ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳຂອງ ສຫລ ຊົມເຊີຍ ການສັງຫານນາຍ Awlaki (ເບິ່ງວີດີໂອ)


ປະທານາທິບໍດີບາຣັກໂອບາມາ ຖະແຫຼງກ່ຽວກັບການສັງຫານ ນັກສອນສາສະໜາຫົວຮຸນແຮງ Anwar al-Awlaki ທີ່ຄ້າຍ Ft. Myer ໃນລັດເວີຈີເນຍ ໃນພິທີເຂົ້າຮັບໜ້າທີ່ຂອງປະທານເສນາທິການຮ່ວມຄົນໃໝ່ ຂອງກອງທັບ ສະຫະລັດ (30 ກັນຍາ 2011)
ປະທານາທິບໍດີບາຣັກໂອບາມາ ຖະແຫຼງກ່ຽວກັບການສັງຫານ ນັກສອນສາສະໜາຫົວຮຸນແຮງ Anwar al-Awlaki ທີ່ຄ້າຍ Ft. Myer ໃນລັດເວີຈີເນຍ ໃນພິທີເຂົ້າຮັບໜ້າທີ່ຂອງປະທານເສນາທິການຮ່ວມຄົນໃໝ່ ຂອງກອງທັບ ສະຫະລັດ (30 ກັນຍາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ໄດ້ກ່າວຊົມເຊີຍການສັງຫານນັກສອນສາສະ
ໜາຫົວຮຸນແຮງທີ່ເກີດຢູ່ອະເມຣິການາຍ Anwar al-Awlaki ນັ້ນວ່າເປັນໄຊຊະນະທີ່ສຳຄັນ
ບັ້ນນຶ່ງ ໃນການເຮັດສົງຄາມຕໍ່ຕ້ານກຸ່ມກໍ່ການຮ້າຍອາລກາຍດາຢູ່ໃນແຫຼມອາເຣເບຍ.

ນາຍ Awlaki ໄດ້ຖືກຂ້າຕາຍ ໃນຕອນເຊົ້າຂອງມື້ວັນສຸກວານນີ້ພ້ອມກັບພວກຫົວຮຸນແຮງ ອື່ນໆອີກຫຼາຍຄົນໃນການໂຈມຕີທີ່ສົງໄສວ່າມາຈາກເຮືອບິນບໍ່ມີຄົນຂັບຂອງອົງການສືບລັບ
ຊີໄອເອ ຢູ່ທີ່ປະເທດເຢເມນ.

ທ່ານໂອບາມາເວົ້າວ່າ ນັກສອນສາສະໜາ ທີ່ເກີດຢູ່ສະຫະລັດຄົນນີ້ ເປັນຜູ້ຮັບຜິດຊອບໃນ
ການວາງແຜນແລະການດຳເນີນຄວາມພະຍາຍາມເພື່ອສັ່ງການໃຫ້ສັງຫານຊາວອະເມຣິກັນ
ຜູ້ທີ່ບໍ່ມີຄວາມຜິດ. ທ່ານກ່າວວ່າ ການເສຍຊີວິດ ຂອງນາຍ Awlaki ແມ່ນເປັນຄວາມເສຍ
ຫາຍທີ່ສຳຄັນ ຕໍ່ການປະຕິບັດງານຂອງສະມາຊິກກຸ່ມກໍ່ການຮ້າຍອາລກາຍດາ ທີ່ເອົາການ
ເອົາງານທີ່ສຸດນັ້ນ. ນອກນັ້ນແລ້ວປະທານາທິບໍດີໂອບາມາຍັງໄດ້ຮັບຮູ້ກ່ຽວກັບການຮ່ວມ ມືຂອງເຢເມນໃນການສັງຫານ ນັກສອນສາສະໜາຫົວຮຸນແຮງຄົນນີ້.

ບັນດາອົງການຂ່າວຂອງປະເທດຕາເວັນຕົກ ອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດທີ່ກ່າວ
ວ່າ ການໂຈມຕີໃນຄັ້ງນີ້ແມ່ນປະສານງານໂດຍອົງການສືບລັບຊີໄອເອແລະຢູ່ພາຍໃຕ້ການ
ນຳພາຂອງກອງບັນຊາການປະຕິບັດງານຮ່ວມພິເສດຂອງສະຫະລັດຊຶ່ງເປັນໜ່ວຍຕໍ່ຕ້ານ
ພວກກໍ່ການຮ້າຍ ທີ່ເປັນຜູ້ນຳພາໃນການປະຕິບັດງານ ເມື່ອເດືອນພຶດສະພາປີນີ້ທີ່ໄດ້ສັງ
ຫານນາຍ Osama bin-Laden ນັ້ນ.

ນອກນັ້ນແລ້ວ ຍັງມີພວກຫົວຮຸນແຮງອີີກຫຼາຍຄົນໄດ້ຖືກສັງຫານ ໃນການປະຕິບັດງານ
ຄັ້ງນີ້ ຮວມທັງນາຍ Samir Khan ບັນນາທິການທີ່ເປັນຄົນອະເມຣິກັນຂອງວາລະສານ
ອາລກາຍດາ.

ທັງສະຫະລັດແລະເຢເມນ ຕ່າງກໍຕ້ອງການໂຕນາຍ Awlaki ຍ້ອນບົດບາດທີ່ໜ້າສົງໄສ ຂອງຜູ້ກ່ຽວໃນການໂຈມຕີກໍ່ການຮ້າຍ. ເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງກະຊວງປ້ອງກັນ
ປະເທດສະຫະລັດກ່າວວ່າ ໃນໄລຍະຫຼາຍໆປີຜ່ານມານີ້ ນາຍ Awlaki ໄດ້ກາຍເປັນບຸກ ຄົນທີ່ເພັ່ງເລັງການປະຕິບັດງານເພີ່ມຂຶ້ນໃສ່ການໂຈມຕີສະຫະລັດແລະປະເທດພັນທະມິດ.

ການໂຈມຕີເຫຼົ່ານີ້ ແມ່ນຮວມທັງການພະຍາຍາມວາງລະເບີດ ໃນເດືອນທັນວາ ປີ 2009 ໃສ່ສາຍການບິນຂອງສະຫະລັດທີ່ພວມເດີນທາງໄປຍັງນະຄອນ Detroit. ເຈົ້າໜ້າທີ່ເຊື່ອ
ວ່າ ນາຍ Awlaki ເປັນຜູ້ໃຫ້ຄຳແນະນຳ ແກ່ນາຍ Umar Farouk Abdulmatallab
ຜູ້ຕ້ອງສົງໄສຊາວໄນຈີເຣຍ.

ນຶ່ງເດືອນກ່ອນໜ້ານັ້ນນາຍ Awlaki ກໍມີບົດບາດສຳຄັນໃນການໂຈມຕີທີ່ຄ້າຍທະຫານ
ແຫ່ງນຶ່ງຂອງສະຫະລັດ ຢູ່ລັດເທັກຊັສ. ພວກເຈົ້າໜ້າທີ່ສືບສວນເວົ້າວ່າ ນາຍ Awlaki ໄດ້ເປັນທີ່ປຶກສາໃຫ້ຄຳແນະນຳທາງດ້ານຈິດໃຈ ແກ່ພັນພັນຕີ Ni-dal Malik Hasan
ທີ່ຖືກກ່າວຫາວ່າໄດ້ສັງຫານ 13 ຄົນໃນການໂຈມຕີທີ່ວ່ານີ້.

ເບິ່ງວີດີໂອ ລາຍງານພາສາອັງກິດ:

XS
SM
MD
LG