ກໍາລັງຂອງເຢເມນໄດ້ປະທະກັບພວກນັກຕໍ່ສູ້ຫົວຮຸນແຮງມຸສລິມໃນເມືອງ Zinjibar ໃນພາກ
ໃຕ້ຂອງເຢເມນ ເຮັດໃຫ້ປະຊາຊົນ 15 ຄົນເສຍຊີວິດໃນໄລຍະນຶ່ງສັບປະດາປາຍຜ່ານມາ
ຫລັງຈາກພວກຫົວຮຸນແຮງຈໍານວນຫລາຍຮ້ອຍຄົນເຂົ້າຄວບຄຸມເມືອງດັ່ງກ່າວ.
ການສູ້ລົບກັນໃນວັນອັງຄານມື້ນີ້ມີຂຶ້ນທ່າມກາງທີ່ມີສຽງຮຽກຮ້ອງຫຼາຍຂຶ້ນນັບມື້ ໃຫ້ປະທາ
ນາທິບໍດີ Ali Abdullah Saleh ແຫ່ງເຢເມນ ຮັບເອົາຂໍ້ຕົກລົງສັນຕິພາບທີ່ສະເໜີຂຶ້ນໂດຍ
ສະພາຮ່ວມມືປະເທດໃນເຂດອ່າວເປີເຊຍທີ່ຈະເຮັດໃຫ້ການຄອງອໍານາດມາໄດ້ 33 ປີຂອງ
ທ່ານເສັດສິ້ນລົງນັ້ນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງຮີນລາຣີ ຄລິນຕັນ ກ່າວຕໍ່ບັນດານັກຂ່າວ
ທີ່ກຸງວໍຊິງຕັນໃນວັນຈັນວານນີ້ວ່າ ການໂອນອໍານາດໃນທັນທີ ເປັນຜົນປະໂຫຍດທີ່ດີທີ່ສຸດ
ສໍາລັບປະຊາຊົນຊາວເຢເມນ. ທ່ານນາງຄລິນຕັນໃຫ້ຂໍ້ສັງເກດວ່າ ທ່ານຊາເລ ເວລານີ້ກໍາລັງ
ຢູ່ນອກປະເທດ ແລະໄດ້ຮັບການປິ່ນປົວບາດແຜໃນປະເທດ Saudi Arabia ທີ່ທ່ານໄດ້
ຮັບໃນລະຫວ່າງການຍິງຈະຫລວດໂຈມຕີໃສ່ບໍລິເວນບ້ານພັກຂອງທ່ານໃນວັນສຸກຜ່ານມາ
ນັ້ນ.
ລັດຖະບານ Saudi Arabia ກໍຮຽກຮ້ອງໃຫ້ທ່ານຊາເລ ຮັບເອົາຂໍ້ຕົກລົງສັນຕິພາບຂອງ
ສະພາຮ່ວມມືຂອງປະເທດໃນເຂດອ່າວເປີເຊຍນັ້ນເຊ່ນກັນ. ແລະຫົວໜ້າວາງນະໂຍບາຍ
ການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ກ່າວວ່າ ທ່ານ
ຊາເລ ຄວນຈະທໍາການເຄື່ອນໄຫວເພື່ອເຫັນແກ່ຜົນປະໂຫຍດທີ່ດີທີ່ສຸດສໍາລັບປະຊາຊົນ
ຂອງທ່ານແລະເຮັດໃຫ້ປະເທດສາມາດກ້າວເດີນໜ້າຕໍ່ໄປ.
ທ່ານນາງ Ashton ໃຫ້ຂໍ້ສັງເກດວ່າ ປະທານາທິບໍດີຂອງເຢເມນໄດ້ສະເໜີທີ່ຈະລົງນາມໃນ
ຂໍ້ຕົກລົງສັນຕິພາບມາ 3 ເທື່ອແລ້ວໃນຫວ່າງບໍ່ເທົ່າໃດສັບປະດາຜ່ານມານີ້.
ໄດ້ມີການອ້າງຄໍາເວົ້າ ຂອງຮອງປະທານາທິບໍດີ Abd al-Rab Mansur Hadi ຊຶ່ງວ່າ
ໜ້າທີ່ແທນປະທານາທິບໍດີນັ້ນວ່າ ທ່ານຊາເລ ກໍາລັງມີອາການດີຂຶ້ນຢ່າງໄວ ແລະຈະເດີນ
ທາງກັບຄືນປະເທດພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້. ແຕ່ໄດ້ມີຂ່າວວ່າ ລັດຖະບານ Saudi
Arabia ອາດຈະກີດກັນຕໍ່ການກັບຄືນປະເທດຂອງທ່ານກໍເປັນໄດ້.