ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ການ​ໂຈມ​ຕີ ດ້ວຍ​ລູກ​ສອນ​ໄຟ ໂດຍ​ກຸ່ມ​ກະ​ບົດ​ຮູ​ຕີ ໄດ້​ສັງ​ຫານ ທະ​ຫານ​ເຢ​ເມັນ 70 ຄົນ ອີງ​ຕາມ​ແຫຼ່ງ​ຂ່າວ


ໃນ​ວັນ​ສຸກ​ ​ທີ 2 ກຸມ​ພາ 2018, ພາບນີ້, ​ພວກ​ທະ​ຫານ​ເຢ​ເມັນ ທີ່​ເປັນ​ພັນ​ທະ​ມິດ ກັບ​​ລັດ​ຖະ​ບານ ທີ່ນາໆ​ຊາດ​ຮັບ​ຮູ້ ​ກຳ​ລັງຍາມ​ເມືອງ ມາ​ຣິບ ຂອງ​ເຢ​ເມັນ.
ໃນ​ວັນ​ສຸກ​ ​ທີ 2 ກຸມ​ພາ 2018, ພາບນີ້, ​ພວກ​ທະ​ຫານ​ເຢ​ເມັນ ທີ່​ເປັນ​ພັນ​ທະ​ມິດ ກັບ​​ລັດ​ຖະ​ບານ ທີ່ນາໆ​ຊາດ​ຮັບ​ຮູ້ ​ກຳ​ລັງຍາມ​ເມືອງ ມາ​ຣິບ ຂອງ​ເຢ​ເມັນ.

ທະ​ຫານ​ເຢ​ເມັນ ຢ່າງ​ໜ້ອຍ 70 ​ຄົນ​ຖືກ​ຂ້າ​ຕາຍ ໃນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ທີ່​ໄດ້ເປີດ​ສາກ​ຂຶ້ນ​ໂດຍ​ກຸ່ມ​ກະ​ບົດ​ຮູ​ຕີ ທີ່​ແນ​ໃສວັດ​ອິ​ສ​ລາມ​ແຫ່ງ​ນຶ່ງ ໃນ​ແຂວງ​ມາ​ຣິບ ຢູ່​ທາງ​ພາກ​ກາງ​ຂອງ​ປະ​ເທດ ອີ​ງ​ຕາມ​ແຫລ່ງ​ຂ່າວ​ຂອງ​ທາງ​ການ​ແພດ ແລະ​ກອງ​ທັບ ທີ່​ໄດ້​ກ່າວ​ໄປ​ໃນ​ວັນ​ອາ​ທິດມື້ນີ້.

ກຸ່ມ​ກະ​ບົດ​ຮູ​ຕີ ໄດ້​ໂຈມ​ຕີ​ວັດ​ອິ​ສ​ລາມ ມາ​ກ່ອນ​ໃນ​ຄ້າຍ​ທະ​ຫານ ທີ່​ແຂວງ​ມາ​ຣີບ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ​ຄອນຫຼວງ​ຊາ​ນາ​ອາ ກ້ຳ​ຕາ​ເວັນ​ອອກ ປະ​ມານ 105 ກິ​ໂລ​ແມັດ ໃນ​ລະ​ຫວ່າງ​ການ​ສູດ​ມົນ​ພາ​ວະ​ນາ​ຕອນ​ຄ່ຳ​ວັນ​ເສົາ​ວານນີ້ ອີງ​ຕາມ​ແຫລ່ງ​ຂ່າວ​ຂອງກອງ​ທັບ ທີ່​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP.

ສ່ວນ​ແຫລ່ງ​ຂ່າວ​ດ້ານ​ການ​ແພດ ຢູ່​ທີ່​ໂຮງ​ໝໍ​ໃນ​ເມືອງ​ມາ​ຣິບ ບ່ອນ​ທີ່​ພວກ​ທີ່​ເສຍ​ຊີ​ວິດຫຼື​ບາດ​ເຈັບ ໄດ້​ຖືກ​ນຳ​ສົ່ງ​ນັ້ນ ໄດ້​ກ່າວ​ວ່າ ​ທະ​ຫານຢ່າງ​ໜ້ອຍ 70 ຄົນ ໄດ້​ຖືກ​ຂ້າ​ຕາຍ ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ລັດ​ຖະ​ບານຂອງ​ເຢ​ເມັນ ​ນາໆ​ຊາດ​ໄດ້​ຮັບ​ຮູ້ ​ທີ່ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍກອງກຳ​ລັງ​ປະ​ຊົມທີ່ນຳ​ພາ​ໂດຍ​ຊາ​ອຸ​ດີ​ອາ​ຣາ​ເບຍ ກໍ​ໄດ້​ຕໍ່​ສູ້​ຕອບ​ໂຕ​ກັບ​ກຸ່ມ​ຮູ​ຕີ​ທີ່​ໜຸນຫຼັງ​ໂດຍ​ອີ​ຣ່ານ ນັບ​ຕັ້ງ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ເມື່ອ​ພວກ​ກຸ່ມ​ກະ​ບົດ ໄດ້​ເຂົ້າ​ຍຶດ​ເອົາ​ພາກ​ເໜືອຂອງ​ນະ​ຄອນຫຼວງ​ຊາ​ນາ​ອາ.

