ຊາວເຢເມນຈຳນວນຫຼາຍພັນຄົນ ເລີ້ມພາກັນໂຮມຊຸມນຸມ
ປະທ້ວງຮອບໃໝ່ ຢູ່ທີ່ນະຄອນຫຼວງ Sana’a ຮຽກຮ້ອງ
ໃຫ້ການປົກຄອງຂອງປະທານາທິບໍດີ Abdullah Saleh
ທີ່ດຳເນີນມາເປັນເວລາຫຼາຍທົດສະວັດນັ້ນສິ້ນສຸດລົງ.
ໃນວັນພະຫັດມື້ນີ້ ພວກປະທ້ວງໄດ້ໄປໂຮມຊຸມນຸມກັນຢູ່
ຫຼາຍໆຈຸດໃນນະຄອນຫຼວງ Sana’a ຮວມທັງມະຫາວິ
ທະຍາໄລ Sana’a ເພື່ອຮຽກຮ້ອງໃຫ້ມີການປ່ຽນລັດຖະ
ບານ.
ພວກນິຍົມລັດຖະບານ ຈຳນວນຫຼາຍຮ້ອຍຄົນ ກໍໄດ້ພາ
ກັນຈັດການໂຮມຊຸມນຸມຂອງພວກເຂົາເຈົ້າຂຶ້ນເພື່ອຕ້ານກັບການປະທ້ວງຂອງພວກຄັດຄ້ານ
ທີ່ນະຄອນຫຼວງຂອງເຢເມນ.
ທ່ານ Saleh ໄດ້ເຂົ້າກຳອຳນາດມາໄດ້ດົນກວ່າ 30 ປີແລ້ວ. ທ່ານໄດ້ຊະນະການເລືອກຕັ້ງ
ຕື່ມອີກໃນປີ 2007 ແລະໄດ້ສະເໜີໃຫ້ມີການແກ້ໄຂກົດໝາຍລັດຖະທຳມະນູນທີ່ຈະອຳນວຍ
ໃຫ້ທ່ານ ໄດ້ກຳອຳນາດຕໍ່ໄປອີກ ລຸນຫຼັງສະໄໝການປົກຄອງຂອງທ່ານ ໝົດອາຍຸລົງ ໃນປີ
2013 ຈະມານີ້.
ໃນຕົ້ນອາທິດນີ້ ປະທານາທິບໍດີ Saleh ໄດ້ສະເໜີໃຫ້ຂຶ້ນເງິນເດືອນ ແກ່ພວກລັດຖະກອນ
ພົນລະເຮືອນແລະພວກທະຫານບໍ່ເທົ່າໃດມື້ລຸນຫລັງທີ່ໄດ້ມີການປະທວ້ງຕໍ່ຕ້ານລັດຖະບານ.
ເກືອບເຄິ່ງນຶ່ງຂອງພົນລະເມືອງຈຳນວນ 23 ລ້ານຄົນຂອງເຢເມນດໍາລົງຊີວິດຢູ່ດ້ວຍລາຍໄດ້
2 ໂດລາ ຫຼືໜ້ອຍກວ່າຕໍ່ຄົນຕໍ່ມື້.