ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຢ​ເມນ​ ຍຶດ​ໄດ້ ທີ່​ໝັ້ນ​ 2 ​ແຫ່ງ​ ຈາກ​ກຸ່ມ​ ອາລຄາ​ອີ​ດາ ​(ສະໄລດ໌)


ກອງທັບເຢເມນ ແລະບັນດາພັນທະມິດຊົນເຜົ່າຂອງພວກເຂົາເຈົ້າ ຍຶດຄອງໄດ້ທີ່ໝັ້ນສອງແຫ່ງ ຂອງກຸ່ມອາລຄາອີດາ ຢູ່ໃນພາກໃຕ້ຂອງປະເທດ
ກອງທັບເຢເມນ ແລະບັນດາພັນທະມິດຊົນເຜົ່າຂອງພວກເຂົາເຈົ້າ ຍຶດຄອງໄດ້ທີ່ໝັ້ນສອງແຫ່ງ ຂອງກຸ່ມອາລຄາອີດາ ຢູ່ໃນພາກໃຕ້ຂອງປະເທດ

ເຈົ້າໜ້າທີ່​ເຢ​ເມນ​ກ່າວ​ວ່າ ກໍາລັງ​ທະຫານ​ຂອງ​ລັດຖະບານ​ຍຶດ​ໄດ້ທີ່​ໝັ້ນ​ສອງ​ແຫ່ງ​ຂອງ​
ກຸ່ມ​ອາລຄາ​ອີ​ດາ​ຢູ່​ໃນ​ພາກໃຕ້​ຂອງ​ປະ​ເທດ ຫຼັງຈາກ​ການບຸກ​ໂຈມ​ຕີ​ເປັນ​ເວລາ​ເດືອນ​
ນຶ່ງ​ຕໍ່ກຸ່ມ​ຫົວ​ຮຸນ​ແຮງ​ນີ້ ຊຶ່ງ​ໄດ້​ເຂົ້າຍຶດ​ຄອງພື້ນ​ທີ່ດັ່ງກ່າວໄດ້​ເມື່ອນຶ່ງ​ປີກວ່າໆຜ່ານມາ​ນັ້ນ.

​ເຈົ້າໜ້າ​ທີ່​ກ່າວເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ກອງທັບ​ເຢ​ເມນ ​ແລະ​ບັນດາພັນທະ​ມິດ​ຊົນ
​ເຜົ່າ​ຂອງ​ພວກ​ເຂົາ​ເ​ຈົ້າ​ ໄດ້​ຍຶດຄອງ​ໂດຍ​ເຕັມ ເມືອງ Zanjibar ​ເ​ມື​ອງຫຼວງຂອງ​ແຂວງ
Abyan ​ແລະ​ເມືອງ Jaar ທີ່​ຕັ້ງຫ່າງ ອອກ​ໄປທາງ​ທິດເໜືອ​ນັ້ນ. ພວກ​ເຂົາ​ເຈົ້າກ່າວ​ອີກ​ວ່າ
ກໍາລັງ​ທະຫານ​ຂອງ​ລັດຖະບານ​ຍັງ​ໄດ້​ເປີດ​ທາງ​ຫຼວງສາຍ​ສຳຄັນ​ຄືນ​ໃໝ່​ທີ່​ເນັ່ງ​ຈາກແຂວງ
Abyan ​ໄປ​ຫາ​ເມືອງ​ທ່າ​ເຮືອ Aden ທາງ​ພາກ​ໃຕ້​ຂອງ​ປະ​ເທດ​.

​ເຈົ້າໜ້າ​ທີ່​ເຢ​ເມນ​ເວົ້າ​ວ່າ ກໍາລັງ​ທະຫານ​ໄດ້​ຂັບ​ລົດ​ບຸກ​ເຂົ້າ​ໄປ​ໃນ​ເມືອງ Jaar ​ເມື່ອ​ຕອນ
​ເຊົ້າວັນ​ອັງຄານ ຫຼັງຈາກ​ການ​ສູ້​ລົບ​ກັນ​ບັ້ນ​ນຶ່ງ​ ທີ່​ໄດ້​ສັງ ຫານ​ພວກ​ຫົວ​ຮຸນ​ແຮງ 20 ຄົນ
​ແລະ​ທະຫານ​ອີກສີ່​ຄົນ. ພວກ​ຊາວ​ເມືອງພາກັນ​ສະຫຼອງການ​ມາ​ເຖິງ​ເມືອງ​ດັ່ງກ່າວຂອງ
​ທະຫານ​ໂດຍ​ການ​ຍິງ​ປືນ​ຂຶ້ນຟ້າ. ​ໃນບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ​ເຈົ້າໜ້າ​ທີ່​ກ່າວ​ວ່າ ກໍາລັງ
​ທະຫານ​ສາມາດ​ກໍເຂົ້າຍຶດ​ເອົາ​ເມືອງ Zinjibar ຄືນ​ໄດ້​ໂດຍ​ສົມບູນ.

ກຸ່ມ​ຫົວ​ຮຸນ​ແຮງ​ອາລຄາ​ອີ​ດາ ​ໄດ້​ຍຶດ​ເອົາ​ເຂດ​ຕ່າງໆ​ຂອງແຂວງ Abyan ​ເມື່ອ​ປີຜ່ານມາ
​ໃນ​ຂະນະ​ທີ່​ລັດຖະບານ​ກຳລັງ​ສົນລະວົນ​ຢູ່ນຳການ​ຮັບ​ມື​ກັບ ການ​ລຸກ​ຮື​ເພື່ອ​ປະຊາທິ
ປະ​ໄຕຕໍ່ຕ້ານ​ປະທານາທິບໍດີ Ali Abdullah Saleh ​ໃນ​ເວລາ​ນັ້ນ. ທ່ານ Abed Rabbo
Mansour Hadi ຜູ້​ສືບ​ຕໍ່າ​ແໜ່​ງ​ແທນ​ທ່ານ Saleh ​ໄດ້​ສົ່ງ​ກໍາລັງ​ທະຫານ​ທີ່​ໜຸນຫຼັງ​ໂດຍ
​ສະຫະ ລັດ​ນັ້ນ ​ເຂົ້າບຸກ​ໂຈມ​ຕີ​ຍຶດ​ເອົາເຂດ​ເຫຼົ່ານັ້ນ​ຄືນ​ໄດ້​ ​ໃນ​ເດືອນ​ຜ່ານ​ມາ.

XS
SM
MD
LG