ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ຢູ່ເຢເມນ ເຮັດໃຫ້ ຢ່າງໜ້ອຍ 43 ຄົນ ເສຍຊີວິດ ລວມທັງ ເດັກນ້ອຍ


ທ່ານໝໍຄົນນຶ່ງ ປິ່ນປົວເດັກນ້ອຍ ທີ່ໄດ້ຮັບບາດເຈັບ ຍ້ອນການໂຈມຕີທາງອາກາດ ຢູ່ນະຄອນຊາອາດາຂອງເຢເມນ ໃນວັນທີ 9 ສິງຫາ, 2018
ທ່ານໝໍຄົນນຶ່ງ ປິ່ນປົວເດັກນ້ອຍ ທີ່ໄດ້ຮັບບາດເຈັບ ຍ້ອນການໂຈມຕີທາງອາກາດ ຢູ່ນະຄອນຊາອາດາຂອງເຢເມນ ໃນວັນທີ 9 ສິງຫາ, 2018

ອົງການບັນເທົາທຸກຕ່າງໆ ໄດ້ສະແດງຄວາມໂກດແຄ້ນອອກມາ ແລະມີ
ຄວາມຂຸ່ນເຄືອງໃຈ ຕໍ່ການໂຈມຕີທາງອາກາດຂອງກຳລັງແນວໂຮມທີ່ນໍາ
ພາໂດຍຊາອຸດີ ຕໍ່ພວກກະບົດຮູຕີ ຊຶ່ງໄດ້ສັງຫານຊີວິດຂອງຢ່າງໜ້ອຍ 43
ຄົນ ໃນວັນພະຫັດວານນີ້ ຢູ່ໃນເຢເມນ ຊຶ່ງໃນນັ້ນມີຫລາຍຄົນແມ່ນເດັກນ້ອຍ.

ນອກນັ້ນຍັງມີຫລາຍກວ່າ 60 ຄົນໄດ້ຮັບບາດເຈັບ.

ລູກສອນໄຟລູກນຶ່ງ ໄດ້ຍິງຖືກລົດເມທີ່ຂົນສົ່ງເດັກນ້ອຍກັບມາຈາກການໄປ
ກິນເຂົ້າປ່າຊຸມກັນທີ່ຈັດໂດຍໂຮງຮຽນ ໃນໄລຍະພັກແລ້ງ.

ລາຍງານຂ່າວໂທລະພາບສະແດງໃຫ້ເຫັນໂຮງໝໍທີ່ມີເດັກນ້ອຍຫລາຍຄົນ
ອາບດ້ວຍເລືອດທີ່ປາກົດວ່າ ຢ້ານແຮງຈົນກະທັ້ງວ່າໄຫ້ບໍ່ອອກ. ສ່ວນຄົນ
ອື່ນ ແມ່ນຄວນຄາງຢູ່ນໍາພື້ນ ໃນຂະນະລໍຖ້າການຊ່ວຍເຫລືອ.

"ເປັນຕາໜ້າຢ້ານ, ໜ້າອັບອາຍ, ເປັນຕາໜ່າຍ," ນັ້ນຄືຄໍາເວົ້າຂອງທ່ານຢານ
ເອຈີແລນ, ຫົວໜ້າອົງການຊ່ວຍເຫຼືອອົບພະຍົບ ຂອງນໍເວ ທີ່ຂຽນລົງໃນ
ທວີດເຕີ. ທ່ານກ່າວອີກວ່າ "ເປັນການລະເມີດລະບຽບຂອງສົງຄາມຢ່າງ
ໂຈ່ງແຈ້ງໃນ ຂະນະທີ່ລົດເມຂົນສົ່ງເດັກນ້ອຍນັກຮຽນທີ່ໄຮ້ດຽງສາແມ່ນ
ຖືວ່າເປັນສິ່ງທີ່ມີເຫດ ຜົນພຽງພໍສຳລັບການໂຈມຕີ."

