ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນໍາເຢເມນປະກາດບໍ່ສະໝັກ ເປັນປະທານາທິບໍດີອີກ


ປະທານາທິບໍດີ Ali Abdullah Saleh ແຫ່ງເຢເມນ ກ່າວປາໄສຕໍ່ສະພາ ທີ່ນະຄອນ Sanaa, ວັນທີ 2 ກຸມພາ 2011
ປະທານາທິບໍດີ Ali Abdullah Saleh ແຫ່ງເຢເມນ ກ່າວປາໄສຕໍ່ສະພາ ທີ່ນະຄອນ Sanaa, ວັນທີ 2 ກຸມພາ 2011

ປະທານາທິບໍດີ Ali Abdullah Saleh ​ແຫ່ງ​ເຢ​ເມນ ປະ
ກາດ​ໃຫ້ຮູ້​ວ່າ ທ່ານ​ຈະ​ບໍ່ສະໝັກ​ເປັນ​ປະທານາທິບໍດີ​ຕື່ມອີກ
ສະ​ໄໝ​ນຶ່ງ ​ໃນ​ຂະນະທີ່​ກຸ່ມຝ່າຍ​ຄ້ານ​ໄດ້​ກະກຽມ​ໄວ້​ເພື່ອ​ຈະ
ທໍາ​ການ​ປະ​ທ້ວງ​ຄືນໃໝ່​ອີກ​ ໂດຍ​ຮຽກຮ້ອງ​ໃຫ້ການ​ຄອງ​ອໍາ
ນາດ​ຂອງ​ທ່ານ​ມາໄດ້​ຫລາຍ​ທົດ​ສະ​ວັດຍຸດຕິ​ລົງ.

ທ່ານ Saleh ກ່າວ​ຕໍ່​ລັດຖະສະພາໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ
ຈະບໍ່​ສະໝັກເປັນ​ປະທານາທິບໍດີ​ຕື່ມ​ອີກ ເວລາ​ສະ​ໄໝ​ການ​
ດໍາລົງຕໍາ​ແໜ່​ງ​ຂອງ​ທ່ານ ສິ້ນສຸດລົງໃນ​ປີ 2013 ​ແລະ​ຈະ
ບໍ່​ໂອນ​ອໍານາດໃຫ້​ລູກ​ຊາຍ​ຂອງ​ທ່ານ.

ພວກ​ກຸ່ມ​ຝ່າຍ​ຄ້ານ​ໄດ້​ຮຽກຮ້ອງ​ໃຫ້​ທໍາ​ການ​ປະ​ທ້ວງ​ເພື່ອສະແດງຄວາມ ໂມ​ໂຫ​ໂທ​ໂສ​ ​ໃນ​ວັນ​ພະຫັດ​ມື້​ອື່ນ ສືບ​ຕໍ່​ການ​ໂຮມ​ຊຸມນຸມ​ຕິດ​ຕໍ່​ກັນ​ມາ​ທີ່ພວກ​ນັກເຄື່ອນ​ໄຫວກ່າວ​ວ່າ ​ໄດ້​ເກີດ​ຂຶ້ນ​ຍ້ອນແຮງກະຕຸກຊຸກຍູ້ຈາກ​ການ​ປະ​ທ້ວງ​ໃນ​ຕູ​ນີ​ເຊຍແລະ​ອີ​ຈິບ​ນັ້ນ.

ໃນ​ຄໍາ​ປາ​ໄສ​ຂອງ​ທ່ານ​ໃນ​ວັນ​ພຸດ​ມື້​ນີ້ ທ່ານ Saleh ​ຮຽກຮ້ອງໃຫ້​ຢຸດ​ເຊົາການ​ປະ​ທ້ວງ​ທັງ​ໝົດ​ທີ່​ໄດ້​ວາງ​ແຜນ​ໄວ້​ກ່ອນນັ້ນ. ​ໃນ​ສັບປະດາ​ຜ່ານ​ມາ ພວກ​ປະ​ທ້ວງ​ຢ່າງ​ໜ້ອຍ 10 ພັນ​ຄົນ​ພາກັນ​ໂຮມ​ຊຸມນຸມ​ກັນ​ທີ່​ມະຫາວິທະຍາ​ໄລ Sana’a ​ແລະ​ພວກ​ປະ​ທ້ວງ​ຕື່ມ​ອີກ​ປະ
ມານ 6 ພັນ​ຄົນໄດ້ພາກັນ​ໂຮມຊຸມນຸມຕໍ່ຕ້ານ​ລັດຖະບານຢູ່ໃນບ່ອນອື່ນໆຂອງນະຄອນຫຼວງ.

XS
SM
MD
LG