ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປະທານາທິບໍດີເຢເມນ ຈະບໍ່ປະຕິບັດຕາມ ຄຳຮຽກຮ້ອງຂອງຝ່າຍຄ້ານ


ພວກປະທ້ວງໃນເຢເມນຍົກທະຫານຄົນນຶ່ງຂຶ້ນ ຊຶ່ງເປັນການສະແດງໃຫ້ເຫັນວ່າຜູ້ກ່ຽວໄດ້ເຂົ້າຮ່ວມການປະທ້ວງ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ (25 ມີນາ 2001)
ພວກປະທ້ວງໃນເຢເມນຍົກທະຫານຄົນນຶ່ງຂຶ້ນ ຊຶ່ງເປັນການສະແດງໃຫ້ເຫັນວ່າຜູ້ກ່ຽວໄດ້ເຂົ້າຮ່ວມການປະທ້ວງ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ (25 ມີນາ 2001)

ປະທານາທິບໍດີເຢເມນທ່ານ Ali Abdullah Saleh ໄດ້
ກ່າວຕໍ່ພວກສະໜັບສະໜຸນທ່ານ ທີ່ໄປໂຮມຊຸມນຸມຢູ່ນະ
ຄອນຫຼວງ Sana’a ວ່າ ທ່ານຈະຕ້ານຢັນ ຕໍ່ການຮຽກ
ຮ້ອງຊໍ້າແລ້ວຊໍ້າອີກຂອງພວກຝ່າຍຄ້ານທີ່ຢາກໃຫ້ທ່ານ
ລາອອກນັ້ນ.

ທ່ານ Saleh ໄດ້ຖະແຫຼງໃນວັນສຸກມື້ນີ້ ຂະນະທີ່ພວກ
ສະໜັບສະໜຸນແລະພວກຕໍ່ຕ້ານລັດຖະບານພາກັນໂຮມ
ຊຸມນຸມປະທ້ວງຢູ່ທີ່ນະຄອນຫຼວງຂອງເຢເມນ. ພວກຈັດ
ການປະທ້ວງຂອງຝ່າຍຄ້ານເອີ້ນການໂຮມຊຸມນຸມໃນວັນ
ສຸກມື້ນີ້ວ່າ ເປັນວັນແຫ່ງການຈາກໄປຂະນະທີ່ພວກເຂົາເຈົ້າຮຽກຮ້ອງໃຫ້ປະທານາທິບໍດີ
Saleh ລາອອກໃນທັນທີ.

ທະຫານເຢເມນໄດ້ຕັ້ງດ່ານກວດຂຶ້ນ ເພື່ອຄົ້ນໂຕພວກປະທ້ວງ ທີ່ເຂົ້າໄປໃນນະຄອນຫຼວງ.

ພວກຝ່າຍຄ້ານຂອງທ່ານ Saleh ພວມກົດດັນຕໍ່ໄປ ດ້ວຍການໂຮມຊຸມນຸມປະທ້ວງປະຈຳ
ສັບປະດາທັງໆທີ່ໄດ້ມີການປະກາດໃຊ້ພາວະສຸກເສີນໃໝ່ໆ ທີ່ມອບອຳນາດຢ່າງເດັດຂາດ ໃຫ້ແກ່ກຳລັງຮັກສາຄວາມສະຫງົບປ້ອງກັນບໍ່ໃຫ້ມີການໂຮມຊຸມນຸມປະທ້ວງແລະຈັບກຸມຄຸມ
ຂັງພວກທີ່ສົງໄສໄດ້.

XS
SM
MD
LG