ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ກະ​ບົດ​ເຢ​ເມນ ຈະ​ຕັດ​ສິນ​ໃຈມື້​ນີ້​ວ່າ ​ການ​ເຈ​ລະ​ຈາ ​ສັນ​ຕິ​ພາບ ​ມີຄວາມ​ຈິງ​ຈັງ​ ຫລືບໍ່


ຮູບ​ພາບທີ່​ເຫັນ​ຈາກ​ຂ້າງນອກ ຂອງ​ອາ​ຄານ​ໂຈ​ຮານ​ແນ​ສ​ເບີກ ບ່ອນ​ເຈ​ລະ​ຈາ​ກັນ​ກ່ຽວ​ກັບ​ສັນ​ຕິ​ພາບ​ຢູ່​ເຢເມນ ​ທີ່ນະຄອນສະ​ຕັອກ​ເຕີນ ປະ​ເທດ​ສະ​ວີ​ເດນ ໃນ ວັນ​ທີ 4 ທັນ​ວາ 2018.
ຮູບ​ພາບທີ່​ເຫັນ​ຈາກ​ຂ້າງນອກ ຂອງ​ອາ​ຄານ​ໂຈ​ຮານ​ແນ​ສ​ເບີກ ບ່ອນ​ເຈ​ລະ​ຈາ​ກັນ​ກ່ຽວ​ກັບ​ສັນ​ຕິ​ພາບ​ຢູ່​ເຢເມນ ​ທີ່ນະຄອນສະ​ຕັອກ​ເຕີນ ປະ​ເທດ​ສະ​ວີ​ເດນ ໃນ ວັນ​ທີ 4 ທັນ​ວາ 2018.

ພວກ​ກະ​ບົ​ດ​ຮູ​ຕີ​ໃນ​ເຢ​ເມນ​ກ່າວ​ວ່າ​ເຂົ​າ​ເຈົ້າ​ຈະ​ຕັດ​ສິນ​ໃຈ​ໃນ​ວັນ​ສຸກ​ມື້​ນີ້ວ່າ ລັດ​ຖະ​ບານ​
ມີ​ຄວາມ​ຈິງ​ຈັງ ກ່ຽວ​ກັບການ​ຈັດ​ໃຫ້​ມີ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຫຼື​ບໍ່.

ໂຄ​ສົກຂອງ​ກຸ່ມ​ກະ​ບົດ​ກ່າວ​ເປັນ​ພາ​ສາ​ອາ​ຣັບ​ຜ່ານ​ໂທ​ລະ​ພາບ​ວ່າ “ພວກ​ເຮົາ​ບໍ່ມີ​ບັນ​ຫາ​
ຫຍັງທີ່​ຈະ​ຈັດ​ການ​ສົນ​ທະ​ນາ​ກັ​ບ​ຝ່າຍ​ກົງ​ກັນ​ຂ້າມ. ພວກ​ເຮົາ​ຈະ​ສັ່ງ​ຊາ​ວ່າ​ການ​ພົບ​ປະ​
ເຈ​ລະ​ຈາ​ສະ​ຕັອກ​ໂຮ​ລ​ມ໌ ວ່າ​ມີ​ຄວາມ​ທີ່​ຈິງ​ຈັງ ​ຫຼື​ບໍ່ ໃນມື້​ອື່ນ​ນີ້.”

ການ​ພົບ​ປະ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນຈາກ​ອົງ​ການສະ​ຫະ​ປະ​ຊາ​ຊາດເປີດ​ຂຶ້ນ​ໃນ
​ວັນ​ພະ​ຫັດ​ວານ​ນີ້ ໃນ​ເມືອງ​ຣິມ​ໂບ ປະເທດ​ສະ​ວີ​ເດັນ ພາກ​ເໜືອ​ຂອງ​ນະ​ຄອນ​ສະ​
ຕັອກ​ໂຮມ.

