ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຈະລົງຄະແນນສຽງ ກ່ຽວກັບຮ່າງຍັດຕິ ປະນາມເຢເມນ


ພວກປະທ້ວງທີ່ແຕ້ມຮູບທຸງຊາດຊີເຣຍແລະເຢເມນໃສ່ໜ້າເຂົາເຈົ້າ ພາກັນຮ້ອງຄຳຂວັນຕໍ່ຕ້ານປະທານາທິບໍດີ ເຢເມນ ທ່ານ Ali Abdullah Saleh ທີ່ນະຄອນຫຼວງ Sanaa.
ພວກປະທ້ວງທີ່ແຕ້ມຮູບທຸງຊາດຊີເຣຍແລະເຢເມນໃສ່ໜ້າເຂົາເຈົ້າ ພາກັນຮ້ອງຄຳຂວັນຕໍ່ຕ້ານປະທານາທິບໍດີ ເຢເມນ ທ່ານ Ali Abdullah Saleh ທີ່ນະຄອນຫຼວງ Sanaa.

ເປັນທີ່ຄາດກັນວ່າ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ຈະລົງຄະແນນສຽງ
ກ່ຽວຮ່າງຍັດຕິສະບັບນຶ່ງໃນວັນສຸກມື້ນີ້ທີ່ປະນາມລັດຖະບານເຢເມນໃນການປາບປາມພວກ ຄັດຄ້ານລັດຖະບານແລະຮຽກຮ້ອງໃຫ້ປະທານາທິບໍດີເຢເມນ ທ່ານ Ali Abdullah Saleh ໂອນອຳນາດໃຫ້ຜູ້ຮອງຂອງທ່ານນັ້ນ.

ພວກນັກການທູດຂອງສະຫະປະຊາຊາດກ່າວວ່າ ຮ່າງຍັດຕິສະບັບນີ້ ແມ່ນໃຫ້ການຢືນຢັນ ອີກຄັ້ງນຶ່ງຕໍ່ຂໍ້ສະເໜີຂອງສະພາການຮ່ວມມືໃນເຂດອ່າວເປີເຊຍ ທີ່ຮຽກຮ້ອງໃຫ້ທ່ານ Sa-
leh ໂອນອຳນາດໃຫ້ຜູ້ຮອງຂອງທ່ານ ເພື່ອເປັນການແລກປ່ຽນກັບການຍົກເວັ້ນຈາກການ
ຖືກລົງໂທດ. ທ່ານ Saleh ໄດ້ສະແດງຄວາມສະໜັບສະໜຸນ ຕໍ່ແຜນການດັ່ງກ່າວມາແລ້ວ
ຫຼາຍໆເທື່ອ ແຕ່ໃນແຕ່ລະເທື່ອນັ້ນທ່ານໄດ້ປ່ຽນໃຈບໍ່ຍອມລົງນາມໃນຂໍ້ຕົກລົງ.

ໃນການຖະແຫຼງຂ່າວໃນວັນພະຫັດວານນີ້ ທ່ານ Ahmed Bin Daghr ຮອງເລຂາທິການ
ຂອງພັກສະພາປະຊາຊົນເຢເມນ ກ່າວວ່າ ເຢເມນຄາດວ່າຄົງເປັນຍັດຕິທີ່ມີຄວາມກໍ້າເກິ່ງທີ່
ຈະຮັກສາໄວ້ຊຶ່ງຄວາມເປັນເອກກະພາບແລະຄວາມໝັ້ນຄົງ.

ການຄາດວ່າຈະມີການລົງຄະແນນສຽງຂອງສະພາຄວາມໝັ້ນຄົງທີ່ວ່ານີ້ມີຂຶ້ນ 2 ມື້ຫຼັງຈາກ
ນາງ Tawakkul Karman ນັກເຄື່ອນໄຫວຝ່າຍຄ້ານ ທີ່ໄດ້ຮັບລາງວັນໂນແບລຂະແໜງ
ສັນຕິພາບໃນປີນີ້ ພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-
moon ທີ່ນະຄອນນິວຢອກ. ນອກນັ້ນນາງຍັງໄດ້ຮຽກຮ້ອງໃຫ້ພວກນັກການທູດຢູ່ທີ່ອົງ
ການສະຫະປະຊາຊາດ ປະຕິເສດຕໍ່ແຜນການໃດໆກໍຕາມ ທີ່ຈະອຳນວຍໃຫ້ທ່ານ Saleh
ແລະພັກພວກທີ່ຢູ່ວົງໃນຂອງທ່ານໄດ້ຮັບການຍົກເວັ້ນຈາກການຖືກລົງໂທດຕາມກົດໝາຍ
ນັ້ນ.

XS
SM
MD
LG