ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງ 50 ຄົນ ເສຍຊີວິດ ໃນເຢເມນ ນັບແຕ່ວັນອາທິດມາ (ເບິ່ງຮູບລໍາດັບເຫດການ)


ການປະທ້ວງທີ່ເມືອງ Taiz ຂອງເຢເມນ
ວັນທີ 31 ພຶດສະພາ 2011
ການປະທ້ວງທີ່ເມືອງ Taiz ຂອງເຢເມນ ວັນທີ 31 ພຶດສະພາ 2011

ສະພາສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນ​ໄດ້​ຮັບ​ລາຍ​ງານ​ຫຼາຍ​ສະບັບ​ທີ່​ວ່າ ພວກ​ທະຫານ​ລັດຖະບານ​ເຢ​ເມນ​ໄດ້​ສັງຫານ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຈໍານວນ​ຫລາຍ​ກວ່າ 50 ຄົນ​ແລ້ວ​ໃນ​ເມືອງ Taiz ນັບ​ແຕ່​ວັນ​ອາທິດ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ທ່ານ​ນາງ Navi Pillay ຫົວໜ້າສະພາສິດທິ​ມະນຸດສະຫະ
ປະຊາຊາດ ​ໃນວັນ​ອັງຄານ​ມື້​ນີ້ ​ໄດ້​ກ່າວ​ປະນາມ​ຕໍ່​ການ​ທີ່​
ລັດຖະບານ​ໃຊ້​ກໍາລັງ​ເພີ່ມ​ຂຶ້ນເພື່ອ​ປາບ​ປາມ​ພວກ​ປະ​ທ້ວງ
ໂດຍ​ເອີ້ນວ່າ​ເປັນ​ພຶດຕິ​ກໍາ​ທີ່ສົມຄວນ​ຈະ​ໄດ້​ຮັບ​ການ​ຕໍາ​ໜິ
ຕິຕຽນ ​ແລະ​ຮຽກຮ້ອງ​ໃຫ້​ລັດຖະບານເອົາມາດຕະການເພື່ອ​ຮັບປະກັນ​ວ່າ ສິດທິ​ມະນຸດ​
ຂອງພົນລະ​ເມືອງຂອງ​ຕົນໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມ​ຄອງ.

ນອກ​ນັ້ນ​ທ່ານ​ນາງ Pillay ຍັງ​ຕໍາ​ໜິຕິຕຽນ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພທີ່​ໄປຢຶດໂຮງໝໍ​ແຫ່ງ​ນຶ່ງ​ໃນ​ເມືອງ Taiz ​ແລະ​ທໍາລາຍ​ຄລີ​ນິກສະໜາມ​ແຫ່ງ​ນຶ່ງ​ຢູ່​ໃກ້ໆ​ກັບ​ຄ້າຍ​ຂອງ​ພວກ​ປະ​ທ້ວງ​
ນັ້ນ ​ແລະ​ກ່າວ​ຕື່ມ​ວ່າ ພວກ​ພະນັກງານແລະ​ສະຖານ​ທີ່​ຕ່າງໆ​ທາງການແພດ ບໍ່​ຄວນ​ຈະ​ໄດ້
ເປັນ​ເປົ້າ​ໝາຍ​ຂອງ​ກໍາລັງ​ຝ່າຍ​ລັດຖະບານ​ນັ້ນ.

ໃນ​ຂະນະ​ດຽວ​ກັນ​ນີ້ ການ​ສູ້​ລົບ​ກໍາລັງ​ດໍາ​ເນີນ​ຕໍ່​ໄປ​ໃນ​ເມືອງ Taiz ແລະ​ໄດ້​ເລີ້ມ​ຄືນ​ອີກ​ໃນ​ນະຄອນຫລວງ Sana’a ນັ້ນ ຊຶ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ການ​ພັງ​ທະລາ​ຍລົງ​ຂອງ​ການ​ຢຸດ​ຍິງ​ລະຫວ່າງ​ພວກ​ຜູ້​ນໍາ​ຊົນ​ເຜົ່າແລະ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ປະທານາທິບໍດີ Ali Abdullah Saleh ນັ້ນ.

ເບິ່ງລໍາດັບເຫດການໃນເຢເມັນ. ຄລິກບ່ອນຮູບໃດຮູບນຶ່ງ ແລະຄລິກລູກສອນ
ເພື່ອເບິ່ງຕໍ່ໄປ ຫລືຍ້ອນຫລັງ

XS
SM
MD
LG