ອົງການຊ່ວຍເຫລືອເດັກ ຫລື Save the Children ກໍເວົ້າວ່າຕົນ "ປະນາມ
ການໂຈມຕີຄັ້ງນີ້ ແລະກໍາລັງຮຽກຮ້ອງໃຫ້ມີການສືບສວນຢ່າງເຕັມທີ່, ໃນ
ທັນທີ ທັນໃດ, ແລະທໍາໂດຍພາກສ່ວນທີ່ເປັນອິດສະຫຼະ ກ່ຽວກັບການໂຈມຕີ
ນີ້ ແລະການໂຈມຕີຄັ້ງອື່ນໆ ທີ່ເກີດຂຶ້ນເມື່ອມໍ່ໆມານີ້ ຕໍ່ພົນລະເຮືອນແລະ
ພື້ນຖານໂຄງລ່າງຕ່າງໆຂອງພົນລະເຮືອນ."

ອົງການແພດບໍ່ມີພົມແດນ ຫລື Doctors Without Borders ໄດ້ວິພາກວິ
ຈານຢ່າງຮຸນແຮງວ່າ "ພົນລະເຮືອນສືບຕໍ່ໄດ້ຮັບຄວາມເສຍຫາຍສູງ" ຢູ່ໃນ
ເຢເມນ ໃນຂະນະທີ່ກອງທຶນເດັກຂອງອົງການສະຫະປະຊາຊາດຕັ້ງຄໍາຖາມ
ວ່າ "ໂລກນີ້ກໍຍັງຕ້ອງການຊີວິດຂອງເດັກນ້ອຍທີ່ໄຮ້ດຽງສາ ເພື່ອຍຸຕິສົງຄາມ
ອັນຮ້າຍກາດຕໍ່ເດັກນ້ອຍໃນເຢເມນ ຢູ່ບໍ່?"

ສະຫະລັດໄດ້ໃຫ້ການສະໜັບສະໜຸນແກ່ກໍາລັງແນວໂຮມທີ່ນໍາພາໂດຍຊາ
ອຸດີ ທີ່ແນເປົ້າໝາຍການໂຈມຕີ ໃສ່ພວກກະບົດຮູຕີ ທີ່ໄດ້ຮັບການສະໜັບ
ສະໜຸນຈາກອີຣ່ານຢູ່ໃນເຢເມນນັ້ນ.

ທ່ານນາງ ເຮເຕີ ນາວເອີດ (Heather Nauert) ໂຄສົກຂອງກະຊວງການ
ຕ່າງປະເທດສະຫະລັດກ່າວວ່າ "ພວກເຮົາເຊື່ອໄດ້ເມື່ອພວກເຂົາເຈົ້າເວົ້າ
ວ່າ ພວກເຂົາເຈົ້າຈະດໍາເນີນການສືບສວນ. ພວກເຮົາໄດ້ປະສານງານກັບ
ເຂົາເຈົ້າ ຢ່າງໃກ້ຊິດ.”

ການໂຈມຕີທາງອາກາດ ໃນວັນພະຫັດວານນີ້ ໄດ້ດໍາເນີນໄປເພື່ອແນໃສ່
ເຂດຄວບຄຸມໂດຍກຸ່ມກະບົດຢູ່ໃນແຂວງຊາດາ ໃກ້ກັບຊາຍແດນຂອງຊາ
ອຸດີ. ລູກສອນໄຟຫລາຍລູກ ໄດ້ຕົກໃສ່ຕະຫລາດແຫ່ງນຶ່ງ.

ເບິ່ງວີດິໂອເພີ້ມກ່ຽວກັບຂ່າວນີ້ເປັນພາສາອັງກິດ

Saudi-led Coalition Airstrike in Yemen Kills Dozens, Many of Them Children
please wait

No media source currently available

0:00 0:02:06 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG