ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ກະ​ບົດ ເຢ​ເມນ ຍິງ​ລູກ​ສອນ​ໄຟ ໂຈມ​ຕີ ໂຮງ​ງານ​ກັ່ນ​ນ້ຳ​ຈືດ ຂອງ ຊາ​ອຸ​ດີ


ຄວາມ​ເສຍ​ຫາຍ ຕໍ່​ສະ​ໜາມ​ບິນສາ​ກົນ​ອັບ​ບາ ຫຼັງ​ຈາກ​ການ​ໂຈມ​ຕີ ໂດຍ​ພວກ​ກະ​ບົດ​ຮູ​ຕີ ໃນ​ເຢ​ເມນ ເມື່ອ​ວັນ​ທີ 12 ມິ​ຖຸ​ນາ 2019.
ຄວາມ​ເສຍ​ຫາຍ ຕໍ່​ສະ​ໜາມ​ບິນສາ​ກົນ​ອັບ​ບາ ຫຼັງ​ຈາກ​ການ​ໂຈມ​ຕີ ໂດຍ​ພວກ​ກະ​ບົດ​ຮູ​ຕີ ໃນ​ເຢ​ເມນ ເມື່ອ​ວັນ​ທີ 12 ມິ​ຖຸ​ນາ 2019.

ພວກ​ຫົວ​ຮຸນ​ແຮງ​ຮູ​ຕີ ​ຊຶ່ງ​ເປັນ​ພັນ​ທະ​ມິດ​ຂອງ​ອີ​ຣ່ານ​ໃນ​ເຢ​ເມນ ໄດ້​ຍິງ​ລູກ​ສອນໄຟ​ເຂົ້າ​ໄປ​ໃສ່​ພາກ​ໃຕ້​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ຕົກ​ໃສ່​ໃກ້ໆ​ໂຮງ​ງານ​ກັ່ນ​ນ້ຳ​ທະເລ​ໃຫ້​ເປັນ​ນ້ຳ​ຈືດ ແຕ່​ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຫຼື​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍໃດໆ.

ແນວ​ໂຮມ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຊາ​ອຸ​ດີ ທີ່​ພວມ​ຕໍ່​ສູ້​ກັບ​ພວກ​ກະ​ບົດ​ຮູ​ຕີ ​ກ່າວ​ວ່າ ລູກ​ສອນ​ໄຟ​ໄດ້​ຕົ​ກ​ລົງ​ໃສ່​ໃກ້​ກັບ​ໂຮງ​ງານ ໃນ​ຄຸ້ມ​ອາ​ລ-ຊູ​ແກັກ ​ໃນ​ເມືອງ​ຈີຊານ.

ໂຄ​ສົກ​ຂອງ​ກຸ່ມ​ແນວ​ໂຮມ ທ່ານ ເທີ​ກີ ອາ​ລ-ມາ​ລີ​ກີ ກ່າວ​ວ່າ “ທາງ​ແນວ​ໂຮມ​ຈະ​ເອົາ​ມາດ​ຕະ​ການ​ອັນ​ໜັກ​ແໜ້ນ ຢ່າງ​ຮີບ​ດ່ວນ ແລະ​ທັນ​ກັບ​ເວ​ລາ ເພື່ອ​ສະກັດ​ກັ້ນ​ກຳ​ລັງ​ທະ​ຫານ​ບ້ານ​ກໍ່​ການ​ຮ້າຍ​ກຸ່ມນີ້.”

ພວກ​ກະ​ບົດ​ຮູ​ຕີ ທີ່​ໄດ້​ຂັບ​ໄລ່​ລັດ​ຖະ​ບານ ທີ່​ໜຸນ​ຫຼັງ ​ໂດຍ​ຊາ​ອຸ​ດີ ອາ​ຣາ​ເບຍ​ແລະຮັບ​ຮູ້​ໂດຍ​ນາໆ​ຊາດ ລົງ​ຈາກ​ອຳ​ນາດ ທີ່​ນະ​ຄອນ​ຫຼວງ​ຊາ​ນາ​ອາ​ຂອງ​ເຢເມນ ໃນ​ທ້າຍ​ປີ 2014 ນັ້ນ ໄດ້​ເພີ້ມ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ໃສ່​ຫົວ​ເມືອງ​ຕ່າງໆ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ຮອບ​ສອງ​ອາທິດ​ທີ່​ຜ່ານ​ມານີ້.

ໃນ​ອາ​ທິດ​ແລ້ວ ລູກ​ສອນ​ໄຟ​ຂອງ​ພວກ​ກະ​ບົດ​ລູກ​ນຶ່ງ ໄດ້​ຕົກ​ໃສ່​ສະ​ໜາມ​ບິນ​ສາ​ກົນ​ທີ່​ເມືອງ​ອາ​ບາຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ຊຶ່ງ​ເຮັດ​ໃຫ້ 26 ຄົນ​ໄດ້​ຮັບ​ບາດ​ເຈັບ.

ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ ແຊນ​ເດີ ກ່າວ​ວ່າ ມີ​ການ​ລາຍ​ງານ​ ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຊາບ​ແລ້ວ​ກ່ຽວ​ກັບ​ເລື້ອງນີ້.

ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ພັນ​ໂທ​ທະ​ຫານ​ເຮືອ ເຣ​ເບັກ​ກາ ເຣ​ບາ​ຣິ​ສ ກ່າວ​ວ່າ ການ​ໂຈມ​ຕີແບບນີ້ “ພາ​ໃຫ້​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ເປັນ​ຢ່າງ​ຍິ່ງ ແລະ​ເຮັດ​ໃຫ້​ຊີ​ວິດຂອງ​ປະ​ຊາ​ຊົນ​ທີ່​ບໍ່​ມີ​ຄວາມ​ຜິດ ຕົກ​ຢູ່​ໃນ​ຄວາມ​ສ່ຽງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG