ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

20 ຄົນ ເສຍຊີວິດ ໃນການປະທ້ວງທີ່ເຢເມັນ


ຜູ້ບາດເຈັບ ໃນຄວາມວຸ້ນວາຍທີ່ເມືອງ Taiz ຂອງເຢເມນ,
ວັນທີ 30 ພຶດສະພາ 2011
ຜູ້ບາດເຈັບ ໃນຄວາມວຸ້ນວາຍທີ່ເມືອງ Taiz ຂອງເຢເມນ, ວັນທີ 30 ພຶດສະພາ 2011

ຜູ້​ທີ່ເຫັນ​ເຫ​ດການ​ໃນ​ພາກ​ໃຕ້​ຂອງ​ເຢ​ເມນ​ກ່າວ​ວ່າ ພວກ​
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍິງ​ປືນໃສ່​ພວກ​ປະ​ທ້ວງ​ຝ່າຍ
ຄ້ານ​ຢູ່​ໃນ​ເມືອງ Taiz ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ນ້ອຍ 20
ຄົນ.

ພວກ​ເຫັນ​ເຫດການ​ເວົ້າ​ຕື່ມ​ວ່າ ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ
​ຕໍ່​ປະທານາທິ ບໍດີ Ali Abdullah Saleh ​ໄດ້​ບຸກລຸກ​ເຂົ້າ​
ໄປ​ໃນ​ຄ້າຍ​ພວກ​ປະ​ທ້ວງ​ແຫ່ງ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​
ທີ່​ລັດຖະບານ​ສືບ​ຕໍ່​ທໍາ​ການ​ປາບ​ປາມພວກ​ປະ​ທ້ວງ ​ທີ່​ຮຽກ
ຮ້ອງ​ໃຫ້​ທ່ານ​ຊາ​ເລ​ ລາ​ອອກ​ນັ້ນ.

ວັນ​ອາທິດ​ວານ​ນີ້ ພວກ​ປະ​ທ້ວງ​ຫລາຍ​ຄົນ​ໄດ້​ເສຍ​ຊີວິດ​ແລະ​ອີກຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ
ເຈັບທີ່​ເມືອງ Taiz ​ເວລາ​ພວກ​ກໍາລັງ​ຮັກສາ​ຄວາມປອດ​ໄພ​ແລະ​ພວກ​ມື​ປືນ​ທີ່ໃສ່​ຊຸດ​ພົນລະ
ເຮືອນ​ ເປີດ​ສາກ​ຍິງໃສ່ບ່ອນໂຮມຊຸມນຸມ​ປະ​ທ້ວງແຫ່ງ​ນຶ່ງ​ຂອງຝ່າຍ​ຄ້ານ​.

ໃນ​ຂະນະ​ດຽວ​ກັນ ​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທະຫານ 4
ຄົນ​ເສຍ​ຊີວິດ​ແລະ​ຢ່າງ​ໜ້ອຍ 7 ຄົນ​ຕື່ມ​ອິກໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ຢູ່​ໃກ້ໆ​ກັບ​ເມືອງ
Zinjibar ​ເມືອງ​ໃຫຍ່ອັນ​ດັບ 3 ຂອງ​ເຢ​ເມນ. ​ເວລາ​ນີ້​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ​ແມ່ນ​ໃຜ
ເປັນຜູ້​ຮັບຜິດຊອບ​ການ​ໂຈມ​ຕີ​ຄັ້ງ​ນີ້.

ຊາວ​ເມືອງ Zinjibar ຊຶ່ງ​ເປັນ​ເມືອງ​ເອກ​ຂອງ​ແຂວງ Abyan ນັ້ນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​
ຝູງເຮືອ​ບິນລົບ​ຂອງ​ກອງທັບ​ເຢ​ເມັນ​ໄດ້​ທໍາ​ການ​ໂຈມ​ຕີ​ຕໍ່​ພວກ​ຫົວ​ຕໍ່ສູ້​ຊາວ​ມຸສລິ​ມຫລາຍ​
ຮ້ອຍ​ຄົນທີ່​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ນັ້ນໃນ​ວັນ​ອາທິດ​ວານ​ນີ້​ ​ແລະ​ເພີ່ມ​ການ​ຄວບ​ຄຸມ​ຂອງ​ພວກ
ເຂົາ​ຂຶ້ນ ໃນ​ຂະນະ​ທີ່​ພວກ​ນາຍ​ພົນ​ທີ່​ຄັດຄ້ານລັດຖະບານ​ກ່າວ​ຫາປະທານາທິບໍດີ ຊາ​ເລ ວ່າ
ຍອມ​ປ່ອຍໃຫ້ພວກ​ກໍ່​ການ​ຮ້າຍເຂົ້າ​ຍຶດ​ເອົາແຂວງ Abyan.

XS
SM
MD
LG