ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງ ຍັງມີຢູ່ຕໍ່ມາ ໃນເຢເມັນ


ຜູ້ປະທ້ວງຕໍ່ຕ້ານລັດຖະບານຄົນນຶ່ງ ຍົກມືທີ່ທາສີແດງຂຶ້ນ ທີ່ເປັນສັນລາລັກຂອງການນອງເລືອດ ໃນການປະທ້ວງ ບັ້ນນຶ່ງ ຮຽກຮ້ອງໃຫ້ປະທານາທິບໍດີຊາເລ ລາອອກ ທີ່ເມືອງ Taiz, ວັນທີ 1 ພະຈິກ 2011.
ຜູ້ປະທ້ວງຕໍ່ຕ້ານລັດຖະບານຄົນນຶ່ງ ຍົກມືທີ່ທາສີແດງຂຶ້ນ ທີ່ເປັນສັນລາລັກຂອງການນອງເລືອດ ໃນການປະທ້ວງ ບັ້ນນຶ່ງ ຮຽກຮ້ອງໃຫ້ປະທານາທິບໍດີຊາເລ ລາອອກ ທີ່ເມືອງ Taiz, ວັນທີ 1 ພະຈິກ 2011.

ກໍາລັງ​ຂອງ​ລັດຖະບານເຢ​ເມັນ ​ໄດ້​ສັງຫານພົນລະ​ເຮືອນ ຢ່າງໜ້ອຍ 9 ຄົນ ຢູ່​ໃນ​ເມືອງ
ຕາ​ອີສ໌ (Taiz) ຊຶ່ງ​ເປັນນຶ່ງ​ໃນ​ບັນດາ​ເມືອງໃຫຍ່ໆ​ຂອງ​ປະ​ເທດ​.

ພວກ​ເຈົ້າ​ໜ້າ​ທີ່​ການ​ແພດ ​ແລະ​ຜູ້​ທີ່​ເຫັນ​ເຫດ​ການ​ເວົ້າວ່າ ພວກ​ພົນລະ​ເຮືອນ​ເຫລົ່ານີ້
ແມ່​ນຖືກ​ຂ້າ​ຕາຍ​ໃນ​ຕອນ​ເຊົ້າຂອງ​ວັນ​ສຸກ​ມື້ນີ້ ພາຍ​ຫລັງ​ທີ່​ກໍາລັງ​ທະຫານໄດ້​ເປີດ​ສາກ
ຍິງປືນໃຫຍ່ຖະຫລົ່ມ ຄືນອີກຄັ້ງ​ໃໝ່ໃສ່​ເມືອງຕາ​ອີສ໌ ບ່ອນ​ທີ່​ປະຊາຊົນໄດ້ທໍາການ​ປະ
ທ້ວງ​ ມາຢ່າງຕໍ່ເນື່ອງ ຮຽກຮ້ອງ​ໃຫ້​ປະທານາທິບໍດີ ອາລີ ​ອັບ​ດູ​ລລາ ຊ​າ​ເລ
(Ali Abdullah Saleh’s) ​ລາ​ອອກ​ນັ້ນ.

ຕາມ​ການ​ລາຍ​ງານ​ຂ່າວ ພວກ​ກອງ​ກໍາລັງ​ທີ່​ສະໜັບສະໜູນລັດຖະບານ ​ໄດ້​ເປີກ​ສາກ ​
ຍິງ​ປືນໃສ່ ຢູ່ໃກ້ກັບຈະຕຸ​ລັດ​ອິດ​ສະລະພາບ ຊຶ່ງ​ເປັນ​ສະຖານ​ທີ່ ທີ່​ມີ​ການ​ປະ​ທ້ວງ​ຕໍ່ຕ້ານ
ທ່ານ​ຊາ​ເລ ຢູ່​ຕໍ່​ມາ​ນັ້ນ. ອົງການ​ຂ່າວຣອຍ​ເຕີສ໌ (Reuters) ​ເວົ້າວ່າ ​ຍັງ​ມີການ​ປະ​ທະ​ກັນ
ເກີດ​ຂຶ້ນອີກ ລະຫວ່າງກອງ​ກໍາລັງ​ທີ່ນິຍົມທ່ານ​ຊາ​ເລ ​ແລະ​ພວກ​ທີ່​ສະໜັບ​ສະໜູນບັນ​ດາ​
ຜູ້​ນໍາ​ຊົນ​ເຜົ່າຕ່າງໆ ​ທີ່​ເປັນ​ຝ່າ​ຍ​ຕໍ່ຕ້ານ​ລັດຖະບານ​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ເວົ້າວ່າ​ ມີ​ຜູ້​ນຶ່ງຖືກ​ຂ້າ​ຕາຍ ​ໃນ​ລະຫວ່າງ​ການ​ບຸກເຂົ້າ​ໂຈມ​ຕີ​ຂອງ​
ລັດຖະບານ​ບັ້ນນຶ່ງຢູ່​ບໍລິ​ເວນ​ທີ່​ເປັນ​ຈຸດເດືອດ​ຂອງ​ເມືອງດັ່ງກ່າວໃນ​ວັນ​ພະຫັດວານ​ນີ້.

ການກໍ່ຄວາມຮຸນ​ແຮງທີ່​ຮ້າຍ​ແຮງ​ເຖິງ​ຊີ​ວິດ​ຄັ້ງນີ້ ​ແມ່ນ​ໄດ້​ເກີດ​ຂຶ້ນ​ພ້ອມໆກັບ​ການໄປ
ຢ້ຽມຢາມຂອງ​ຜູ້​ຕາງໜ້າ ອົງການ​ສະຫະ​ປະຊາ​ຊາດ ທ່ານ ຈາມາລ ບິນ ​ໂອ​ມາ
(Jamal bin Omar) ຊຶ່ງ​ໄດ້​ເດີນທາງ​ໄປ​ເຖິງ​ເຢ​ເມັນ ​ໃນມື້ວານ​ນີ້ ​ເພື່ອ​ຈະເກ້​ຍກ່ອມ​
ໃຫ້​ທ່ານ​ຊາ​ເລ ​ຮັບ​ເອົາ​ຂໍ້​ລິ​ເລີ້ມ ທີ່ຮຽກຮ້ອງ​ໃຫ້​ທ່ານ​ອອກ​ຈາກ​ອໍານາດ​ນັ້ນ.

XS
SM
MD
LG