ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

10 ຄົນ ຖືກຂ້າຕາຍ ໃນການໂຈມຕີ ທາງອາກາດ ທີ່ເຢເມນ


ທະຫານເຢເມນ ໄປເບິ່ງບ່ອນພວກຫົວຮຸນແຮງ ຊຶ່ງເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍອາລກາຍດາ ໂຈມຕີຄ້າຍ ທະຫານແຫ່ງນຶ່ງ ທີ່ເຮັດໃຫ້ທະຫານເສຍຊີວິດ 110 ກວ່າຄົນໃກ້ເມືອງ Zinjibar ໃນພາກໃຕ້ເຢເມນ (6 ມີນາ 2012)

ກຳລັງ​ຮັກສາ​ຄວາມ​ສະຫງົບຂອງ​ເຢ​ເມນ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຢູ່ໃນ​ເຂດພາກ​ໃຕ້​
ຂອງ​ປະ​ເທດ ​ໄດ້​ສັງຫານ​ພວກ​ທີ່​ສົງ​ໄສ​ວ່າ ​ເປັນ​ສະມາຊິກ​ຂອງ​ກຸ່ມກໍ່​ການ​ຮ້າຍ​ອາລກາຍ​ດາ​
ຢ່າງ​ນ້ອຍ 10 ຄົນ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າການ​ໂຈມ​ຕີ​ທາງ​ອາກາດ​ໃນ​ຕອນ​ແລງຂອງ​ມື້
ວັນ​ສຸກ​ວານ​ນີ້ ​ແມ່ນ​ດຳ​ເນີນ​ໂດຍ​ເຮືອບິນ​ຂອງ​ສະຫະລັດ.

ພວກ​ຫົວ​ຮຸນ​ແຮງ​ໄດ້​ຂະຫຍາຍ​ຖານ​ປະຕິບັດ​ງານ​ຂອງ​ຕົນ​ຢູ່​ໃນ​ເຢ​ເມນ ​ໃນ​ລະຫວ່າງ​ທີ່​ເກີດ​
ຄວາມ​ວຸ້ນວາຍ​ເປັນ​ເວລາ​ຫຼາຍໆ​ເດືອນ ຊຶ່ງ​ໃນ​ທີ່​ສຸດ​ໄດ້​ຍັງ​ຜົນ​ໃຫ້ມີ​ການ​ຂັບ​ໄລ່ປະທານາທິ
ບໍດີ Ali Abdullah Saleh ທີ່​ໄດ້​ລາ​ອອກ​ຈາກ​ຕຳແໜ່​ງຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ແລ້ວ
ນີ້.

ສະຫະລັດ​ແລະ Saudi Arabia ຊຶ່ງ​ເປັນ​ເພື່ອນ​ບ້ານຂອງ​ເຢ​ເມນ ມີ​ຄວາມວິຕົກ​ກັງວົນ​
ກ່ຽວ​ກັບ​ການ​ຂະຫຍາ​ຍການ​ປະຕິບັດ​ງານ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາ​ຢູ່​ໃນ​ເຢເມນ.

XS
SM
MD
LG