ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການປະທ້ວງທີ່ທັງ ສະໜັບສະໜູນ ແລະຕໍ່ຕ້ານ ລັດຖະບານ ໃນເຢເມນ


ກຸ່ມສະໜັບສະໜູນຝ່າຍຕໍ່ຕ້ານປະທານາທິບໍດີ Ali Abdullah Saleh ໄດ້ໄປເຕົ້າໂຮມກັນຢູ່ມະຫາວິທະຍາໄລ Sana’a ໃນວັນທີ 3 ກຸມພາ, 2011
ກຸ່ມສະໜັບສະໜູນຝ່າຍຕໍ່ຕ້ານປະທານາທິບໍດີ Ali Abdullah Saleh ໄດ້ໄປເຕົ້າໂຮມກັນຢູ່ມະຫາວິທະຍາໄລ Sana’a ໃນວັນທີ 3 ກຸມພາ, 2011

ພວກປະ​ທ້ວງ​ທີ່​ສະໜັບສະໜູນ​ລັດຖະບານ ​ແລະຕໍ່ຕ້ານ​ລັດຖະບານ​ ຫລາຍ​ພັນ​ຄົນ ໄດ້​ໄປ​ໂຮມຊຸມນຸມ​ກັນ​ ເພື່ອ​ທໍາ​ການປະ​ທ້ວງ ຢູ່ໃນ​ຫລາຍໆ​ເຂດຂອງ​ນະຄອນຫລວງ Sana'a ​ໃນ​ມື້​ນີ້ ອັນ​ເປັນ​ມື້​ທີ່​ພວກ​ສະໜັບ ສະໜູນ​ຝ່າຍ​ຄ້ານ ​ເອີ້ນວ່າ “ວັນ​ແຫ່ງຄວາມໂກດ​ແຄ້ນ.”

ພວກປະ​ທ້ວງທີ່ຕໍ່ຕ້ານ​ປະທານາທິບໍດີ Ali Abdullah Saleh ​ໄດ້ໄປ​ເຕົ້າ​ໂຮມກັນ​ຢູ່​ມະຫາ
ວິທະຍາ​ໄລ Sana’a ບ່ອນໂຮມ​ຊຸມນຸມ​ປະ​ທ້ວງ​ຂອງປະຊາຊົນ ປະມານ 10 ພັນ​ຄົນ​ ​ໃນ​ ອາທິດ​ແລ້ວນີ້.

ສ່ວນພວກປະ​ທ້ວງ​ທີ່​ສະໜັບສະໜູນ ທ່ານ Saleh ​ໄດ້​ເດີນ​ຂະ​ບວນຢູ່​ໃນ​ໃຈກາງນະຄອນ
ຫລວງ Sana'a ໂດຍ​ຖື​ປ້າຍ​ຄຳ​ຂວັນກ່າວ​ຫາ​ພວກປະ​ທ້ວງຕໍ່ຕ້ານ​ລັດຖະບານວ່າ​ ພະຍາ
ຍາມ​ທຳລາຍ​ຄວາມໝັ້ນຄົງຂອງຊາດ.

ການໂຮມຊຸມນຸມຕ່າງໆ ແມ່ນ​ໄດ້​ມີ​ຂຶ້ນລຸ​ນຫລັງ​ທີ່ທ່ານ ທ່ານ Saleh ​ໄດ້​ຖະ​ແຫລ​ງຕໍ່​ສະພາ​ແຫ່ງຊາດ​ວ່າ ທ່ານຈະບໍ່​ສະມັກເປັນ​ປະທານາທິບໍດີ​ຕື່ມ​ອີກ ເວລາ​ສະ​ໄໝ​ການ​ດໍາລົງຕໍາ​ແໜ່​ງ​ ຂອງ​ທ່ານສິ້ນສຸດລົງໃນ​ປີ 2013 ​ແລະວ່າລູກ​ຊາຍ​ຂອງ​ທ່ານ​ ກໍຈະບໍ່ພະຍາຍາມ​ທີ່​ຈະ​ສືບ​ອໍານາດຕໍ່​ຈາກ​ທ່ານ​ເຊັ່ນ​ກັນ​.

ທ່ານ Saleh ທີ່​ໄດ້ຄອງ​ອຳນາດມາ​ໄດ້ 32 ປີ​ແລ້ວນັ້ນ ຍັງ​ໄດ້​ຮຽກຮ້ອງໃຫ້​ຢຸດ​ເຊົາການ​ປະ​ທ້ວງ​ທັງ​ໝົດ ​ທີ່​ໄດ້​ວາງ​ແຜນ​ໄວ້​ກ່ອນນັ້ນ.

ກຸ່ມຝ່າຍ​ຄ້ານຂອງຊາວເຢ​ເມນເວົ້າວ່າ ພວກ​ເຂົາ​ເຈົ້າຍິນ​ດີ​ນຳຄຳ​ປະກາດ​ຂອງ​ທ່ານ ​ແຕ່​ກໍກ່າວວ່າ​ ພວກ​ຕົນ​ຈະສືບ​ຕໍ່​ການ​ໂຮມ​ຊຸມນຸມ​ກັນຢ່າງ​ຕໍ່​ເນື່ອງ ທີ່ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ໄດ້​ຮັບ​ແຮງກະຕຸກຊຸກຍູ້​ແລະ​ດົນຈິດດົນ​ໃຈ ຈາກ​ການ​ປະ​ທ້ວງ​ໃນ​ຕູ​ນີ​ເຊຍແລະ​ອີ​ຈິບນັ້ນ.

XS
SM
MD
LG