ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະທະກັນ ໃນປະເທດ ເຢເມນ ມີຜູ້ເສຍຊີວິດ 10 ຄົນ


ເມືອງ ອາເດັນ, ປະເທດ ເຢເມນ.
ເມືອງ ອາເດັນ, ປະເທດ ເຢເມນ.

ນາຍົກລັດຖະມົນຕີ ເຢເມນ ທ່ານ ອາເມັດ ບິນ ກາເກີ ໄດ້ກ່າວຫາ ພວກແບ່ງແຍກດິນ
ແດນພາກໃຕ້ວ່າທຳການກໍ່ລັດຖະປະຫານ ຫຼັງຈາກພວກເຂົາໄດ້ຍຶດອາຄານຫຼາຍ
ແຫ່ງຂອງລັດຖະບານ ໃນລະຫວ່າງ ການຕໍ່ສູ້ກັບກອງກຳລັງລັດຖະບານ ທີ່ເມືອງທ່າ
ເຮືອ ອາເດັນ "Aden" ໃນວັນອາທິດວານນີ້.

ການຕໍ່ສູ້ກັນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ 86 ຄົນໄດ້ຮັບບາດເຈັບ,
ລວມທັງພົນລະເຮືອນຈຳນວນນຶ່ງ.

ຢ່າງໜ້ອຍໄດ້ມີຄວາມສະຫງົບຊົ່ວຄາວ ເມື່ອບັນດາຜູ້ນຳ ເຢເມນ ໄດ້ ສັ່ງໃຫ້ກອງກຳ
ລັງຂອງເຂົາເຈົ້າ ກັບຄືນໄປຄ້າຍທະຫານຄືນ.

ການຕໍ່ສູ້ກັນ ໄດ້ເກີດຂຶ້ນເມື່ອປະທານາທິບໍດີ ອັບດູ ຣາບູ ມັນຊໍ ຮາດີ ບໍ່ຖືຫົວຊາກັບຄຳ
ຮຽກຮ້ອງຂອງພວກແບ່ງແຍກດິນແດນ ໃຫ້ປົດທ່ານ ດາເກີ ອອກຈາກຕຳແໜ່ງ, ເຊິ່ງ
ໄດ້ກ່າວຫາທ່ານວ່າ ສໍ້ລາດບັງຫຼວງ.

ພວກແບ່ງແຍກດິນແດນຍັງໄດ້ກ່າວຫາກອງທະຫານ ເຢເມນວ່າ ຍິງປືນໃສ່ພວກປະ
ທ້ວງຕໍ່ຕ້ານລັດຖະບານ.

ພວກແບ່ງແຍກດິນແດນ, ເຊິ່ງໄດ້ຮັບການໜູນຫຼັງໂດຍປະເທດ ສະຫະລັດ ອາຣັບ
ເອມີເຣັດສ໌ ນັ້ນ, ຢາກໃຫ້ ເຢເມນ ກັບຄືນສູ່ສະຖາ ນະພາບກ່ອນປີ 1990 ຂອງເຂົາເຈົ້າ,
ໃນເວລາທີ່ເຂົາເຈົ້າຍັງເປັນລັດ ອິດສະຫຼະຢູ່ ກ່ອນລວມຕົວເຂົ້າກັບ ເຢເມນເໜືອ.

ທົ່ວປະເທດ ເຢເມນ ໄດ້ປະສົບຄວາມຫຍຸ້ງຍາກ ນັບຕັ້ງແຕ່ພວກກະບົດ ຮູຕີ ທີ່ໄດ້ຮັບ
ການໜູນຫຼັງໂດຍ ອີຣ່ານ, ໄດ້ຍຶດເອົານະຄອນຫຼວງ ຊານາອາ ຂອງປະເທດໃນປີ 2014,
ບັງຄັບໃຫ້ປະທານາທິ ບໍດີ ຮາດີ ຕ້ອງຫຼົບໜີອອກໄປອາໄສຢູ່ໃນປະເທດ ຊາອຸດີ
ອາຣາເບຍ.

ນັບຕັ້ງແຕ່ນັ້ນມາ, ລັດຖະບານ ເຢເມນ ກໍໄດ້ດຳເນີນທຸລະກິດໃນເມືອງ ອາເດັນ.

ການໂຈມຕີຫຼາຍຄັ້ງຂອງພັນທະມິດນຳໜ້າໂດຍ ຊາອຸດີ ອາຣາເບຍ ທີ່ ພະຍາຍາມຂັບ
ໄລ່ພວກ ຮູຕີ ໄດ້ເຮັດໃຫ້ຊຸມຊົນຕ່າງໆຂອງພົນລະ ເຮືອນຖືກລົບລ້າງໄປທັງໝົດ, ລວມ
ທັງ ໂຮງຮຽນ ແລະ ໂຮງໝໍ. ເຢເມນ ຍັງຕໍ່ສູ້ກັບການແຜ່ລະບາດຂອງໂຣກອະຫິວາຮ້າຍ
ແຮງ ແລະ ຄວາມເປັນໄປໄດ້ ຂອງການຂາດແຄນອາຫານ. ອົງການສະຫະປະຊາ
ຊາດໄດ້ຄຳນວນວ່າ ຊາວ ເຢເມນ ປະມານ 80 ເປີເຊັນຕ້ອງການອາຫານ, ຢາປົວພະ
ຍາດ ແລະ ນໍ້າສະອາດຫຼາຍທີ່ສຸດ.

ພວກແບ່ງແຍກດິນແດນມີຄວາມຫວັງວ່າຈະໄດ້ກັບຄືນສູ່ ເຢເມນ ອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG