ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ເຢເມນ ເຫັນດີກັບ ຂໍ້ຕົກລົງ ສັນຕິພາບ UN


ລັດຖະມົນຕີການຕ່າງປະເທດ ເຢເມນ ທ່ານ Abdel-Malek al-Mekhlafi ກ່າວຄຳເຫັນຕໍ່ສື່ມວນຊົນ ຫຼັງຈາກການເຈລະ
ຈາສັນຕິພາບໃນເມືອງ Bern, ປະເທດ Switzerland , 20 ທັນວາ, 2015
ລັດຖະມົນຕີການຕ່າງປະເທດ ເຢເມນ ທ່ານ Abdel-Malek al-Mekhlafi ກ່າວຄຳເຫັນຕໍ່ສື່ມວນຊົນ ຫຼັງຈາກການເຈລະ ຈາສັນຕິພາບໃນເມືອງ Bern, ປະເທດ Switzerland , 20 ທັນວາ, 2015

ລັດຖະບານທີ່ຖືກຍອມຮັບໂດຍສາກົນຂອງ ເຢເມນ ໄດ້ຕົກລົງຕາມເງື່ອນໄຂຕໍ່ແຜນການ ສັນຕິພາບຂອງ ອົງການສະຫະປະຊາຊາດ ຊຶ່ງລັດຖະມົນຕີການຕ່າງປະເທດຂອງ ປະ ເທດໄດ້ກ່າວໃນວັນອາທິດວານນີ້.

ໃນການປະກາດຫຼາຍຄັ້ງທາງສື່ສັງຄົມ, ທ່ານ Abdulmalik Al-Mekhlafi ໄດ້ກ່າວຢ່າງ ຫຍໍ້ໆ ແຜນການທີ່ອາດຈະສິ້ນສຸດ ການຕໍ່ສູ້ໃຊ້ອາວຸດທີ່ແກ່ຍາວເກືອບ 2 ປີ ລະຫວ່າງ ກອງກຳລັງລັດຖະບານ ແລະ ພວກກະບົດ Houthi ເຊິ່ງເປັນຜູ້ຍຶດເອົານະຄອນຫຼວງ Sanaa ໃນທ້າຍປີ 2014 ທີ່ຜ່ານມາ.

ໃນສ່ວນໜຶ່ງຂອງຂໍ້ຕົກລົງແມ່ນຈະຮຽກຮ້ອງໃຫ້ພວກ Houthi ມອບອາວຸດຂອງພວກເຂົາ ແລະ ຖອນຕົວອອກຈາກນະຄອນຫຼວງ Sanaa, ເມືອງ Taiz ແລະ ເມືອງ Hodeida ໃນ ຂັ້ນຕອນທຳອິດ, ອີງຕາມການກ່າວຂອງລັດຖະມົນຕີທ່ານດັ່ງກ່າວ.

ປະຊາຊົນ ເຢເມນ ກວດກາຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດໂດຍພັນທະມິດ ນຳໜ້າໂດຍ ຊາອຸດີອາເຣເບຍ ໃນນະຄອນຫຼວງ Sana'a, ເຢເມນ. 27 ກຸມພາ 2016.
ປະຊາຊົນ ເຢເມນ ກວດກາຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດໂດຍພັນທະມິດ ນຳໜ້າໂດຍ ຊາອຸດີອາເຣເບຍ ໃນນະຄອນຫຼວງ Sana'a, ເຢເມນ. 27 ກຸມພາ 2016.

ທ່ານ Al-Mekhlafi ໄດ້ຂຽນວ່າ “ທ່ານປະທານາທິບໍດີໄດ້ອະນຸມັດໃຫ້ຜູ້ແທນຂອງລັດ ຖະບານເຊັນຂໍ້ຕົກລົງ ກ່ຽວກັບ ເງິື່ອນໄຂທີ່ຝ່າຍອື່ນໆກໍຕ້ອງລົງນາມເຊັ່ນກັນ ກ່ອນວັນ ທີ 7 ສິງຫານີ້. ຂ້າພະເຈົ້າໄດ້ສົ່ງຈົດ ໝາຍໄປຫາທູດພິເສດ ພ້ອມດ້ວຍ ການອະນຸມັດ ຂອງຜູ້ແທນລັດຖະບານ ຕໍ່ ລັດຖະບານ Kuwait, ສະເໜີໂດຍ UN ເພື່ອສິ້ນສຸດການ ສູ້ຮົບດ້ວຍກຳລັງອາວຸດ.”

ການຄອບຄອງທາງດ້ານການເມືອງຂອງພວກ Houthi ໄດ້ຜັກດັນໃຫ້ປະທານາທິບໍດີ Abdu Rabbu Mansour Hadi ລາອອກຈາກ ຕຳແໜ່ງ ແລະ ຫຼົບໜີໄປນະຄອນຫຼວງ Riyadh ໃນຕົ້ນປີ 2015. ປະເທດ ຊາອຸດີອາເຣເບຍ ຕໍ່ມາໄດ້ເປີດການໂຈມຕີທາງອາ ກາດ ແລະ ປິດລ້ອມທາງທະເລໃນເດືອນ ມີນາ 2015 ເຊິ່ງບໍ່ສາມາດຂັບໄລ່ພວກ Houthi ອອກໄປໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG