ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ໂຈມຕີຮອບໃໝ່ ໃນພາກໃຕ້ເຢເມນ


ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານລັດຖະບານ ໃນລະຫວ່າງການໂຮມຊຸມນຸມປະທ້ວງ ຮຽກຮ້ອງໃຫ້ປະຊາທິບໍດີ Ali Abdullah Saleh ລາອອກ ທີ່ເມືອງ Taiz ໃນພາກໃຕ້ເຢເມນ (17 ມິຖຸນາ 2011)
ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານລັດຖະບານ ໃນລະຫວ່າງການໂຮມຊຸມນຸມປະທ້ວງ ຮຽກຮ້ອງໃຫ້ປະຊາທິບໍດີ Ali Abdullah Saleh ລາອອກ ທີ່ເມືອງ Taiz ໃນພາກໃຕ້ເຢເມນ (17 ມິຖຸນາ 2011)

ພວກຫົວຮຸນແຮງປະກອບອາວຸດທຳການໂຈມຕີຄືນໃໝ່ຕໍ່ຕຶກໂຮງການລັດຖະບານໃກ້ໆເມືອງ
Houta ໃນພາກໃຕ້ເຢເມນຊຶ່ງພວກເຂົາເຈົ້າໄດ້ເລີ່ມໂຈມຕີໃນມື້ວັນພຸດແລ້ວ.

ປະຊາຊົນໃນເມືອງດັ່ງກ່າວເວົ້າວ່າໃນມື້ວານນີ້ພວກຫົວຮຸນແຮງປະກອບອາວຸດໄດ້ໂຈມຕີເປັນ
ເວລາສັ້ນໆຕໍ່ກອງບັນຊາການຮັກສາຄວາມປອດໄພແລະສຳນັກງານຂອງສະພາທີ່ເມືອງ Ma-
sameer ຊຶ່ງຕັ້ງຢູ່ໃກ້ໆກັບເມືອງ Houta ກ່ອນທີ່ຈະລ່າຖອຍໄປ.

ນອກນັ້ນແລ້ວໃນມື້ວານນີ້ ກະຊວງປ້ອງກັນປະເທດຂອງເຢເມນກ່າວວ່າ ມີ 2 ຄົນເສຍຊີວິດ
ຫຼັງຈາກພວກກໍ່ການຮ້າຍຍິງປືນຄົກໂຈມຕີເມືອງ Zinjibar ຊຶ່ງປະຊາຊົນສ່ວນໃຫຍ່ໄດ້ພາກັນ
ຫຼົບໜີໄປຍັງເມືອງທ່າເອເດັນແລ້ວ. ພວກຫົວຮຸນແຮງໄດ້ເຂົ້າຢຶດເອົາເມືອງ Zinjibar ແລະ
ຫົວເມືອງອີກແຫ່ງນຶ່ງໃນພາກໃຕ້ເຢເມນເມື່ອເດືອນພຶດສະພາຜ່ານມາ.

ຂະນະດຽວກັນ ເຈົ້າໜ້າທີ່ເຢເມນກ່າວວ່າ ຕົນໄດ້ຈັບຜູ້ຕ້ອງສົງໄສເປັນສະມາຊິກຂອງກຸ່ມກໍ່
ການຮ້າຍອາລກາຍດາ 10 ຄົນທີ່ໄດ້ແຊກຊຶມຈາກແຂວງ Abyan ເຂົ້າໄປໃນແຂວງເອເດັນ
ແຂວງAbyan ເປັນທີ່ໝັ້ນຂອງກຸ່ມກໍ່ການຮ້າຍອາລກາຍດາ.

ໃນມື້ວັນພຸດຜ່ານມາກຸ່ມມຸສລິມຫົວຮຸນແຮງ Ansa al-Sharia ຫຼືພວກສະໜັບສະໜຸນກົດ
ໝາຍ Sharia ຂອງສາສະໜາອິສລາມໄດ້ໂຈມຕີເມືອງ Houta ໃນຕອນເຊົ້າມືດແລະກໍສາ
ມາດຢຶດຈຸດສຳຄັນຕ່າງໆເປັນເວລາສັ້ນໆ ໃນຫົວເມືອງທີ່ວ່າການແຂວງດັ່ງກ່າວ ແລະກໍທຳ
ການສູ້ລົບກັບກຳລັງຮັກສາຄວາມສະຫງົບ.

ການບຸກໂຈມຕີທີ່ວ່ານີ້ ພາໃຫ້ເກີດມີຄວາມວິຕົກກັງວົນ ກ່ຽວກັບຄວາມຮຸນແຮງ ທີ່ເພີ່ມທະ
ວີຂຶ້ນຈາກບັນດາກຸ່ມມຸສລິມຫົວຮຸນແຮງ ຢູ່ໃນເຂດພາກໃຕ້ທີ່ວຸ້ນວາຍ ທ່າມກາງທີ່ມີການປະ
ທ້ວງຕໍ່ຕ້ານລັດຖະບານໃນທົ່ວປະເທດແລະການບໍ່ໄດ້ມີໜ້າຢູ່ໃນປະເທດຂອງປະທານາທິບໍດີ
Ali AbdullahSaleh.

ປະທານາທິບໍດີ Saleh ກຳລັງພັກຟື້ນຢູ່ຊາອຸດີອາຣາເບຍ ຈາກບາດເຈັບທີ່ທ່ານໄດ້ຮັບ ໃນ
ການໂຈມຕີທຳນຽບປະທານາທິບໍດີດ້ວຍລະເບີດໃນຕົ້ນເດືອນນີ້.

ສື່ມວນຊົນຂອງທາງການເຢເມນໄດ້ອ້າງຄຳເວົ້າຂອງທ່ານ Saleh ທີ່ກ່າວຕໍ່ກະສັດບາຫ໌ເຣນ
ໃນມື້ວານນີ້ວ່າ ສຸກຂະພາບຂອງທ່ານພວມດີຂຶ້ນແລະສະແດງຄວາມເຊື່ອໝັ້ນວ່າ ເຢເມນສາ
ມາດຜ່ານຜ່າວິກິດການໃນປັດຈຸບັນນີ້ໄປໄດ້.

XS
SM
MD
LG