຍຄົນໜຶ່ງຮ້ອງໄຫ້ ໃນຂະນະທີ່ກຳລັງນອນຢູ່ເທິງຕັກ
ຂອງແມ່ນລາວ ທີ່ ສູນປິ່ນປົວໂຣກອະຫິວາໃນນະຄອນຫຼວງ
Sana'a, ເຢເມນ. 29 ຕຸລາ, 2016.
ເດັກນ້ອຍຄົນໜຶ່ງຮ້ອງໄຫ້ ໃນຂະນະທີ່ກຳລັງນອນຢູ່ເທິງຕັກ ຂອງແມ່ນລາວ ທີ່ ສູນປິ່ນປົວໂຣກອະຫິວາໃນນະຄອນຫຼວງ Sana'a, ເຢເມນ. 29 ຕຸລາ, 2016.

ປະທານາທິບໍດີ ເຢເມັນ ທີ່ນາໆຊາດສະໜັບສະໜູນ ບໍ່ຍອມຮັບເອົາຂໍ້ສະເໜີສັນຕິພາບ ສະບັບໃໝ່ຂອງ ສະຫະປະຊາຊາດ ໃນວັນເສົາວານນີ້ ໃນຂະນະທີ່ເຮືອບິນຮົບຈາກກຳ ລັງປະສົມນຳພາໂດຍ ຊາອູດີ ອາເຣເບຍ ໜູນຫຼັງຜູ້ກ່ຽວ ໂຈມຕີທາງອາກາດສັງຫານພວກ ກະບົດຈຳນວນຫຼວງຫຼາຍ ທັງພົນລະເຮືອນ ແລະ ພວກນັກໂທດຢູ່ທາງພາກຕາເວັນຕົກ ສຽງໃຕ້.

ລາຍລະອຽດຂອງຂໍ້ສະເໜີສັນຕິພາບຫຼ້າສຸດຈາກທູດພິເສດ Ismail Ould Cheikh ປະ ຈຳອົງການ ສະຫະປະຊາຊາດ ຕໍ່ປະທານາທິບໍດີ Abdu Rabu Mansour Hadi ຍັງບໍ່ ທັນໄດ້ເປີດເຜີຍ ຢ່າງເປັນທາງການເທື່ອ. ແຕ່ອົງການຂ່າວສານ ຣອຍເຕີ້ ເວົ້າວ່າ ຂໍ້ສະ ເໜີດັ່ງກ່າວປະ ກອບດ້ວຍອັນທີ່ຈະແຍກໂຕທ່ານ ຮາດີອອກ ແລະ ຈະຈັດຕັ້ງລັດຖະບານ ໃໝ່ຂຶ້ນມາ. ອົງການຂ່າວສານ ຝຣັ່ງ ລາຍງານວ່າ ທ່ານ ຮາດີ ປະຕິເສດບໍ່ຮັບເອົາຂໍ້ສະເໜີ ດັ່ງກ່າວ ຊຶ່ງໄດ້ສົ່ງໄປໃຫ້ຜູ້ກ່ຽວທີ່ ນະຄອນຫຼວງຂອງ ຊາອູດີ ອາເຣເບຍ ນັ້ນ.

ໃນຂະນະດຽວກັນ ພວກເຫັນເຫດການທັງຫຼາຍກໍກ່າວວ່າ ການໂຈມຕີທາງອາກາດທີ່ ເມືອງ Taiz ທາງພາກຕາເວັນຕົກ ໄດ້ສັງຫານຜູ້ຄົນບໍ່ຕໍ່າກວ່າ​ 17 ຄົນໃນຫຼາຍໆຄຸ້ມຂອງ ພວກກະບົດ ຮູຕີ ທີ່ພວມຕໍ່ສູ້ກັບກຳລັງຂອງລັດຖະບານທີ່ໜູນຫຼັງໂດຍຊາວດີຢູ່.

ໃນຫຼາຍໆຊົ່ວໂມງຕໍ່ມາ ພວກເຫັນເຫດການກ່າວວ່າ ການໂຈມຕີທາງອາກາດທີ່ຫາກໍມີ ຂຶ້ນໃໝ່ໆຕໍ່ກອງບັນຊາການຮັກສາຄວາມປອດໄພ ທີ່ພວກກະບົດຄວບຄຸມໃນທ່າເຮືອ ໂຮ ເດດາ ທີ່ທະເລແດງ ໄດ້ສັງຫານຢ່າງໜ້ອຍ 40 ຄົນ ຮວມທັງພວກນັກໂທດ ແລະ ກຳລັງ ຮັກສາຄວາມປອດໄພນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG