ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີເຢເມນ ເດີນທາງໄປປິ່ນປົວ ທີ່ສະຫະລັດ (ເບິ່ງວີດີໂອ)


ປະທານາທິບໍດີ ອາລີ ອັບດູນລາ ຊາເລ ແຫ່ງເຢເມນ.
ປະທານາທິບໍດີ ອາລີ ອັບດູນລາ ຊາເລ ແຫ່ງເຢເມນ.

ບັນດາ​ເຈົ້າ​ໜ້າ​ທີ່​ເຢ​ເມັນ​ກ່າວ​ວ່າ ປະທານາທິບໍດີ Ali Abdullah Saleh ທີ່​ຈະ​ພົ້ນ​ຈາກ
ຕໍາ​ແໜ່​ງ ​ໄດ້​ເດີນທາງ​ໄປ​ຮອດ​ສະຫະລັດ​ແລ້ວ​ໃນ​ວັນ​ເສົາ​ວານ​ນີ້​ ເພື່ອປິ່ນປົວ​ບາດແຜໃນ
ສະຫະລັດ.

ທ່ານ Saleh ​ໄດ້​ເດີນທາງ​ໄປ​ຮອດ​ສະຖານ​ແຫ່ງ​ນຶ່ງ​ໃນ​ສະຫະລັດ​ທີ່​ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຊາບ​
ໃນ​ຕອນ​ແລງ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກ​ຢຸດ​ແວ່​ທີ່​ກຸງ​ລອນ​ດອນ.

ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ທ່ານຊາ​ເລ ກ່າວ​ວ່າ ທ່ານ​ມາ​ຮັບ​ການປິ່ນປົວ​ບາດ​ແຜ​ຕ່າງໆ​ທີ່ທ່ານ
ໄດ້​ຮັບ​ໃນ​ລະຫວ່າງ​ການ​ລອບ​ສັງຫານ​ທ່ານ​ ໃນ​ເດືອນ​ມິຖຸນາ​ປີ​ແລ້ວ​ນີ້ ຫລັງ​ຈາກ​ທ່ານ​ໄດ້​
ໃຊ້​ເວລາ​ພັກ​ຟື້ນ​ເປັນ​ເວລາຫລາຍ​ເດືອນ​ໃນ​ປະເທດ Saudi Arabia ນັ້ນ.

ເບິ່ງວີດີໂອກ່ຽວກັບການປະທ້ວງໃນເຢເມັນ:

XS
SM
MD
LG