ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເຢເມັນສືບຕໍ່ປະທ້ວງ ຂັບໄລ່ປະທານາທິບໍດີ


ພວກນາຍໝໍຫາມພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ໄດ້ຮັບບາດເຈັບ
ພວກນາຍໝໍຫາມພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ໄດ້ຮັບບາດເຈັບ

ພວກເຈົ້າໜ້າທີ່ການແພດໃນປະເທດເຢເມັນ ກ່າວວ່າ ພວກ
ປະທ້ວງຄົນນຶ່ງເສຍຊີວິດ ໃນວັນພຸດມື້ນີ້ ມື້ນຶ່ງຫລັງເຈົ້າໜ້າ
ທີ່ຕໍາຫລວດ ແລະເຈົ້າໜ້າທີ່ຮັກສາຄວາມປອດໄພນອກ
ເຄຶ່ອງແບບ ໄດ້ລະດົມຍິງປືນ ແລະລະເບີດນໍ້າຕາເຂົ້າໃສ່
ເພື່ອຂັດຂວາງບໍ່ໃຫ້ຜູ້ຄົນເຂົ້າຮ່ວມການເດີນຂະບວນປະ
ທ້ວງຕໍ່ຕ້ານລັດຖະບານໃນເມືອງ Sana'a ເມືອງຫລວງ ຂອງເຢເມັນນັ້ນ.

ພວກເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍມີຜູ້ໄດ້ຮັບບາດເຈັບ 80
ຄົນ ໃນເຫດການທີ່ເກີດຂຶ້ນເມື່ອວັນອັງຄານມື້ວານນີ້.

ພວກປະທ້ວງຫລາຍພັນຄົນ ໄດ້ກາງເຕັ້ນພັກແຮມເປັນ
ເວລາຫລາຍອາທິດ ຢູ່ໜ້າມະຫາວິທະຍາໄລ Sana’a
ຮຽກຮ້ອງໃຫ້ຍຸຕິການປົກຄອງປະເທດເປັນເວລາ 32
ປີ ຂອງປະທານາທິບໍດີ Ali Abdullah Saleh ນັ້ນ.

ການລະດົມຍິງທີ່ເຂດມະຫາວິທະຍາໄລ ແມ່ນຕິດຕາມດ້ວຍການກະບົດຕໍ່ຕ້ານລັດຖະບານ
ໂດຍພວກນັກໂທດ ທີ່ຄຸກໃຫຍ່ໃນເມືອງຫລວງເຢເມັນ. ຄວາມວຸ້ນວາຍ ແມ່ນໄດ້ເລີ່ມຕົ້ນ
ຂື້ນ ໃນຕອນບ່າຍຂອງວັນຈັນຜ່ານມານີ້ ເວລາພວກນັກໂທດຄຸກທີ່ຕ້ອງການໃຫ້ປະຕິຮູບ
ການປົກຄອງປະເທດນັ້ນໄດ້ປະກາດວ່າ ພວກເຂົາເຈົ້າຈະເຂົ້າຮ່ວມຂະບວນການປະທ້ວງ.

XS
SM
MD
LG