ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນເຢເມນ ໂຈມຕີທີ່ໝັ້ນ ພວກຊົນເຜົ່າຝ່າຍຄ້ານ


ພວກຊົນເຜົ່າປະກອບອາວຸດທີ່ຈົງຮັກພັກດີຕໍ່ Sheikh Sadiq al-Ahmar ຢືນຍາມທີ່ທາງເຂົ້າອາຄານຫຼັງນຶ່ງ ໃກ້ໆເຮືອນທ່ານ Ahmar ໃນລະຫວ່າງການປະທະກັນທີ່ນະຄອນຫຼວງ Sanaa (26 ພຶດສະພາ 2011)
ພວກຊົນເຜົ່າປະກອບອາວຸດທີ່ຈົງຮັກພັກດີຕໍ່ Sheikh Sadiq al-Ahmar ຢືນຍາມທີ່ທາງເຂົ້າອາຄານຫຼັງນຶ່ງ ໃກ້ໆເຮືອນທ່ານ Ahmar ໃນລະຫວ່າງການປະທະກັນທີ່ນະຄອນຫຼວງ Sanaa (26 ພຶດສະພາ 2011)

ເຮືອບິນລົບອາຍພົ່ນຂອງກອງທັບເຢເມນໄດ້ໂຈມຕີທີ່ໝັ້ນ
ແຫ່ງນຶ່ງທີ່ພວກຊົນເຜົ່າຝ່າຍຄ້ານເຂົ້າຢຶດເອົາໃນວັນສຸກມື້
ນີ້.

ໃນຕອນເຊົ້າຂອງວັນສຸກມື້ນີ້ ພວກຜູ້ນຳຊົນເຜົ່າ ທີ່ພວມ
ທຳການສູ້ລົບກັບກຳລັງທະຫານລັດຖະບານກ່າວວ່າ ຕົນ
ໄດ້ເຂົ້າຢຶດເອົາຄ້າຍທະຫານແຫ່ງນຶ່ງຢູ່ນອກນະຄອນຫຼວງ
Sana’a. ພວກຜູ້ນຳຊົນເຜົ່າກ່າວວ່າ ມີຜູ້ເສຍຊີວິດຢ່າງ
ນ້ອຍ 6 ຄົນໃນການປະທະກັນທີ່ວ່ານີ້. ອີງຕາມລາຍງານ
ຂ່າວໃນຂັ້ນຕອນແລ້ວ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ
ຄ້າຍທະຫານດັ່ງກ່າວເປັນບ່ອນທີ່ຖືກເຮືອບິນກອງທັບ ເຢເມນໂຈມຕີຫຼືບໍ່.

ກຳລັງຮັກສາຄວາມສະຫງົບເຢເມນ ພວມທຳການສູ້ລົບກັບພວກທີ່ຈົງຮັກພັກດີຕໍ່ Sheikh
Sadiq al-Ahmar ຜູ້ນຳຂອງຊົນເຜົ່າ Hashid. ການສູ້ລົບທີ່ວ່ານີ້ ແມ່ນເປັນໄພຂົ່ມຂູ່ທີ່
ຮ້າຍແຮງສຸດຕໍ່ການສືບຕໍ່ກຳອຳນາດຂອງປະທານາທິບໍດີ Ali Abdullah Saleh ລຸນຫຼັງ ທີ່ໄດ້ມີການໂຮມຊຸມນຸມປະທ້ວງຂອງພວກຝ່າຍຄ້ານມາເປັນເວລາ 3 ເດືອນ. ພວກທີ່ເຫັນ
ເຫດການແລະພວກນັກເຄື່ອນໄຫວກ່າວວ່າມີເກືອບ 100 ຄົນໄດ້ເສຍຊີວິດໃນການປະທະ
ກັນລະຫວ່າງສອງຝ່າຍ ທີ່ມີຂຶ້ນໃນສັບປະດານີ້.

ນອກນັ້ນ ພວກນັກລົບທີ່ຈົງຮັກພັກດີຕໍ່ Sheikh Abdul Majid al-Zindani ຊຶ່ງເປັນ
ພັນທະມິດກັບຄອບຄົວ al-Ahmar ແລະປະເຊີນກັບການຖືກລົງໂທດຂອງສະຫະລັດໃນ
ຖານະຜູ້ຊ່ຽວຊານດ້ານການເງິນ ຂອງພວກກໍ່ການຮ້າຍນັ້ນ ກໍໄດ້ທຳການສູ້ລົບກັບກຳລັງ
ຝ່າຍລັດຖະບານ.

ຂະນະດຽວກັນໃນວັນສຸກມື້ນີ້ ພວກຜູ້ນຳຝ່າຍຄ້ານຂອງເຢເມນ ກໍພາກັນຮຽກຮ້ອງໃຫ້
ທຳການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານຮອບໃໝ່. ພວກສະໜັບສະໜຸນປະທາ
ນາທິບໍດີ Saleh ກໍໄດ້ຈັດການໂຮມຊຸມນຸມຂຶ້ນຫຼັງຈາກພິທິສວດມົນພາວະນາໃນມື້ວັນ
ສຸກໃນໄລຍະຫຼາຍໆອາທິດຜ່ານມານີ້.

ໃນອີກດ້ານນຶ່ງນັ້ນ ອິນເດຍ ໄດ້ປະກາດໃນວັນສຸກມື້ນີ້ ແນະນຳໃຫ້ພົນລະເມືອງຂອງ
ຕົນທັງໝົດຢູ່ໃນເຢເມນເດີນທາງອອກຈາກປະເທດດັ່ງກ່າວ. ກະຊວງການຕ່າງປະເທດ
ອິນເດຍ ໃຫ້ເຫດຜົນວ່າ ຍ້ອນຄວາມຮຸນແຮງທີ່ເພີ່ມທະວີຂຶ້ນ. ມີຊາວອິນເດຍປະມານ
11,000 ຄົນຢູ່ໃນເຢເມນ.

ທ່ານ Saleh ໄດ້ປະຕິເສດທີ່ຈະສະລະອຳນາດ ຫຼັງຈາກໄດ້ປົກຄອງເຢເມນແບບຜະເດັດ
ການມາເປັນເວລາເກືອບ 33 ປີ.

XS
SM
MD
LG