ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

10,000 ກວ່າຄົນຮ່ວມ ປະທ້ວງຕໍ່ຕ້ານລັດຖະບານ ຢູ່ເຢເມນ


ການປະທ້ວງຕໍ່ຕ້ານລັດຖະບານ ຢູ່ປະເທດເຢເມນ (27 ມັງກອນ 2011)
ການປະທ້ວງຕໍ່ຕ້ານລັດຖະບານ ຢູ່ປະເທດເຢເມນ (27 ມັງກອນ 2011)

ຊາວເຢເມນຈຳນວນຫຼາຍພັນຄົນເລີ້ມພາກັນປະທ້ວງຮອບ
ໃໝ່ທີ່ນະຄອນຫຼວງ Sana’a ຮຽກຮ້ອງໃຫ້ການປົກຄອງ
ທີ່ດຳເນີນມາເປັນເວລາຫຼາຍທົດສະວັດຂອງປະທານາທິບໍ
ດີ Abdullah Saleh ສິ້ນສຸດລົງ.

ໃນວັນພະຫັດ ມື້ວານນີ້ ມີພວກເດີນຂະບວນ ຢ່າງນ້ອຍ
10,000 ຄົນ ໄດ້ໄປໂຮມຊຸມນຸມກັນທີ່ມະຫາວິທະຍາໄລ
Sana’a ແລະອີກປະມານ 6,000 ຄົນ ຢູ່ບ່ອນອື່ນໆໃນ
ນະຄອນຫຼວງຂອງເຢເມນເພື່ອປະທ້ວງຕໍ່ຕ້ານລັດຖະບານ.

ບັນດາສະມາຊິກພັກຝ່າຍຄ້ານ ແລະພວກນັກເຄື່ອນໄຫວ
ຊາວໜຸ່ມທີ່ຈັດການໂຮມຊຸມນຸມປະທ້ວງໃນຄັ້ງນີ້ກ່າວວ່າ ພວກເຂົາເຈົ້າໄດ້ຮັບແຮງກະຕຸກ
ຊຸກຍູ້ ຈາກການລຸກຮືຂຶ້ນ ຂອງປະຊາຊົນໃນຕູນີເຊຍ ທີ່ໄດ້ຂັບໄລ່ອະດີດປະທານາທິບໍດີ
Zine El Abidine Ben Ali ອອກຈາກອຳນາດນັ້ນ.

ທ່ານ Saleh ເຂົ້າກຳອຳນາດ ມາໄດ້ດົນກວ່າ 30 ປີແລ້ວ. ທ່ານໄດ້ຖືກເລືອກໃຫ້ເຂົ້າຮັບ
ຕຳແໜ່ງຕື່ມອີກໃນປີ 2007 ແລະໄດ້ສະເໜີໃຫ້ມີການແກ້ໄຂກົດໝາຍລັດຖະທຳມະນູນທີ່
ຈະອຳນວຍໃຫ້ທ່ານ ໄດ້ກຳອຳນາດຕໍ່ໄປອີກ ຫຼັງຈາກສະໄໝການດຳລົງຕຳແໜ່ງຂອງທ່ານ
ສິ້ນສຸດລົງໃນປີ 2013 ຈະມານີ້.

XS
SM
MD
LG