ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະໜາມບິນ ນະຄອນຫຼວງເຢເມນ ຢຸດບໍລິການຊົ່ວຄາວ


ການປະທ້ວງຕໍ່ຕ້ານລັດຖະບານ ໃນປະເທດເຢເມນ (1 ມິຖຸນາ 2011)
ການປະທ້ວງຕໍ່ຕ້ານລັດຖະບານ ໃນປະເທດເຢເມນ (1 ມິຖຸນາ 2011)

ຖ້ຽວບິນຕ່າງໆໄດ້ຖືກໂຈະເປັນການຊົ່ວຄາວທີ່ສະໜາມບິນ
ໃນນະຄອນຫຼວງຂອງເຢເມນ ຂະນະທີ່ການສູ້ລົບກັນ ລະ
ຫວ່າງທະຫານລັດຖະບານແລະກຳລັງປະກອບອາວຸດຂອງ
ພວກຊົນເຜົ່າເພີ່ມທະວີຄວາມຮ້າຍແຮງຂຶ້ນ.

ລາຍງານຂ່າວແຈ້ງວ່າການປະຕິບັດງານທີ່ສະໜາມບິນໄດ້
ຢຸດເຊົາລົງເວລາການສູ້ລົບໄດ້ແຜ່ລາມເຂົ້າໄປໃກ້ໆບໍລິເວນ
ສະໜາມບິນໃນວັນພະຫັດມື້ນີ້.

ມີລາຍງານວ່າ ກຳລັງປະກອບອາວຸດຊົນເຜົ່າຈຳນວນຫຼາຍ
ພັນຄົນພວມມຸ່ງໜ້າໄປຍັງນະຄອນຫຼວງ Sana’a ເພື່ອສົມ
ທົບໃນການສູ້ລົບກັບກຳລັງຕໍ່ຕ້ານລັດຖະບານ.

ມີລາຍງານຂ່າວແຈ້ງວ່າ ທະຫານລັດຖະບານໄດ້ຍິງປືນໃຫຍ່
ໂຈມຕີທີ່ໝັ້ນຂອງພວກທີ່ຈົງຮັກພັກດີຕໍ່ຜູ້ນຳຊົນເຜົ່າ Sheik Sadeq al-Ahmar ທີ່ຄຸ້ມ Hasaba ໃນນະຄອນຫຼວງ Sa-na’a.

ເຈົ້າໜ້າທີ່ກ່າວວ່າ ມີຢ່າງນ້ອຍ 41 ຄົນຈາກທັງສອງຝ່າຍໄດ້ເສຍຊີວິດ ໃນການສູ້ລົບກັນໃນ
ຄືນວັນອັງຄານແລະວັນພຸດວານນີ້.

ສ່ວນທີ່ເມືອງ Taiz ໃນພາກໃຕ້ຂອງເຢເມນນັ້ນທະຫານໄດ້ຍິງປືນເຂົ້າໃສ່ພວກປະທ້ວງທີ່
ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກ. ມີບໍ່ຕໍ່າກວ່າ 25 ຄົນໄດ້
ເສຍຊີວິດ ໃນການປະທະກັນທີ່ເມືອງ Taiz ໃນໄລຍະສອງສາມມື້ຜ່ານມານີ້.

ການສູ້ລົບກັນໄດ້ທະວີຄວາມຮ້າຍແຮງຂຶ້ນໃນປະເທດເຢເມນນັບແຕ່ການຢຸດຍິງທີ່ມີຜົນບັງ
ຄັບໃຊ້ເປັນເວລາສັ້ນໆ ໄດ້ແຕກຫັກລົງ.

XS
SM
MD
LG