ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ເຢເມນສັ່ງໃຫ້ຄຸ້ມຄອງ ພວກເດີນຂະບວນປະທ້ວງ


ການໂຮມຊຸມນຸມປະທ້ວງ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ ທີ່ນະຄອນຫຼວງ Sana'a (24 ກຸມພາ 2011)
ການໂຮມຊຸມນຸມປະທ້ວງ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ ທີ່ນະຄອນຫຼວງ Sana'a (24 ກຸມພາ 2011)

ປະທານາທິບໍດີເຢເມນ ທ່ານ Ali Abdullah Saleh
ຮຽກຮ້ອງໃຫ້ກຳລັງຮັກສາຄວາມສະຫງົບ ໃຫ້ຄວາມ
ຄຸ້ມຄອງແກ່ພວກເດີນຂະບວນປະທ້ວງ ທີ່ຮຽກຮ້ອງ
ໃຫ້ທ່ານລາອອກນັ້ນ.

ອົງການຂ່າວ Saba ຂອງທາງການເຢເມນໄດ້ພິມເຜີຍ
ແຜ່ຖະແຫຼງການສະບັບນຶ່ງ ທີ່ເວົ້າວ່າ ທ່ານ Saleh
ໄດ້ມີຄຳສັ່ງໃຫ້ກຳລັງຮັກສາຄວາມສະຫງົບ ປ້ອງກັນບໍ່
ໃຫ້ມີການປະທະກັນ ລະຫວ່າງພວກປະທ້ວງ ທີ່ນິຍົມ
ແລະຕໍ່ຕ້ານລັດຖະບານ.

ນອກນັ້ນແລ້ວ ທ່ານຍັງໄດ້ຮຽກຮ້ອງໃຫ້ທັງສອງຝ່າຍເອົາມາດຕະການລະມັດລະວັງຕໍ່ຕ້ານ
ພວກທີ່ອາດຈະພະຍາຍາມແຊກຊຶມເຂົ້າໄປໃນຖັນແຖວຂອງພວກປະທ້ວງແລະຍຸແຍ່ໃຫ້ເກີດ
ຄວາມຮຸນແຮງ.

ໃນມື້ວານນີ້ ພວກປະທ້ວງຕໍ່ຕ້ານລັດຖະບານຫຼາຍພັນຄົນໄດ້ໄປໂຮມຊຸມນຸມກັນທີ່ຈະຕຸລັດ
ແຫ່ງນຶ່ງ ໃນນະຄອນຫຼວງ Sana’a.

ມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 12 ຄົນ ໃນຄວາມຮຸນແຮງ ຈາກການເດີນຂະບວນປະທ້ວງທີ່
ໄດ້ເລີ້ມຕົ້ນມາໃນເດືອນນີ້ຢູ່ເຢເມນນັ້ນ.

XS
SM
MD
LG