ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເຢເມນ 20 ຄົນ ເສຍຊີວິດ ໃນເຫດ ຖິ້ມລະເບີດຜິດພາດ


ປະທານາທິບໍດີ Ali Abdullah Saleh ແຫ່ງເຢເມນ.
ປະທານາທິບໍດີ Ali Abdullah Saleh ແຫ່ງເຢເມນ.






















ບັນດາ​ເຈົ້າ​ໜ້າ​ທີ່​ເຢ​ເມນ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ​ ເຮືອບິນ​ລໍາ​ນຶ່ງ​ຂອງລັດຖະບານ​ໄດ້​ຖິ້ມ​ລະ​ເບີດ​ດ້ວຍ​ຄວາມ​ເຂົ້າ​ໃຈ​ຜິດ ໃສ່​ຕຶກ​ອາຄານ​ຫລັງ​ນຶ່ງ​ໃນ​ພາກໃຕ້ຂອງ​ປະ​ເທດ ​ເຮັດ​ໃຫ້​ພວກ​ທະຫານ​ຂອງຝ່າຍລັດຖະບານ ຢ່າງ​ໜ້ອຍ 20 ຄົນ​ ເສຍ​ຊີວິດ.
ອົງການ​ຂ່າວ AP ກ່າວ​ວ່າ ​ພວກ​ທະຫານ​ເຫລົ່າ​ນີ້​ໄດ້​ພາກັນ​ໄປ​ອາ​ໄສ​ຢູ່​ໃນ​ຕຶກ​ໂຮງ​ຮຽນ​ຮ້າງ​ຫລັງ​ນັ້ນ.
ລາຍ​ລະອຽດ​ກ່ຽວ​ກັບ​ເຫດ​ຮ້າຍດັ່ງກ່າວ ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້​ຍັງບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​.
ອົງການ​ຂ່າວ​ຝຣັ່ງ​ລາຍ​ງານວ່າ ພວກ​ນັກ​ຕໍ່ສູ້​ຂອງ​ກຸ່ມອັນ​ກາ​ອິດາໄດ້​ທໍາ ​ການ​ໂຈມ​ຕີ​ໂຮງ​ຮຽນ​
ຫລັງນັ້ນ ​ຫລັງ​ຈາກ​ເຮືອບິນ​ຖິ້ມ​ລະ​ເບີດໂຈມ​ຕີ​ແລ້ວ ຊຶ່ງ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ເສຍ​ຊີວິດ​
ຫລາຍ​ຕື່ມ​ຂຶ້ນ. ​ແຕ່​ທາງອົງການ​ຂ່າວ Reuters ​ໄດ້ອ້າງ​ຄໍາ​ເວົ້າຂອງ​ເຈົ້າ​ໜ້າ​ທີ່​ກະຊວງປ້ອງ
ກັນ​ປະ​ເທດ​ທ່ານ​ນຶ່ງ​ ທີ່ປະຕິ​ເສດວ່າບໍ່​ມີທະຫານ​ເຢ​ເມນ​ເສຍ​ຊີວິດໃນ​ການ​ຖິ້ມລະ​ເບີດ​ໂຈມ​ຕີ
ຜິດ​ເປົ້າ​ໝາຍ​ນັ້ນ.

ເຈົ້າ​ໜ້າ​ທີ່​ເຢ​ເມນ​ຄົນອື່ນໆ​ກ່າວ​ວ່າ ການ​ຖິ້ມລະ​ເບີດ​ດັ່ງກ່າວ​ເກີດ​ຂຶ້ນຢູ່​ໃກ້ໆ​ເມືອງ Zinjibar
ທີ່​ສະຖານະ​ການ​ບໍ່​ທຸ່ນ​ທ່ຽງ​ນັ້ນ. ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ໄດ້​ທໍາ​
ຄວາມ​ພະຍາຍາມ​ເພື່ອເຂົ້າ​ຄວບ​ຄຸມ​ຫົວ​ເມືອງ​ດັ່ງກ່າວ​ຄືນ​ເປັນ​ເວລາ​ຫລາຍ​ເດືອນມາ​ແລ້ວ.

XS
SM
MD
LG