ປະ​ທາ​ນາ​ທິ​ບໍ​ດີ ຂອງ​ເຢ​ເມັນ ທ່ານ​ອັບ​ບີດ​ຣາບ​ໂບ ມານ​ຊູ​ຣ ຮາ​ດີ ໄດ້​ປະ​ນາມ ການ​ໂຈ​ຕີທີ່ “ຂີ້​ຂາດ​ຕາ​ຂາວ ແລະ​ການກໍ່​ການ​ຮ້າຍ” ອີງ​ຕາມ​ອົງ​ການ​ຂ່າວ ຊາ​ບາ ​ຂອງ​ທາງ​ການ. ລາຍ​ງານ​ຂອງ​ອົງ​ການ​ຂ່າວນີ້ ບໍ່​ໄດ້​ໃຫ້​ຈຳ​ນວນ​ຂອງ​ຜູ້​ທີ່​ເສຍ​ຊີ​ວິດ.

ອົງ​ການ​ຂ່າວ​ຊາ​ບາ ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ທ່ານ​ຮາ​ດີ ທີ່​ກ່າວ​ໄປວ່າ “ການ​ກະ​ທຳ​ທີ່ໜ້າ​ອັບ​ອາຍ​ຂາຍ​ໜ້າ ຂອງ​ພວກ​ທະ​ຫານ​ບ້ານ​ຮູ​ຕີ ໂດຍ​ປາ​ສະ​ຈາກ​ຂໍ້​ສົງ​ໄສ ທີ່​ຢືນ​ຢັນ​ໄດ້​ເຖິງ​ຄວາມບໍ່ຕັ້ງ​ໃຈທີ່​ຈະ​ບັນ​ລຸ​ສັນ​ຕິ​ພາບ ເພາະ​ວ່າ​ຕົນ​ຮູ້​ຫຍັງ​ເລີຍ ມີ​ແຕ່​ຄວາມ​ຕາຍ ແລະ​ການ​ທຳ​ລາຍ ແລະ​ເປັນ​ເຄື່ອງ​ມື​ຂອງ​ອີ​ຣ່ານ​ທີ່​ລາ​ຄາ​ຖືກຢູ່​ໃນ​ຂົງ​ເຂດ.”

ກຸ່ມ​ຮູ​ຕີ ບໍ່​ໄດ້​ກ່າວ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃດໆ​ໃນ​ທັນ​ທີ​ທັນ​ໃດ​ເທື່ອ.

​ປະ​ຊາ​ຊົນຫຼາຍ​ສິບ​ພັນ​ຄົນ ໂດຍ​ສ່ວນຫຼາຍ​ເປັນ​ພົນ​ລະ​ເຮືອນ ໄດ້​ຖືກ​ຂ້າ​ຕາຍ ແລະຫຼາຍ​ລ້ານ​ຄົນ ໄດ້​ຖືກ​ພັດ​ຈາກ​ຖິ່ນ​ຖານ​ນັບ​ຕັ້ງ​ແຕ່​ປີ 2015 ໃນ​ເວ​ລາ​ຊາ​ອຸ​ດີ​ອາ​ຣາ​ເບຍ ແລະ​ພັນ​ທະ​ມິດ​ຕ່າງໆ​ຂອງ​ຕົນ ​ກໍໄດ້​ເຂົ້າ​ແຊກ​ແຊງ​ໃນ​ບັນ​ຫາ​ຂັດ​ແຍ້ງ​ເພື່ອ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ທີ່​ຕໍ່​ສູ້​ຕ້ານ​ຢັນ​ກັບ​ກຸ່ມ​ກະ​ບົດ​ຮູ​ຕີ.

ບັນ​ຫາ​ຂັດ​ແຍ້ງ ຊຶ່ງ​ສະ​ຫະ​ປະ​ຊາ​ຊາດ ກ່າ​ວ່າ ໄດ້​ກໍ່​ໃຫ້​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ໂລກ ແລະ​ໄດ້​ກົດ​ດັນ​ໃຫ້​ປະ​ເທດຈົນ​ຕົກ​ສູ່​ການອຶດ​ຫິວ.

ອ່ານ​ຂ່າວນີ້​ຕື່ມ ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG