ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີເຢເມນ ໄປຮັກສາໂຕ ທີ່ຊາອູດີ ອາເຣເບຍ


ທະຫານເຢເມນຄົນນຶ່ງຮ່ວມສະຫລອງກັບພວກປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫລວງ Sanaa ຫລັງຈາກປະທານາທິບໍດີ Ali Abdullah Saleh ໜີຈາກປະເທດໄປຍັງ Saudi Arabia, ວັນທີ 5 ມິຖຸນາ 2011.
ທະຫານເຢເມນຄົນນຶ່ງຮ່ວມສະຫລອງກັບພວກປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫລວງ Sanaa ຫລັງຈາກປະທານາທິບໍດີ Ali Abdullah Saleh ໜີຈາກປະເທດໄປຍັງ Saudi Arabia, ວັນທີ 5 ມິຖຸນາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ເຢ​ເມນ​ກ່າວ​ວ່າ ພວກ​ມື​ປືນ​ຈຸ​ນຶ່ງ​ໄດ້​ສັງຫານ​ທະຫານ 4 ຄົນ​ ຢູ່​ໃກ້ໆ​ກັບ​ທໍານຽບປະທານາທິບໍດີ ​ແລະ​ວ່າ ພວກ​ໂຈມ​ຕີ​ຄົນ​ນຶ່ງ​ໄດ້​ເສຍຊີວິດ​ໄປ​ເຊ່ນ​ກັນ​ໃນ​ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້ ​ທີ່​ເມືອງ Taiz ນັ້ນ.

ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ນຶ່ງ​ມື້​ ຫລັງ​ຈາກ​ປະ
ທານາທິບໍດີຜະ​ເດັດ​ການ​ຂອງ​ເຢ​ເມນເດີນທາງ​ອອກຈາກ
ປະ​ເທດ​ໄປຍັງ Saudi Arabia ເພື່ອປ່ິນປົວ​ບາດ​ແຜ​ທີ່
ທ່ານ​ໄດ້​ຮັບ​ໃນການ​ໂຈມ​ຕີຂອງ​ຝ່າຍ​ຕໍ່ຕ້ານຕໍ່​ທໍານຽບ
ປະທານາທິບໍດີ ​ໃນ​ວັນ​ສຸກ​ຜ່ານ​ມາ.

ໃນ​ວັນ​ອາທິດ​ມື້​ນີ້ ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຫລາຍ​ພັນ​ຄົນ​ໃນ​ນະຄອນຫລວງ Sana’a ພາກັນ​ສະ​ເຫລີ​ມສະຫລອງ​ການ​ອອກຈາກ​ປະ​ເທດ​ໄປ​ ຂອງ​ປະທານາທິບໍດີ Ali Abdullah Saleh ນັ້ນ ​ແລະ​ພວກເຂົາ​ເຈົ້າ​ຫວັງ​ວ່າການ​ຈາກ​ໄປ​ຂອງ​ທ່ານ​ຊາ​ເລ​ນີ້ ຈະ​ເປັນ​ການ​ຈາກ​ໄປ​ຢ່າງຖາວອນ ຊຶ່ງ​ຈະ​ເຮັດ​ໃຫ້ການ​ຄອງ​ອໍານາດ​ມາ​ເປັນ​ເວລາ 33 ປີ​ຂອງ​ທ່ານ ສິ້ນສຸດ​ລົງ.

ຮອງ​ປະທານາທິບໍດີ Abed Rabbo Mansour Hadi ​ແຫ່ງ​ເຢ​ເມນໄດ້​ພົບ​ປະ​ກັບ​ທ່ານ Gerald Feierstein ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ເຢ​ເມນ​ໃນ​ວັນອາທິດ​ມື້​ນີ້ ຊຶ່ງ​ເປັນ​ຮ່ອງຮອຍ​ອັນ​ແຂງ​ແຮງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Hadi ເປັນ​ຜູ້​ກໍາອໍານາດ​ນັບ​ແຕ່​ທ່ານ​ຊາ​ເລໄດ້​ອອກຈາກ​ປະ​ເທດ​ໄປ. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກໍ​ກ່າວ​ເຊ່ນ​ກັນ​ວ່າ ທ່ານ John Brennen ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພແຫ່ງ​ຊາດປະ​ຈໍາ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ກໍໄດ້​ໂອ້​ລົມ​ກັບ​ທ່ານ Hadi ​ເຊ່ນ​ກັນ ​ໃນ​ວັນ​ເສົາ​ວານ​ນີ້.

ປະທານາທິບໍດີ​ຊາ​ເລ ພ້ອມ​ດ້ວຍ​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຢ່າງ​ນ້ອຍ 4 ຄົນ ໄດ້ບິນ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ Saudi Arabia ​ໃນ​ວັນເສົາ​ວານນີ້​ ຫລັງ​ຈາກ​ພວກ​ທ່ານ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ໃນ​ວັນ​ສຸກຜ່ານ​ມາ​ນີ້​ຕໍ່​ບໍລິ​ເວ​ນທໍານຽບປະທານາທິບໍດີ​ ໃນ​ນະຄອນຫລວງ Sana’a.

XS
SM
MD
LG