ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ​ສະລະ​ຊີບ​ ໄດ້​ສັງຫານ ​ຢ່າງ​ນ້ອຍ 63 ຄົນ ໃນເຢເມນ


ເຫດລະເບີດໃນເຢເມນທີ່ໄດ້ສັງຫານເຖິງ 63 ຄົນ
ເຫດລະເບີດໃນເຢເມນທີ່ໄດ້ສັງຫານເຖິງ 63 ຄົນ

ເຈົ້າ​ໜ້າ​ທີ່​ເຢເມນ ກ່າວ​ວ່າ ຄົນ​ວາງ​ລະ​ເບີດ​ຊະລະ​ຊີບ​ຄົນ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ນ້ອຍ 63 ຄົນ ເວລາ​ຜູ້ກ່ຽວ​ບີບ​ຂະ​ນວນ​ສັງຫານ​ໂຕ​ເອງ​ ​ໃນ​ທ່າມກາງ​ທະຫານ​ ກຸ່ມນຶ່ງ ທີ່​ກໍາລັງຊ້ອ​ມ​ເດີນສວນ​ສະໜາມຢູ່​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້​ ໃນ​ນະຄອນຫຼວງ ຊາ​ນາ ພາ​ໃຫ້​ມີ​ຜູ້​ຄົນ​ໄດ້​ຮັບ​ບາດ​ເຈັບຫຼາຍ​ສິບຄົນ. ສົບຜູ້​ເຄາະ​ຮ້າຍກະຈາຍ​ໄປ​ທົ່ວ​ພື້ນ​ດິນ ​ ຂະນະ​ທີ່​ພະນັກງານ​ທະຫານ​ພາກັນຟ້າວ​ຟັ່ງ ​ໄປຍັງ​ທີ່ເກີດ​ເຫດ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ເຢ​ເມນ ກໍ​ຢູ່ໃນ​ບ່ອນ​ຊ້ອມ​ເດີນ​ສວນສະໜາມໃນ​ເວລາ​ເກີດ​ເຫດ​ລະ​ເບີດ ​ແຕ່​ທ່ານ​ບໍ່​ໄດ້​ຮັບ​ບາດ​ເຈັບ.

ພວກ​ທະຫານ​ກໍາລັງ​ພາກັນຕຽມ​ພ້ອມສໍາລັບ​ການ​ເດີນ​ສວນ​ສະໜາມ​ໃນ​ວັນ​ອັງ ຄານ​ມື້​ອື່ນ​ນີ້ ຊຶ່ງ​ເປັນຂີດ​ໝາຍການ​ຮວມ​ເຂົ້າ​ກັນຂອງ​ເຂດ​ເໜືອ​ແລະ​ໃຕ້​ຂອງ​ເຢ​ເມນ.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອອກ​ມາ​ຮັບຜິດ​ຊອບໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ເທື່ອ.

ເຢເມນແມ່ນ​ເປັນ​ຖານທີ່​ໝັ້ນ​ຂອງກຸ່ມກໍ່​ການ​ຮ້າຍ al-Qaida ​ໃນ​ແຫຼມ Arabian ຊຶ່ງ​ເປັນ​ທີ່ຊາບ​ກັນວ່າ ​ແມ່ນ​ນຶ່ງໃນກຸ່ມ​ກໍ່​ການ​ຮ້າຍ​ທີ່​ອັນຕະລາຍ​ຮ້າຍ​ແຮງ​ສຸດ​ທີ່​ແຍກ​ອອກ​ມາ​ຈາກ​ກຸ່ມ al-Qaida ​ໃຫຍ່.
ພວກ​ທີ່​ຢາກ​ແບ່ງ​ແຍກ​ດິນ​ແດນໃນ​ເຂດ​ພາກໃຕ້​ຂອງ​ເຢເມນ ກໍ​ເຄີຍໄດ້​ເ​ເນ່ເປົ້າ​ໝາຍ​ການ​ໂຈມ​ຕີ ໃສ່ທະຫານຄື​ກັນ.

XS
SM
MD
LG