ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີ 56 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ ເຢເມນ (ວີດີໂອ)


ການ​ໂຈມຕີ​ທີ່ຮ້​າຍ​ແຮງ​ສຸດ ​ດ້ວຍ​ລ​ະ​ເບີດ​ລົດ
ຢູ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງ ຢູ່ແຂວງ Shabwa ​​ເຮັດ​ໃຫ້ຫານ​ທະຫານ​ເສຍ​ຊີວິດ 38 ຄົນ
ການ​ໂຈມຕີ​ທີ່ຮ້​າຍ​ແຮງ​ສຸດ ​ດ້ວຍ​ລ​ະ​ເບີດ​ລົດ ຢູ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງ ຢູ່ແຂວງ Shabwa ​​ເຮັດ​ໃຫ້ຫານ​ທະຫານ​ເສຍ​ຊີວິດ 38 ຄົນ
ບັນດາ​ເຈົ້າ​ໜ້າ​ທີ່ເຢເມັນກ່າວ​ວ່າ ພວກ​ທີ່​ສົງ​ໄສວ່າ​ເປັນ​ກຸ່ມ​ກໍ່​ການ​
ຮ້າຍ al-Qaida ​ໄດ້​ທຳການ​ໂຈມ​ຕີ​ພ້ອມໆ​ກັນ​ສາມ​ຄັ້ງຢູ່​ພາກ​ໃຕ້​
ຂອງ​ປະ​ເທດດັ່ງກ່າວ ​ໃນ​ວັນ​ສຸກ​ມື້​ນີ້ ​ໂດຍ​ໄດ້ສັງຫານ​ ຕໍາຫລວດ ​
ແລະ​ທະຫານຢ່າງ​ໜ້ອຍ 56 ຄົນ.

ການ​ໂຈມຕີ​ ທີ່ຮ້​າຍ​ແຮງ​ສຸດ ​ແມ່ນ​ການ​ໂຈມ​ຕີ​ ດ້ວຍ​ລ​ະ​ເບີດ​ລົດ
ຢູ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງໃນແຂວງ Shabwa ທີ່ເຮັດ​ໃຫ້​ທະຫານ
​ເສຍ​ຊີວິດ 38 ຄົນ. ​ເຫດລະ​ເບີດ​ຮ້າຍ​ແຮງອີກ​ຄັ້ງນຶ່ງ​ໄດ້​ເກີດຂື້ນ
ຢູ່ບໍລິ​ເວນໃກ້​ຄຽງກັນນັ້ນ.

ນອກ​ນັ້ນ ພວກ​ມືປືນ​ຍັງ​ໄດ້​ສັງຫານ ທະຫານ​ອີກ​ປະມານ 10 ຄົນ​ທີ່​ກອງ​ບັນຊາ​ການທະຫານ ຢູ່​ໃນ​ເມືອງ Mayfaa.

ຍັງ​ບໍ່​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ​ຕໍ່​ການ​ໂຈມ​ຕີ​ເຫລົ່ານີ້ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຖິ້ມ​ໂທດ​ໃສ່ພວກ​ກໍ່​ການ​ຮ້າຍ al-Qaida ຢູ່ແຫລມ ອາຣາ​ເບຍ.

ບັນດາ​ເຈົ້າ​ໜ້າ​ທີ່​ເຢເມັນ ກໍາລັງ​ນໍາພາການ​ຕໍ່ສູ້​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ al-Qaida ຢູ່​ໃນ​ແຫລມ​ອາຣາ​ເບຍທີ່ບັນດາ​ປະ​ເທດມະຫາ​ອໍານາດ​ຕາ​ເວັນ​ຕົກ​ເບິ່ງ​ກັນວ່າ ​ເປັນ​ນຶ່ງ​ໃນ​ບັນດາສາຂາ​ກຸ່ມ​ກໍ່​ການ​ຮ້າຍ ​ທີ່​ເປັນ​ອັນຕະ ລາຍ​ຮ້າຍ​ແຮງ​ທີ່​ສຸດ.

Yemen
please wait
Embed

No media source currently available

0:00 0:00:24 0:00
XS
SM
MD
LG