ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບວດທີ່ມີອິດທິພົນເຂົ້າຮ່ວມ ການປະທ້ວງໃນເຢເມນ


ພວກປະທ້ວງຕໍ່ຕ້ານລັດຖະບານ ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ ຢູ່ນອກມະຫາວິທະຍາໄລ Sanaa, ວັນທີ 1 ມີນາ 2011.
ພວກປະທ້ວງຕໍ່ຕ້ານລັດຖະບານ ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ ຢູ່ນອກມະຫາວິທະຍາໄລ Sanaa, ວັນທີ 1 ມີນາ 2011.

ນັກບວດ​ທີ່​ມີ​ອິດ​ທິພົນ​ແລະ​ອະດີດ​ຜູ້​ສິດສອນ​ນາຍ​ໂອຊາ​ມາ
ບິນ​ລາເດັນໄດ້​ເຂົ້າ​ຮ່ວມ​ກັບ​ພວກ​ນັກ​ເຄື່ອນ​ໄຫວ​ເຢ​ເມນ​
ຫລາຍ​ໝື່ນ​ຄົນ ​ແລະ​ຮຽກຮ້ອງ​ໃຫ້​ປ່ຽນແປງລັດຖະບານ
ເຢ​ເມນໃຫ້​ເປັນ​ປະ​ເທດ​ອິສລາມ​ນັ້ນ.

Sheik Abdul Majid al-Zindani ​ໃນ​ວັນ​ອັງຄານ​ວານ​
ນີ້​ໄດ້​ກ່າວ​ຍ້ອງ​ຍໍ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ແລະ​ຮຽກ
ຮ້ອງ​ໃຫ້​ປະທານາທິບໍດີ Ali Abdullah Saleh ລາ​ອອກ​
ຈາກ​ຕໍາ​ແໜ່​ງ ຊຶ່ງ​ນັກບວດ Zindani ກ່າວ​ວ່າ ປະທານາທິ
ບໍດີ​ຂອງ​ເຢ​ເມນ ​ໄດ້​ຂຶ້ນ​ມາ​ກໍາ​ອໍານາດໂດຍ​ໃຊ້​ກໍາລັງ ​ແລະ​ວ່າ ມີ​ຊ່ອງ​ທາງ​ດຽວ​ເທົ່າ​ນັ້ນ​ເພື່ອ​ຈະ​ປົດ​ທ່ານ​ອອກ​ຈາກ​ຕໍາ​ແໜ່​ງ​ແມ່ນໂດຍກໍາລັງ​ຂອງ​ປະຊາຊົນ.

ນັກບວດ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ທ່ານ​ນີ້ ​ທີ່ສະຫະລັດຖື​ວ່າ​ເປັນ​ຜູ້​ກໍ່​ການ​ຮ້າຍນັບ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ ຊຶ່ງ​ຖືກ​ສົງ​ໄສ​ວ່າ​ເປັນ​ຜູ້​ຫາ​ເງິນໃຫ້​ເຄື່ອຂ້າ​ຍ al-Qaida ​ແລະ​ກຸ່ມ​ອື່ນໆ. ​ໃນ​ອະດີດ​ຜ່ານ​ມາ ທ່ານ Zindani ​ໄດ້​ຮັກສາ​ສາຍ​ພົວພັນ​ຂອງ​ຕົນ​ໄວ້​ກັບ​ທ່ານ Saleh ຈົນ​ຮອດ 2 ສັບປະດາ​ຜ່ານ​ມາ ທ່ານ​ໄດ້​ໃຫ້ການ​ສະໜັບສະໜຸນ​ແນວ​ຄິດ​ໃຫ້​ປະທານາທິບໍດີ​ເຢ​ເມນ​ຄອງ​ອໍານາດ​ຢູ່​ຕໍ່​ໄປ​ຈົນ​ຮອດ​ສະ​ໄໝ​ການ​ດໍາລົງຕໍາ​ແໜ່​ງຂອງ​ທ່ານ​ໝົດ​ອາຍຸ​ໄປ​ໃນ​ປີ 2013 ນັ້ນ.

XS
SM
MD
LG