ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ ຮູຕີ ໃນ ເຢເມນ ເຕືອນວ່າຈະມີການໂຈມຕີເພີ້ມຂຶ້ນຕໍ່​ ສະ​ຫະ​ລັດ​ ອາ​ຣັບ ​ເອ​ເມີ​ເຣັ​ສ


ພາບສະໜາມບິນ ອາບູດາບີ ວັນທີ 8 ທັນວາ 2021 ສົງໄສວ່າຖືກໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ.
ພາບສະໜາມບິນ ອາບູດາບີ ວັນທີ 8 ທັນວາ 2021 ສົງໄສວ່າຖືກໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ.

ພວກກະບົດຮູຕີໃນເຢເມນ ເຕືອນວ່າ ເຂົາເຈົ້າອາດຈະເພີ້ມ​ການ​ໂຈມ​ຕີ​ຕໍ່​ສະຖານທີ່
ຕ່າງໆຢູ່ໃນ ສະຫະລັດ ອາຣັບ ເອມີເຣັສ (AUE) ຫຼັງຈາກໄດ້ປະຕິບັດການໂຈມຕີ
ໂດຍເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟ ໃນວັນຈັນວານນີ້ ທີ່ໄດ້ເຮັດໃຫ້ມີຜູ້ເສຍ
ຊີວິດສາມຄົນ.

ຕຳຫຼວດໃນນະຄອນຫຼວງ ອາບູ ດາບີ ກ່າວວ່າ ການໂຈມຕີໄດ້ແນໃສ່ລົດບັນທຸກສາມ
ຄັນຢູ່ໂຮງກັ່ນນໍ້າມັນ ແລະ ບໍລິເວນສະໜາມບິນສາກົນ ອາບູ ດາບີ ທີ່ຕໍ່ອອກໄປ​ນັ້ນ.
ເຂົາເຈົ້າໄດ້ພິສູດວ່າ ຜູ້ເສຍຊີວິດເປັນສັນຊາດ ອິນເດຍ ສອງຄົນ ແລະ ຊາວປາກິສຖານ
ຄົນນຶ່ງ ແລະກ່າວວ່າ ອີກຫົກຄົນໄດ້ຮັບບາດເຈັບ.

ຕຳຫຼວດກ່າວວ່າ ບໍ່ມີຄວາມເສຍຫາຍທີ່ສຳຄັນຕໍ່ສະໜາມບິນ ແລະ ໂຮງກັ່ນນໍ້າມັນ.

ໂຄສົກຄົນນຶ່ງຂອງພວກກະບົດ ຮູຕີ ກ່າວວ່າ ຕົນໄດ້ປະຕິບັດການໂຈມຕີສູນ​ກາງເສດ
ຖະກິດາຂອງ ສະຫະລັດ ອາຣັບ ເອມີເຣັສ ໃນ ອາບູດາບີ ເພື່ອຕອບໂຕ້ຕໍ່ບົດບາດຂອງ
ປະເທດດັ່ງກ່າວທີ່ບຸກໂຈມຕີຂອງທະຫານຢູ່ໃນ ເຢເມນ ເມື່ອອາທິດແລ້ວນີ້.

ແຫຼ່ງຂ່າວ​ຂອງ​ກະ​ບົດ ​ຮູ​ຕີ ຢູ່ໃນນະຄອນຫຼວງ ຊານາ ຂອງ​ ເຢ​ເມນ ກ່າວຕໍ່ສື່ມວນຊົນ
ອາຣັບ ວ່າເຂົາເຈົ້າໄດ້ສົ່ງເຮືອບິນບໍ່ມີຄົນຂັບແປດລໍາ ແລະ ຍິງລູກສອນໄຟ 10 ລູກ ໄປ
ໃສ່ ສະຫະລັດ ອາຣັບ ເອມີເຣັສ.

ສື່ມວນຊົນອາຣັບ ໄດ້ສະແດງໃຫ້ເຫັນໃນວີດີໂອ ທີີ່ມີຄວັນພຸ້ງຂຶ້ນສູ່ທ້ອງຟ້າ​ໃນ​ນະ​ຄອນ
ອາບູ ດາບີ ແລະບັນດາຮູບພາບຂອງໄຟໄໝ້ຢູ່ສະໜາມບິນ ອາບູ ດາບີ ແລະບໍລິສັດກັ່ນນໍ້າ
ມັນແຫ່ງຊາດ ອາບູດາບີ.

ທີ່ປຶກສາຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານເຈກ ຊູລລີວັນ (Jake Sullivan) ກ່າວ
ວ່າ ສະຫະລັດ ຈະເຮັດວຽກກັບ UAE ແລະບັນດາຄູ່ຮວມງານສາກົນ ເພື່ອໃຫ້ພວກກະບົດ
ຮູຕີ ຮັບຜິດຊອບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG