ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ 7 ຄົນ ຖືກຍິງຕາຍ ທີ່ປະເທດເຢເມນ


ການປະທ້ວງຕໍ່ຕ້ານລັດຖະບານເຢເມນ ທີ່ເມືອງ Saada ໃນພາກຕາເວັນຕົກສຽງເໜືອຂອງປະເທດ (14 ຕຸລາ 2011)
ການປະທ້ວງຕໍ່ຕ້ານລັດຖະບານເຢເມນ ທີ່ເມືອງ Saada ໃນພາກຕາເວັນຕົກສຽງເໜືອຂອງປະເທດ (14 ຕຸລາ 2011)

ກຳລັງຮັກສາຄວາມສະຫງົບຂອງເຢເມນ ໄດ້ຍິງປືນເຂົ້າໃສ່ພວກປະທ້ວງ ທີ່ນະຄອນຫຼວງ
Sana’a ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນແລະໄດ້ຮັບບາດເຈັບອີກຫຼາຍສິບຄົນ.

ເຈົ້າໜ້າທີ່ເວົ້າວ່າ ເຫດຮ້າຍດັ່ງກ່າວໄດ້ເກີດຂຶ້ນໃນຂະນະທີ່ພວກປະທ້ວງຫຼາຍພັນຄົນພາ
ກັນເດີນຂະບວນຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ. ລາຍ
ງານຂ່າວແຈ້ງວ່າ ກຳລັງຮັກສາຄວາມສະຫງົບໄດ້ໃຊ້ລູກປືນແທ້ແລະລະເບີດນໍ້າຕາຂັບໄລ່ ພວກປະທ້ວງໃຫ້ແຕກພ່າຍໜີ.

ໃນຄວາມຮຸນແຮງອີກອັນນຶ່ງນັ້ນການໂຈມຕີທາງອາກາດທີ່ແນເປົ້າໝາຍໃສ່ພວກຫົວຮຸນ
ແຮງໃນພາກຕາເວັນອອກສຽງໃຕ້ຂອງເຢເມນໄດ້ສັງຫານຜູ້ຕ້ອງສົງໄສວ່າເປັນສະມາຊິກ ຂອງກຸ່ມກໍ່ການຮ້າຍອາລກາຍດາ 7 ຄົນຮວມທັງລູກຊາຍຂອງນາຍ Anwar al-Awlaki ນັກສອນສາສະໜາເກີດຢູ່ອະເມຣິກາທີ່ຖືກຂ້າຕາຍເມື່ອໄວໆມານີ້.

ພວກຫົວໜ້າຊົນເຜົ່າກ່າວວ່າ ທ້າວ Abdul Rahman al-Awlaki ໄດ້ຖືກຂ້າຕາຍໃນ
ວັນສຸກວານນີ້ໃນການໂຈມຕີທີ່ສົງໄສວ່າສະຫະລັດເປັນຜູ້ດຳເນີນການຢູ່ທີ່ແຂວງ Shab-
wa.

ກ່ອນໜ້ານັ້ນກະຊວງປ້ອງກັນປະເທດຂອງເຢເມນກ່າວວ່າ ຫົວໜ້າສື່ມວນຊົນຂອງກຸ່ມ
ກໍ່ການຮ້າຍອາລກາຍດາສາຂາເຢເມນນາຍ Ibrahim al-Bana ຊຶ່ງເປັນຄົນອີຈິບກໍໄດ້ ຖືກຂ້າຕາຍໃນການໂຈມຕີຄັ້ງນີ້.

ນາຍ Awlaki ຜູ້ເປັນພໍ່ໄດ້ຖືກຂ້າຕາຍໃນການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຂອງສະ
ຫະລັດເມື່ອວັນທີ 30 ກັນຍາຜ່ານມາ ຊຶ່ງທັງທາງການສະຫະລັດ ແລະເຢເມນ ຕ່າງກໍ
ຕ້ອງການໂຕຜູ້ກ່ຽວຍ້ອນບົດບາດທີ່ໜ້າສົງໄສໃນການໂຈມຕີກໍ່ການຮ້າຍ ແລະຄວາມ ສຳພັນກັບກຸ່ມກໍ່ການຮ້າຍອາລກາຍດາໃນແຫຼມອາຣາເບຍທີ່ມີຖານປະຕິບັດງານໃນເຢ
ເມນ.

ບໍ່ເທົ່າໃດຊົ່ວໂມງລຸນຫຼັງທີ່ມີການໂຈມຕີທາງອາກາດ ໃນອັນທີ່ປາກົດວ່າເປັນການໂຈມ
ຕີແກ້ແຄ້ນນັ້ນພວກທີ່ສົງໄສວ່າເປັນພວກຫົວຮຸນແຮງກໍໄດ້ລະເບີດທໍ່ສົ່ງແກັສທຳມະຊາດ
ຈາກແຂວງ Marib ໄປຍັງເມືອງທ່າ Balhaf ແຄມທະເລອາຣາເບຍ. ເຈົ້າໜ້າທີ່ເວົ້າວ່າ ການເຮັດວຽກງານໄດ້ຢຸດເຊົາລົງຢູ່ໃນຫຼາຍໆພາກສ່ວນຂອງທ່າກຳປັ່ນ.

XS
SM
MD
LG