ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີເຢເມນ ປ່ຽນໃຈ ບໍ່ຍອມເຊັນ ຂໍ້ຕົກລົງສັນຕິພາບ


ພວກປະທ້ວງຕໍ່ຕ້ານລັດຖະບານເຂົ້າຮ່ວມໃນພິທີສະຫລອງວັນຄົບ
ຮອບປີແຫ່ງການທ້ອນໂຮມປະເທດຂອງເຢເມນ ທີ່ນະຄອນຫລວງ Sanaa, ເຢເມນ ວັນທີ 22 ພຶດ, 2011
ພວກປະທ້ວງຕໍ່ຕ້ານລັດຖະບານເຂົ້າຮ່ວມໃນພິທີສະຫລອງວັນຄົບ ຮອບປີແຫ່ງການທ້ອນໂຮມປະເທດຂອງເຢເມນ ທີ່ນະຄອນຫລວງ Sanaa, ເຢເມນ ວັນທີ 22 ພຶດ, 2011



















ປາກົດ​ວ່າ ປະທານາທິບໍດີ​ເຢເມນ​ ທ່ານ Ali Abdullah Saleh ໄດ້​ປ່ຽນ​ໃຈ​ອີກ​ຄັ້ງ​ນຶ່ງ
ຈາ​ກການ​ລົງ​ນາມ​ໃນ​ຂໍ້ຕົກລົງ​ສະບັບ​ນຶ່ງ​ ທີ່ໄກ່​ເກ່ຍ​ໂດຍ​ສະພາຮ່ວມ​ມື​ຂອງ​ບັນດາປະ​
ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ ທີ່​ກໍານົດ​ໃຫ້ທ່ານ​ມອບໂອນ​ອໍານາດ​ພາຍ​ໃນ​ເວລາ​ນຶ່ງ​ເດືອນ
ນັ້ນ.

ປະທານາທິບໍດີ​ອາລີ​ ອັບ​ດູ​ລລາ ຊາ​ເລ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າທ່ານ ບໍ່​ສົນໃຈ​ທີ່​ຈະ
ລົງ​ນາມ​ໃນ​ຂໍ້​ຕົກລົງ​ທີ່​ມີ​ການ​ລົງ​ນາມ​ກັນຢ່າງ​ລັບໆ​ນັ້ນ.

ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ກໍານົດ ທີ່ທ່ານ​ຈະ​ລົງ
ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ.

ແຜນການລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ໄດ້ມີ​ການຊັກ​ຊ້າ​ມາ 2 ເທື່ອ​ ແລ້ວ ຍ້ອນ​ການ
ຄັດຄ້ານ​ຈາກປະທານາທິບໍດີ ຊາ​ເລ ​ນັ້ນ.

ຝ່າຍ​ຄ້ານ​ຂອງ​ເຢ​ເມນ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ວັນ​ເສົາ​ວານ​ນີ້ ດ້ວຍ​ຄວາມ​
ເຂົ້າ​ໃຈ​ວ່າ ປະທານາທິບໍດີ​ຊາ​ເລ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ໃນ​ວັນ​ອາທິດ​ມື້​ນີ້.

ພວກ​ປະ​ທ້ວງ​ເຢ​ເມນ​ຫລາຍ​ຮ້ອຍ​ພັນ​ຄົນ​ໃນ​ນະຄອນ​ຫລວງ ຊາ​ນາ​ອາ ໄດ້​ພາກັນ
ລຸ​ຫລັ່ງ​ໄປ​ຍັງ​ຈະຕຸ​ລັດ​ໃນ​ໃຈກາງເມືອງ​ໃນ​ວັນ​ອາທິດ​ມື້​ນີ້ ບ່ອນ​ທີ່​ໄດ້​ກາຍ​ມາ​ເປັນ
ສູນ​ກາງການປະ​ທ້ວງ​ຂອງຝ່າຍຄ້ານ​ນັ້ນ.

ໃນ​ເວລາ​ດຽວ​ກັນ ພວກ​ທີ່​ມະ​ໜັບສະ​ໜຸນ​ທ່ານ​ຊາ​ເລ ກໍ​ພາກັນ​ຕັນ​ຖະໜົນ​ຫົນທາງ
ເພື່ອ​ປະ​ທ້ວງ​ຂໍ້​ຕົກລົງ​ດັ່ງກ່າວ ທີ່ສະ​ເໜີ​ທີ່​ຈະບໍ່​ດໍາ​ເນີນ​ຄະດີທ່ານຊາ​ເລ​ ຖ້າ​ຫາກ
ທ່ານ​ໂອນ​ອໍານາດ​ໃຫ້​ຮອງ​ປະທານາທິບໍດີ ​ພາຍ​ໃນ 30 ວັນ ​ນັບ​ແຕ່ມື້​ລົງ​ນາມ​ໃນ
ສັນຍາເປັນ​ຕົ້ນໄປ.

XS
SM
MD
LG