ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດການສູ້ລົບກັນຢ່າງໜັກ ທີ່ນະຄອນຫຼວງເຢເມນ (ເບິ່ງວີດີໂອ)


ເກີດໄຟໄໝ້ແລະຄວັນກຸ້ມຂຶ້ນ ໃນລະຫວ່າງການປະທະກັນ ລະຫວ່າງພວກຊົນເຜົ່າທີ່ຈົງຮັກພັກດີຕໍ່ Sheik Sadeq al-Ahmar ແລະກຳລັງຮັກສາຄວາມສະຫງົບຂອງເຢເມນ ທີ່ນະຄອນຫຼວງ Sanaa (2 ມິຖຸນາ 2011)
ເກີດໄຟໄໝ້ແລະຄວັນກຸ້ມຂຶ້ນ ໃນລະຫວ່າງການປະທະກັນ ລະຫວ່າງພວກຊົນເຜົ່າທີ່ຈົງຮັກພັກດີຕໍ່ Sheik Sadeq al-Ahmar ແລະກຳລັງຮັກສາຄວາມສະຫງົບຂອງເຢເມນ ທີ່ນະຄອນຫຼວງ Sanaa (2 ມິຖຸນາ 2011)

ການປະທະກັນທີ່ນະຄອນຫຼວງຂອງເຢເມນໄດ້ທະວີຄວາມ
ຮຸນແຮງເພີ່ມຂຶ້ນໃນວັນສຸກມື້ນີ້ ໂດຍໄດ້ມີການທຳລາຍສຳ
ນັກງານສະຖານີໂທລະພາບຂອງພວກຝ່າຍຄ້ານ.

ລາຍງານຂ່າວແຈ້ງວ່າ ການສູ້ລົບກັນທີ່ນະຄອນຫຼວງ Sa-
na’a ໄດ້ຂະຫຍາຍເຂົ້າໄປໃນເຂດຄຸ້ມໃໝ່ ແລະພວກຊົນ
ເຜົ່າທີ່ຈົງຮັກພັກດີຕໍ່ກຸ່ມຝ່າຍຄ້ານ ພວມເດີນທາງໄປຍັງນະ
ຄອນຫຼວງ ເພື່ອເຂົ້າຮ່ວມໃນການສູ້ລົບ.

ຄວາມວຸ້ນວາຍທີ່ເພີ່ມທະວີຄວາມຮ້າຍແຮງຂຶ້ນນັ້ນ ພວມຊຸກ
ຍູ້ໃຫ້ບັນຫາຂັດແຍ້ງ ໃກ້ຈະກາຍເປັນສົງຄາມກາງເມືອງເຕັມ
ອັດຕາ. ບັນດາກຸ່ມຝ່າຍຄ້ານກ່າວວ່າທະຫານລັດຖະບານໄດ້
ສັງຫານສະມາຊິກຂອງຕົນ 50 ຄົນໃນການສູ້ລົບກັນໃນ ສັບປະດານີ້.

ເຢເມນ ພວມປະເຊີນກັບການຂັດແຍ້ງໃນຫຼາຍໆບັນຫາ ຄືການສູ້ລົບກັນຢູ່ຕາມຖະໜົນຫົນ
ທາງໃນນະຄອນຫຼວງ Sana’a ການເດີນຂະບວນຂອງປະຊາຊົນຕໍ່ຕ້ານລັດຖະບານໃນທົ່ວ
ປະເທດແລະການສູ້ລົບກັບພວກມຸສລິມຫົວຮຸນແຮງທີ່ໄດ້ເຂົ້າຢຶດເອົາເມືອງ Zinjibar ຢູ່ໃນ
ພາກໃຕ້ຂອງເຢເມນ.

ສ່ວນທີ່ເມືອງ Taiz ທາງພາກໃຕ້ຂອງປະເທດນັ້ນທະຫານລັດຖະບານແລະພວກປະທ້ວງໄດ້
ປະທະກັນ ໃນວັນພະຫັດວານນີ້. ມີຜູ້ເສຍຊີວິດຢ່າງນ້ອຍ 25 ຄົນໃນຄວາມຮຸນແຮງທີ່ເມືອງ
Taiz ໃນໄລຍະສອງສາມມື້ຜ່ານມານີ້.

ນະຄອນຫຼວງ Sana’a ຖືກແບ່ງອອກເປັນສອງເຂດ ຄືກຳລັງຮັກສາຄວາມສະຫງົບຂອງເຢ
ເມນຄວບຄຸມຢູ່ໃນເຂດພາກໃຕ້ ຕ້ານກັບພວກຊົນເຜົ່າແລະທະຫານທີ່ແຍກໂຕອອກ ທີ່ຄວບ
ຄຸມໃນເຂດພາກເໜືອ. ພວກຝ່າຍຄ້ານຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ທີ່ປົກຄອງປະເທດມາເປັນເວລາດົນນານແລ້ວນັ້ນ ລາອອກ.

XS
SM
MD
LG