ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ເຢເມັນ ກຳນົດ ເງື່ອນໄຂ ການເຈລະຈາ ສັນຕິພາບ


ປະທານາທິບໍດີ ເຢເມັນ ທ່ານ Abed Rabbo Mansour Hadi ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າຮ່ວມ ​ໃນ​ການ​ເຈລະຈາ​ສັນຕິພາບ ກັບພວກ​ກະບົດ Houthi ທີ່​ອົງການ​ສະຫະ​ປະຊາ​ຊາດ ​ເປັນ​ຜູ້ໄກ່​ເກ່ຍ, ວັນທີ 13 ກັນຍາ 2015,
ປະທານາທິບໍດີ ເຢເມັນ ທ່ານ Abed Rabbo Mansour Hadi ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າຮ່ວມ ​ໃນ​ການ​ເຈລະຈາ​ສັນຕິພາບ ກັບພວກ​ກະບົດ Houthi ທີ່​ອົງການ​ສະຫະ​ປະຊາ​ຊາດ ​ເປັນ​ຜູ້ໄກ່​ເກ່ຍ, ວັນທີ 13 ກັນຍາ 2015,

ລັດຖະບານພັດ​ຖິ່ນເຢ​ເມັນ ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າຮ່ວມ ​ໃນ​
ການ​ເຈລະຈາ​ສັນຕິພາບ ທີ່​ອົງການ​ສະຫະ​ປະຊາ​ຊາດ ​ເປັນ​ຜູ້
​ໄກ່​ເກ່ຍ ​ເວັ້ນ​ເສຍ​ແຕ່ວ່າ ພວກ​ກະບົດ Houthi ຈະຖອນ​ກຳລັງ​
ອອກ​ຈາກ​ຂົງ​ເຂດ ​ທີ່ພວກ​ເຂົາ​ໄດ້​ຍຶດ​ຄອງນັ້ນ ອີງ​ຕາມມະ​ຕິຂອງ
ອົງການ​ສະຫະ​ປະຊາ​ຊາດ.

ປະທານາທິບໍດີ ​ເຢ​ເມັນ ທ່ານ Abed Rabbo Mansour Hadi
ກ່າວ​ໃນ​ຖະ​ແຫລ​ງການ​ສະບັບ ວັນ​ອາທິດວານ​ນີ້ ​ວ່າ ລັດຖະບານ​
ໄດ້​ຕັດສິນ​ໃຈ “ຈະ​ບໍ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸຸມ​ໃດໆ ຈົນ​ກວ່າ
ພວກ​ທະຫານ​ບ້ານ ຍອມຮັບ ແລະ ຕົກລົງວ່າ​ ຈະປະຕິບັດ
ຕາມ​ມະຕິ 2216 ຂອງ​ອົງການ​ສະຫະ​ປະຊາ​ຊາດ ປາດ​ສະ​ຈາກ ​ເງື່ອນ​ໄຂ​ໃດ​ໆ.”

ການ​ປະກາດ​ດັ່ງກ່າວ​ ມີ​ຂຶ້ນຫຼັງຈາກ​ທີ່ ການ​ພະຍາຍາມ​ໃຫ້ ທັງ​ສອງ​ຝ່າຍ​ເຂົ້າຮ່ວມ​ເຈລະຈາ ​ສັນຕິພາບນຳ​ກັນ ຫຼາຍຄັ້ງຜ່ານ​ມາ ​ໄດ້ລົ້ມ​ແຫລວ.

ປະທານາທິບໍດີ Hadi ​ໄດ້ຫລົບ​ໜີ ຈາກ​ເຢ​ເມັນ ​ເມື່ອ​ຕົ້ນປີ​ນີ້. ລັດຖະບານ​ຂອງ​ທ່ານ ​ແມ່ນ​ປະຕິບັດ​ງານ​ຈາກ​ຊາ​ອຸ​ດີ ອາຣາ​ເບຍ.

ຫຼາຍພັກ​ຝ່າຍ ​ໄດ້​ທຳ​ການ​ຕໍ່ສູ້​ກັນ​ເພື່ອ​ຄວບຄຸມເຢ​ເມັນ​ ນັບ​ຕັ້ງ​ແຕ່ ພວກ Houthi ​ໄດ້​ບຸກ​ເຂົ້າ​ ນະຄອນຫຼວງ ຊາ​ນາ​ອາ ​ເມື່ອ​ເດືອນ​ກັນຍາ​ປີ​ກາຍ​ນີ້. ການປະ​ທະ​ກັນ ​ໄດ້​ສັງຫານ​ພວກ​ນັກ​ຕໍ່​ສູ້ ​ແລະ ພົນລະ​ເຮືອນ ຫຼາຍພັນ​ຄົນ ຫຼັງຈາກ​ນັ້ນ ຊາ​ອຸ​ດີ​ ອາຣາ​ເບຍ ກໍ​ໄດ້​ເລີ້ມ​ຕົ້ນການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເຢ​ເມັນ ​ໃນ​ເດືອນ​ມີນາຜ່ານ​ມາ ຊຶ່ງ​ຂັບ​ດັນ​ໃຫ້​ປະ​ເທດ​ນັ້ນ ຕົກ​ຢູ່​ໃນ​ວິ​ກິດ​ການ​ດ້ານ​ມະນຸດສະທຳ.

XS
SM
MD
LG