ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງເຢເມນກ່າວວ່າ ພວມ
ມີການຕາມລ່າຫາໂຕຜູ້ເຮັດລະເບີດທີ່ພົວພັນກັບກຸ່ມກໍ່ການ
ຮ້າຍອາລກາຍດາ ທີ່ໄດ້ພະຍາຍາມ ສົ່ງລະເບີດໄປນໍາເຮືອ
ບິນຂົນສົ່ງ ທີ່ເດີນທາງມາຍັງສະຫະລັດ.
ພວກເຈົ້າໜ້າທີ່ເວົ້າວ່າ ມີການສົ່ງກຳລັງຮັກສາຄວາມສະ
ຫງົບແລະເຈົ້າໜ້າທີ່ສືບລັບຂອງເຢເມນໄປຍັງແຂວງ Ma
rib ແລະ Shabwa ໃນວັນອັງຄານມື້ນີ້ໃນຄວາມພະຍາ
ຍາມເພື່ອຕາມລ່າຫາໂຕນາຍ Ibrahim Al-Asiri.
ສະຫະລັດເວົ້າວ່າ ນາຍ Al-Asiri ຊຶ່ງເປັນຊາວຊາອຸດີ
ອາຣາເບຍໂດຍກຳເນີດນັ້ນ ເປັນສະມາຊິກຂອງກຸ່ມອາລກາຍດາສາຂາເຢເມນທີ່ມີຊື່ວ່າ ກຸ່ມ
ອາລກາຍດາໃນເຂດແຫຼມອາຣາເບຍ.
ເຈົ້າໜ້າທີ່ກ່າວວ່າລາວເປັນຜູ້ຮັບຜິດຊອບໃນການເຮັດລະເບີດໃສ່ສົ້ງຊັ້ນໃນທີ່ຄົນວາງລະເບີດ
ນຸ່ງມາ ເພື່ອຈະທໍາການລະເບີດເຮືອບິນໂດຍສານຂອງສະຫະລັດລໍານຶ່ງ ທີ່ເດີນທາງມາຍັງນະ
ຄອນ Detroit ໃນເດືອນທັນວາປີກາຍ ແຕ່ບໍ່ສຳເລັດຜົນ. ນອກນັ້ນແລ້ວຍັງມີການສົງໄສວ່າ
ຜູ້ກ່ຽວເປັນຜູ້ເຮັດລະເບີດ ທີ່ໃຊ້ໃນການພະຍາຍາມລອບສັງຫານຫົວໜ້າຕໍ່ຕ້ານການກໍ່ການ
ຮ້າຍຂອງຊາອຸດີອາຣາເບຍຄົນນຶ່ງ.