ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢເມນ ສະຫລອງ ວັນເອກະລາດ ຢ່າງເຄ່ງຂຶມ (ວີດີໂອ)


ຜູ້ວາງລະເບີດສະລະຊີບ ໄດ້ສັງຫານທະຫານຢ່າງໜ້ອຍ 96 ຄົນ ແລະເຮັດໃຫ້ໄດ້ຮັບ ບາດເຈັບອີກ 200 ກວ່າຄົນ ໃນລະຫວ່າງການຝຶກຊ້ອມເດີນສວນສະໜາມ.
ຜູ້ວາງລະເບີດສະລະຊີບ ໄດ້ສັງຫານທະຫານຢ່າງໜ້ອຍ 96 ຄົນ ແລະເຮັດໃຫ້ໄດ້ຮັບ ບາດເຈັບອີກ 200 ກວ່າຄົນ ໃນລະຫວ່າງການຝຶກຊ້ອມເດີນສວນສະໜາມ.

ເຢ​ເມນ ສະ​ເຫລີ​ມສະຫລອງ​ວັນ​ຄົບຮອບ 22 ປີ​ຂອງ​ການ​ເຕົ້າ​ໂຮມ​ກັນ​ໃນ​ມື້​ນີ້ ​ນຶ່ງ​ມື້
ຫລັງ​ຈາກ ​ທີ່ຄົນວາງ​ລະ​ເບີດ​ສະລະ​ຊີບ ​ໄດ້ສັງຫານທະຫານ​ຢ່າງ​ໜ້ອຍ 96 ຄົນ
​ແລະ​ເຮັດ​ໃຫ້​ຮັບ​ບາດ​ເຈັບອີກ 200 ກວ່າ​ຄົນ ​ໃນ​ລະຫວ່າງ​ການ​ຝຶກ​ຊ້ອມເດີນ​ສວນ
​ສະໝາ​ມ ​ເພື່ອສະຫລອງວັນ​ເອກ​ກະລາດ​ນັ້ນ.

​ການ​ສວນສະໜາມ​ໃນ​ມື້​ນີ້ ​ໄດ້​ມີ​ຂຶ້ນໃນ​ລະດັບນ້ອຍ​ກວ່າ ຊຶ່ງໄດ້​ຍ້າຍໄປ​ເຮັດ​ຢູ່ເດີ່ນ
​ໂຮງຮຽນ​ກອງ​ທັບ​ອາກາດ ​ໃນ​ເມືອງ​ຫລວງ Sana’a.

ປະທານາທິບໍດີ ​ເຢ​ເມນ ທ່ານ Abed Robbo Mansour Hadi ໄດ້ຊົມ​ການສະ​ຫລອງ​
ຢູ່​ເບື້ອງ​ຫລັງກະຈົກກັນ​ລູກປືນ.

ມີ​ຄົນ​ຈໍານວນ​ນ້ອຍ ​ທີ່​ພາກັນອອກ​ມານອກ​ບ້ານ​ເຮືອນ ​ເພາະ​ຢ້ານມີການ​ໂຈມຕີ​ອີກ​.

ກຸ່ມ​ກໍ່​ການ​ຮ້າຍ Al-Qaida ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຕໍ່​ການ​ໂຈມ​ຕີສະລະ​ຊີ​ບ​
ໃນ​ວັນ​ຈັນວານ​ນີ້ ​ແລະ​ກ່າວ​ວ່າ ການ​ໂຈມ​ຕີ​ແມ່ນ​ເປັນ​ການ​ແກ້​ແຄ້ນ​ຕໍ່​ອັນ​ທີ່​ພວກ​ເຂົາ​
ເອີ້ນ​ວ່າ ການ​ທໍາ​ສົງຄາມ​ທີ່ໄດ້ຮັບການ​ໜູນ​ຫລັງຈາກສະຫະລັດອາ​ເມຣິກາ ຕໍ່ຕ້ານ​
ບັນດາຜູ້ສະໜັບສະໜຸນ​ພວກ​ເຂົາ​.

​ເຈົ້າ​ໜ້າ​ທີ່​ເຢ​ເມນກ່າວ​ວ່າ ຄົນ​ຮ້າຍ​ທີ່ສົງ​ໃສວ່າ​ເປັນທະ​ຫານ​ນອກຮີດ​ຄົນ​ນຶ່ງໄດ້​ບີບ​
ຂະ​ນວນ​ລະ​ເບີດຂຶ້ນ ​ໃນ​ຂະນະ​ທີ່​ພວກ​ທະຫານ​ຫລາຍ​ຮ້ອຍ​ຄົນ ພາກັນ​ລຽນ​ແຖວ​
​ເພື່ອ​ເຝິກ​ຊ້ອມ​ການ​ເດີນ​ສວນສະໜາມຂອງທະຫານ ​ເພືີ່ອສະຫລອງ​ການ​ໂຮມ​
ເຂົ້າກັນ ​ລະ​ຫວ່າງພາກໃຕ້ກັບພາກເໜືອຂອງເຢ​ເມນນັ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ​ຫົວໜ້າ​ກອງ​ເສນາ​ທິການ ທັງ​ສອງ​ທ່ານ​ກໍ​ຢູ່​ທີ່​
ບ່ອນເຝິກ​ຊ້ອມນັ້ນ​ນໍາ ​ແຕ່​ບໍ່​ໄດ້​ຮັບ​ບາດ​ເຈັບ. ກູ່​ມກໍ່​ການ​ຮ້າຍ Al-Qaida ທີ່ແຫລມ
ອາ​ເຣ​ເບຍ ກ່າວ​ວ່າ ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ​ແ​ມ່ນເປັນ​ເປົ້າ​ໝາຍ​ຂອງ​ການ​ວາງ​
ລະ​ເບີດຄັ້ງ​ນີ້ ​ແລະ​ເຕືອນ​ວ່າ ຈະ​ມີ​ການ​ໂຈມ​ຕີ​ຕື່ມ​ອີກ ຖ້າ​ຫາກ​ວ່າ​ລັດຖະບານ​ບໍ່​ຢຸດ
ເຊົາ​ທໍາ​ການໂຈມ​ຕີພວກ​ເຂົາ.

XS
SM
MD
LG