ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ການປະທ້ວງຕໍ່ຕ້ານ ລັດຖະບານ ຍັງດໍາເນີນຕໍ່ມາ ຢູ່ເຢເມນ


ພວກປະທ້ວງ ສະໜັບສະໜຸນລັດຖະບານເຢມນ ປະທະກັບ ພວກປະທ້ວງຕໍ່ຕ້ານລັດຖະບານ (17 ກຸມພາ 2011)

ທີ່ປະເທດເຢເມນພວກທີ່ຈົງຮັກພັກດີຕໍ່ລັດຖະບານໄດ້ປະ
ທະກັນກັບພວກປະທ້ວງຂະນະທີ່ການເດີນຂະບວນຮຽກ
ຮ້ອງໃຫ້ຂັບໄລ່ ປະທານາທິບໍດີ Ali Abdullah Saleh
ອອກຈາກອຳນາດກ້າວເຂົ້າສູ່ມື້ທີ 7 ໃນມື້ນີ້.

ພວກທີ່ເຫັນເຫດການກ່າວວ່າພວກປະທ້ວງຕໍ່ຕ້ານລັດຖະ
ບານໄດ້ໄປໂຮມຊຸມນຸມກັນທີ່ມະຫາວິທະຍາໄລ Sana’a
ໃນນະຄອນຫຼວງຂອງເຢເມນແລະໄດ້ປະທະກັນກັບພວກ
ທີ່ຈົງຮັກພັກດີຕໍ່ລັດຖະບານທີ່ມີໄມ້ຄ້ອນແລະດາບເປັນອາ
ວຸດນັ້ນ.

ມີຜູ້ໄດ້ຮັບບາດເຈັບຢ່າງນ້ອຍ 4 ຄົນ ໃນການປະເຊີນໜ້າແບບດຽວກັນໃນວັນພຸດວານນີ້ ຂະນະທີ່ພວກນັກສຶກສາປະທ້ວງ ພະຍາຍາມຈະເດີນຂະບວນຈາກມະຫາວິທະຍາໄລໄປຍັງ
ເຂດໃຈກາງເມືອງ. ພວກນັກສຶກສາໄດ້ແກວ່ງກ້ອນຫີນໃສ່ພວກໂຈມຕີ ແລະກ່າວວ່າ ພວກ
ຕົນຈະສືບຕໍ່ການເດີນຂະບວນອອກໄປຈາກ ບໍລິເວນມະຫາວິທະຍາໄລ.

ໃນອີກດ້ານນຶ່ງນັ້ນຜູ້ພິພາກສາຈຳນວນຫຼາຍຮ້ອຍຄົນກໍໄດ້ພາກັນປະທ້ວງ ຢູ່ນອກກະຊວງ
ຍຸດຕິທຳໃນນະຄອນຫຼວງ Sana’a. ພວກເຂົາເຈົ້າໄດ້ຮຽກຮ້ອງ ໃຫ້ສ້າງຕັ້ງຂະແໜງຕຸລາ ການທີ່ເປັນອິດສະຫຼະແລະຂໍຂຶ້ນເງິນເດືອນ.

XS
SM
MD
LG