ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເຢເມັນ ຕົກລົງ ຕໍ່ແຜນການໃຫ້ທ່ານລາອອກ


ທະຫານເຢເມັນ ເຂາສົມທົບກັບພວກປະທວງ ຮຽກຮອງໃຫປະທານາທິບໍດີ Ali Abdullah Saleh ລາອອກ ທນະຄອນຫລວງ Sanaa, ວັນທີ 24 ເມສາ 2011.
ທະຫານເຢເມັນ ເຂາສົມທົບກັບພວກປະທວງ ຮຽກຮອງໃຫປະທານາທິບໍດີ Ali Abdullah Saleh ລາອອກ ທນະຄອນຫລວງ Sanaa, ວັນທີ 24 ເມສາ 2011.

ບັນດາເຈົ້າ​ໜ້າ​ທີ່ລັດຖະບານເຢເມັນກ່າວວ່າ ປະທານາທິບໍດີ
Ali Abdul-lah Saleh ໄດ້​ຕົກລົງຕໍ່ຂໍ້ສະເໜີຂອງພວກໄກ່
ເກ່ຍຈາກບັນດາ​ປະ​ເທດ ​ໃນເຂດອ່າວອາຫຣັບ ທີ່ຮຽກຮ້ອງ ໃຫ້ທ່ານໂອນອໍານາດແລະລາອອກ ພາຍໃນ 30 ມື້ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ໃນວັນເສົາວານນີ້ວ່າ ລັດຖະບານເຢ
ເມັນໄດ້ແຈ້ງໃຫ້ ສະພາຮ່ວມມືແຫ່ງ​ຂົງ​ເຂດອ່າວອາຫຣັບ
ທີ່ປະກອບດ້ວຍຫົກປະເທດ ຫລື GCC ຊາບ​ແລ້ວ ກ່ຽວ
ກັບ​ການ​ຕົກລົງ​ຂອງປະທານາທິບໍດີ Saleh ທີ່​ຍອມຮັບ
ເອົາຂໍ້​ສະ​ເໜີດັ່ງກ່າວ ທີ່ກໍານົດໃຫ້ທ່ານລາອອກຈາກຕໍາ
ແໜ່ງ ຫລັງຈາກປົກຄອງປະເທດ ມາໄດ້ 30 ປີ ​ແລະ​ເພື່ອ
ເປັນການແລກປ່ຽນ ທ່ານ Saleh ພ້ອມຄອບຄົວ ແລະ
ພວກເຈົ້າໜ້າທີ່ໃກ້ຊິດຂອງທ່ານ ຈະໄດ້ຮັບສິດທິພິເສດ ບໍ່ໃຫ້ຖືກດໍາເນີນຄະດີໃດໆ.

ນອກ​ນີ້ ແຜນການດັ່ງກ່າວຍັງກໍານົດໃຫ້ທ່ານ Saleh ໂອນ
ອໍານາດໃຫ້ແກ່ຮອງປະທານາທິບໍດີ ຜູ້ທີ່ ຫລັງຈາກນັ້ນ ຈະ
ຮຽກໃຫ້ມີການເລືອກຕັ້ງເອົາປະທານາທິບໍດີ. ແຜນການດັ່ງກ່າວຍັງຮຽກຮ້ອງໃຫ້ ຈັດຕັ້ງ
ລັດຖະບານສາ​ມັກ​ຄີ​ຊາດ ຊຶ່ງພວກສະມາຊິກຂອງພັກທີ່ປົກຄອງປະເທດຈະໄດ້ບ່ອນນັ່ງໃນ
ສະພາເຄິ່ງນຶ່ງ ​ໂດຍ​ໃຫ້ພັກປະສົມຝ່າຍຄ້ານຄອບ​ຄອງ 40 ເປີເຊັນຂອງ​ສ່ວນ​ທີ່ເຫລືອແລະ
ອີກ 10% ​ແມ່ນ​ໃຫ້​ພວກພັກທີ່ບໍ່ຂຶ້ນກັບຝ່າຍໃດ.

ທ່ານ Abdullatif al-Zayani ເລຂາທິການ​ໃຫຍ່​ຂອງ​ GCC ໄດ້ນໍາສະເໜີແຜນການດັ່ງ
ກ່າວຕໍ່ປະທານາທິບໍດີ Saleh ເມອວັນພະຫັດຜ່ານມາ ​ໃນ​ຄວາມ​ພະຍາຍາມເພື່ອຢຸດຕິ
ຄວາມບໍ່ສະຫງົບ ຈາກ​ການຕໍ່ຕ້ານລັດຖະບານນັ້ນ.

ກຸ່ມ​ປະສົ​ມຂອງພັກຝ່າຍຄ້ານເຈັດພັກ ກ່າວວ່າ ພວກເຂົາເຈົ້າຮັບເອົາແຜນການນີ້ ແຕ່ກໍ​ຍັງ​
ມີ​ຄວາມ​ສົງ​ໃສ​ບໍ່​ແນ່​ໃຈ​ຢູ່. ພວກຜູ້ນໍາຝ່າຍຄ້ານ​ປະຕິເສດ ບໍ່ເຂົ້າຮ່ວມລັດຖະບານຜະສົມ
ຕາບໃດທີ່ທ່ານ Saleh ຍັງຢູ່ໃນຕໍາແໜ່ງ.

ຊາວເຢເມນ ຈໍານວນຫລາຍ​ໃນທົ່ວປະເທດ ໄດ້ພາກັນ​ນັດ​ຢຸດ​ງານ ​ໃນວັນເສົາວານ​ນີ້ ເພື່ອ
ປະທ້ວງການ​ປົກຄອງຂອງປະທານາທິບໍດີ Saleh. ບາງກຸ່ມກໍເຕົ້າໂຮມກັນເພື່ອປະທ້ວງ ຢ່າງສັນຕິ

ທ່ານ ມາກ ໂທນເນີ ໂຄສົກກະຊວງຕ່າງປະເທດສະຫະລັດກ່າວວ່າ ວໍຊິງຕັນຍິນດີນໍາ​ຂໍ້
ສະເໜີເພື່ອຍຸຕິວິກິດການ​ໃນ​ເຢ​ເມັນ​ນັ້ນ ແລະຮຽກຮ້ອງໃຫ້ມີ​ການ​ໄຂການໂອ້ລົມສົນທະນາ
ກັນໂດຍທັນທີ ໂດຍໝົດທຸກພັກຝ່າຍ ກ່ຽວກັບການໂອນອໍານາດນັ້ນ.

XS
SM
MD
LG