ໜັງສືພິມທີ່ສຳຄັນສະບັບນຶ່ງຂອງອະເມຣິກາລາຍງານວ່າ
ລັດຖະບານສະຫະລັດໄດ້ເພີ່ມທະວີການເຮັດສົງຄາມລັບ
ຢູ່ໃນເຢເມນໃນໄລຍະສອງສາມອາທິດຜ່ານມານີ້ໂດຍໄດ້
ສົ່ງຍົນບໍ່ມີຄົນຂັບຕິດອາວຸດ ແລະເຮືອບິນລົບອາຍພົ່ນໄປ
ໂຈມຕີພວກທີ່ສົງໄສວ່າເປັນກຸ່ມຫົວຮຸນແຮງທີ່ພະຍາຍາມ
ຫາທາງທຳລາຍລັດຖະບານເຢເມນທີ່ພວມດີ້ນຮົນຢູ່ໃນເວ
ລານີ້.
ໜັງສືພິມ New York Times ທີ່ອ້າງຄຳເວົ້າຂອງພວກ
ເຈົ້າໜ້າທີ່ສະຫະລັດລາຍງານວ່າ ລຸນຫຼັງທີ່ໄດ້ໂຈະການ
ໂຈມຕີທາງອາກາດຢູ່ໃນເຢເມນມາໄດ້ເກືອບນຶ່ງປີແລ້ວສະ
ຫະລັດໄດ້ເລັ່ງລັດເພີ່ມທະວີການໂຈມຕີຂອງຕົນ ໃນຄວາມພະຍາຍາມເພື່ອຂັດຂວາງບໍ່
ໃຫ້ພວກຫົວຮຸນແຮງທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາເຂົ້າກຳອຳນາດ.
ການໂຈມຕີເຫຼົ່ານີ້ແມ່ນຢູ່ພາຍໃຕ້ການນຳພາຂອງກອງບັນຊາການປະຕິບັດງານຮ່ວມພິ
ເສດຂອງກະຊວງປ້ອງກັນປະເທດສະຫະລັດຮ່ວມກັບອົງການສືບລັບຊີໄອເອ.
ລາຍງານແຈ້ງໃຫ້ຊາບຕື່ມວ່າ ໃນມື້ວັນສຸກແລ້ວນີ້ເຮືອບິນອາຍພົ່ນຂອງສະຫະລັດໄດ້ສັງ
ຫານເຈົ້າໜ້າທີ່ປະຕິບັດງານລະດັບກາງ ຂອງກຸ່ມກໍ່ການຮ້າຍອາລກາຍດາ ນາຍ Abu
Ali al-Harithi ແລະຜູ້ຕ້ອງສົງໄສເປັນພວກກໍ່ການຮ້າຍອື່ນໆອີກຫຼາຍຄົນໃນການໂຈມ ຕີຢູ່ໃນພາກໃຕ້ຂອງປະເທດເຢເມນ.
ຫຼາຍໆອາທິດກ່ອນໜ້ານັ້ນ ຍົນບໍ່ມີຄົນຂັບຂອງສະຫະລັດ ກໍໄດ້ຍິງລູກສອນໄຟໂຈມຕີທີ່
ແນໃສ່ເພື່ອສັງຫານນາຍ Anwar al-Awlaki ນັກສອນສາສະໜາອິສລາມຫົວຮຸນແຮງ
ທີ່ເກີດຢູ່ອະເມຣິກາ ທີ່ສະຫະລັດພະຍາຍາມຫາທາງກຳຈັດມາໄດ້ດົນກວ່າ 1 ປີແລ້ວແຕ່
ຜູ້ກ່ຽວລອດຊີວິດມາໄດ້.
ການເພີ່ມທະວີການໂຈມຕີທາງອາກາດ ມີຂຶ້ນໃນຂະນະທີ່ເຢເມນພວມຕົກຢູ່ໃນສະຖານະ
ການທີ່ຫລໍ່ແຫລມໂດຍທີ່ປະທານາທິບໍດີ Ali Abdullah Saleh ໄດ້ໄປປົວໂຕຢູ່ປະເທດ
Saudi Arabia ຍ້ອນຖືກໄຟລວກ ໃນການໂຈມຕີດ້ວຍລະເບີດ ຕໍ່ທຳນຽບປະທານາທິບໍ
ໃດນສັບປະດາແລ້ວ. ທ່ານໄດ້ອະນຸມັດໃຫ້ສະຫະລັດປະຕິບັດງານຢູ່ໃນປະເທດຂອງທ່ານ
ໃນປີ 2009 ແຕ່ກໍໄດ້ຈຳກັດຂອບເຂດແລະໃນທາງເປີດເຜີຍແລ້ວ ທ່ານກ່າວວ່າການປະ
ຕິບັດງານທາງທະຫານທັງໝົດແມ່ນດຳເນີນໂດຍທະຫານເຢເມນ.