UN Envoy: Success of Yemen Talks Depends on Warring Sides
please wait

No media source currently available

0:00 0:02:09 0:00

ນີ້​ເປັນ​ການ​ພົບ​ປະ​ກັນ​ເທື່ອ​ທຳ​ອິດ​ລະ​ຫວ່າງ​ພວກ​ກະ​ບົດ​ຮູ​ຕີ ທີ່​ໜູນຫຼັງ​ໂດ​ຍອີ​ຣ່ານ
ແລະ​ລັດ​ຖະ​ບານ​ເຢ​ເມນທີ່​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ ຊາ​ອຸ​ດີນັບ​ແຕ່​ປີ 2016
ເປັນ​ຕົ້ນ​ມາ. ເຂົາ​ເຈົ້າ​ແນ​ໃສ່​ການ​ກ້າວໄປຂ້າງ​ໜ້າ​ເພື່ອ​ແກ້​ໄຂ​ບັນ​ຫາທາງການ​
ເມືອງຂອງສົງ​ຄາມ​ທີ່​ດຳ​ເນີນ​ມາໄດ້ສີ່​ປີນັ້ນ​.

ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ມາ​ຣ​ຕິນ ກ​ຣິ​ຟ​ຟິດ​ທ໌ ໄດ້​ລາຍ​ງານວ່າ ມີ​ຄວາມ​ຄືບ​
ໜ້າໃນ​ລະ​ດັບ​ໃດ​ນຶ່ງ ຫຼັງ​ຈາກມີ​ການພົບ​ປະ​ກັນ​ໝົດ​ມື້ ໃນ​ມື້ທຳ​ອິດ ໃນ​ວັນ​ພະ​ຫັດ​ວາ​ນ
​ນີ້ ໃນເວ​ລາທີ່​ທັງ​ສອງ​ຝ່າຍ​ເຫັນ​ພ້ອມ​ກັບ​ການ​ແລກ​ປ່ຽນ​ນັກ​ໂທດ​ນຳ​ກັນ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ວີ​ເດນ ທ່ານ​ນາງ​ມາ​ຣ​ກັອ​ຕ ວອ​ລ​ສະ​ຕ​ຣົມ ແລະ​ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ ຕາງ​ໜ້າເຢ​ເມນ ທ່ານມາ​ຣ​ຕິນກ​ຣິິ​ຟຟິດ​ທ໌ ທີ່​ປະ​ເທດ​ສະ​ວີ​ເດນ ວັນ​ທີ 6 ທັນ​ວາ 2018.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ວີ​ເດນ ທ່ານ​ນາງ​ມາ​ຣ​ກັອ​ຕ ວອ​ລ​ສະ​ຕ​ຣົມ ແລະ​ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ ຕາງ​ໜ້າເຢ​ເມນ ທ່ານມາ​ຣ​ຕິນກ​ຣິິ​ຟຟິດ​ທ໌ ທີ່​ປະ​ເທດ​ສະ​ວີ​ເດນ ວັນ​ທີ 6 ທັນ​ວາ 2018.

ທ່ານກ​ຣິ​ຟ​ຟິດ​ທ໌ ໄດ້​ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ຝ່າຍ “ເຮັດ​ວຽກ​ດ້ວ​ຍຄວາມ​ເຊື່ອ​ໝັ້ນກັນ
ເພື່ອ​ນຳ​ມາ​ສັນ​ຍາ​ທີ່​ສົ່ງໃຫ້ຮູ້​ວ່າ ຈະ​ມີສັນ​ຕິ​ພາບນັ້ນ.”

ແຕ່​ວ່າ​ອຸ​ປະ​ສັກ​ທີ່​ສຳ​ຄັນ​ຍັງຄ້າງ​ຄາຢູ່​ກໍ​ຄື ເມືອງ​ທ່າ​ເຮືອ​ໂຮ​ເດ​ດາ ບ່ອນທີ່​ມີ​ການ​ສົ່ງການ
​ຊ່ວຍ​ເຫລືອ​ດ້ານອາ​ຫານ ແລະການຊ່ວຍ​ເຫືອດ້ານ​ມະ​ນຸດ​ສະ​ທຳອື່ນໆ ເກືອບ​ທັງ​ໝົດ
​ໄປ​ຜ່ານ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG