ພວກກະບົດຮູຕີຂອງ ເຢເມນ ໄດ້ເລີ້ມຖອນອອກໄປ ບັນດາທ່າເຮືອ ໂຮເດດາ, ຊາລິຟ
ແລະ ຣັສ-ອິຊຊາ ໃນວັນເສົາວານນີ້ຈາກ ພາຍໃຕ້ຂໍ້ຕົກລົງສັນຕິພາບ ຂອງອົງການສະ
ຫະປະຊາຊາດ.
ທ່ານ ໄມເກີລ ໂລແລສກາຣດ໌ ປະທານຄະນະກຳມະການປະສານງານການຍົກຍ້າຍກຳ
ລັງຄົນ ຫຼື RCC ຂອງອົງການສະຫະປະຊາຊາດ ໄດ້ປະກາດໃນວັນສຸກທີ່ຜ່ານມາວ່າ
ການຍົກຍ້າຍກຳລັງຄົນຈະເລີ້ມໃນວັນເສົາວານນີ້ ແລະ ສິ້ນສຸດໃນວັນອັງຄານ. ທ່ານ
ກ່າວວ່າ RCC ຍິນດີຕໍ່ການສະເໜີຂອງພວກກະບົດ ຮູຕີ ທີ່ຈະເລີ້ມການຍົກຍ້າຍນັ້ນ.
ທ່ານ ໂລແລສກາຣດ໌ ກ່າວວ່າການເຄື່ອນໄຫວດັ່ງກ່າວໄດ້ກາຍເປັນ “ບາດກ້າວພາກປະ
ຕິບັດເທື່ອທຳອິດ” ນັບແຕ່ການສະຫລຸບຂໍ້ຕົກລົງ ໂຮເດດາ ທີ່ເຮັດໃຫ້ມີການຢຸດຍິງລະ
ຫວ່າງ ພັກຝ່າຍຄ້ານໃນ ເຢເມນ ແລະ ການຖອນພວກນັກລົບອອກຈາກທ່າເຮືອສາມ
ແຫ່ງນັ້ນ. ທ່ານໄດ້ກ່າວວ່າການຍົກຍ້າຍກຳລັງຄົນຕ້ອງຖືກຕິດຕາມໂດຍຄະນະກຳມະ
ການ, ໂປ່ງໃສ ແລະ ເປັນການດຳເນີນການທີ່ໝັ້ນຄົງຂອງຝ່າຍທີ່ມີສ່ວນຮ່ວມ ເພື່ອປະ
ຕິບັດພັນທະຂອງເຂົາເຈົ້າຢ່າງເຕັມທີ່.
ທ່ານ ໂລລແລັສກາຣດ໌ ໄດ້ກ່າວເພີ້ມວ່າ ການປະຕິບັດການຢ່າງເຕັມທີ່ຂອງຂໍ້ຕົກລົງ
ໂຮເດດາ ຈະຊ່ວຍຄ້ຳປະກັນການນຳສົ່ງການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ຫຼາຍລ້ານ
ຄົນຢູ່ໃນ ເຢເມນ ຜູ້ທີ່ຕ້ອງການໆຊ່ວຍເຫຼືອເພື່ອຮັກສາຊີວິດ. ອົງການສະຫະປະຊາ
ຊາດໄດ້ກ່າວວ່າເຂົາເຈົ້າຈະສືບຕໍ່ໃຫ້ການສະໜັບສະໜູນແກ່ເປົ້າໝາຍ ແລະວຽກງານ
ດັ່ງກ່າວນັ້ນ ເພື່ອໃຫ້ສັນຕິພາບ ແລະ ຄວາມໝັ້ນຄົງກັບຄືນມາສູ່ ເຢເມນ.