ຜູ້ຮັກສາການຜູ້ນຳຂອງເຢເມນກ່າວວ່າ ປະທານາທິບໍດີ Ali Abdullah Saleh ໄດ້ຮັບບາດ
ເຈັບສາຫັດ ໃນການໂຈມຕີຕໍ່ທຳນຽບປະທານາທິບໍດີໃນຕົ້ນເດືອນນີ້ ຊຶ່ງເຮັດໃຫ້ຍັງບໍ່ທັນເປັນ ທີ່ແນ່ນອນເທື່ອວ່າເວລາໃດທ່ານຈຶ່ງຈະສາມາດເດີນທາງກັບຄືນປະເທດໄດ້ ຈາກຊາອຸດີອາຣາ
ເບຍ ບ່ອນທີ່ທ່ານພວມຮັບການປິ່ນປົວຢູ່ໃນເວລານີ້.
ຮອງປະທານາທິບໍດີ Abed Rabbo Mansour Hadi ກ່າວຕໍ່ໂທລະພາບ CNN ໃນວັນ
ພຸດວານນີ້ວ່າ ທ່ານໄດ້ພົບກັບປະທານາທິບໍດີ Saleh ຫຼັງຈາກການໂຈມຕີດ້ວຍລະເບີດຕໍ່
ທໍານຽບປະທານາທິບໍດີແລະເຫັນວ່າ ທ່ານ Saleh ໄດ້ຖືກທ່ອນໄມ້ສຽບໜ້າເອິກແລະໜ້າ
ຕາ ແຂນແລະສ່ວນເທິງຂອງຮ່າງກາຍທ່ານໄດ້ຖືກໄຟໄໝ້.
ທ່ານກ່າວວ່າ ອາດຈະໃຊ້ເວລາຫຼາຍໆເດືອນ ກ່ອນທີ່ທ່ານ Saleh ຈະກັບຄືນປະເທດໄດ້
ແລະນັ້ນກໍຈະຕ້ອງຂຶ້ນກັບການຕັດສິນໃຈຂອງນາຍໝໍຂອງທ່ານ.
ໃນຕອນເຊົ້າຂອງວັນພຸດວານນີ້ຜູ້ນຳຊົ່ວຄາວຂອງເຢເມນໄດ້ສັ່ງໃຫ້ຜູ້ຮອງຂອງທ່ານເປີດການ
ເຈລະຈາກັບກຸ່ມການເມືອງຝ່າຍຄ້ານກ່ຽວກັບແຜນການຂອງຂົງເຂດໃນການໂອນອຳນາດນັ້ນ.
ແຕ່ກຸ່ມແນວໂຮມທີ່ສຳຄັນຂອງພັກຝ່າຍຄ້ານໃນເຢເມນ ບໍ່ໄດ້ໃຫ້ຄວາມສຳຄັນໃດໆຕໍ່ການປະ
ກາດດັ່ງກ່າວນີ້.